ແຂວງ ອັດຕະປື ມີເດັກນ້ອຍກຸ່ມເປົ້າໝາຍໃນເກນອາຍຸ 9 ເດືອນ ຫາ 59 ເດືອນ ທີ່ຈະໄດ້ຮັບການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ທັງໝົດ 17.154 ຄົນ ແລະ ທົ່ວແຂວງ ໄດ້ກໍານົດຈຸດບໍລິການໃຫ້ວັກຊິນ ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ 4 ຕົວເມືອງ, ໂຮງໝໍນ້ອຍ 33 ແຫ່ງ ພ້ອມນັ້ນ, ຍັງມີຈຸດເຄື່ອນທີ່ລົງແຕ່ລະບ້ານ ຈໍານວນ 253 ຈຸດ ແລະ ຈຸດບໍລິການ ຢູ່ໂຮງຮຽນອະນຸບານທົ່ວແຂວງ ອີກຈໍານວນ 129 ຈຸດ.
ທ່ານ ອີນປັນ ອິນທີລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ໄດ້ໃຫ້ສຳພາດໃນວັນທີ 15 ພຶດສະພາ 2024 ນີ້ວ່າ: ເພື່ອເປັນການກະກຽມດ້ານຄວາມພ້ອມ ແກ່ການສັກວັກຊິນປ້ອງກັນພະຍາດໝກແດງໃຫຍ່-ໝາກແດງນ້ອຍ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 20-31 ພຶດສະພາ 2024 ນີ້, ປັດຈຸບັນແຂວງອັດຕະປື ໄດ້ສໍາເລັດການອອກຂໍ້ຕົກລົງ ແຕ່ງຕັ້ງທີມງານຮັບຜິດຊອບແຕ່ລະໜ້າວຽກແກ່ວັນສັກຢາກັນພະຍາດແຫ່ງຊາດ ກໍຄືການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ, ໄດ້ສໍາເລັດການຈັດສົ່ງວັກຊິນ ແລະ ອຸປະກອນຕ່າງໆ ໃຫ້ 5 ເມືອງພາຍໃນແຂວງ, ໄດ້ສົ່ງແຈ້ງການການຈັດຕັ້ງປະຕິບັດ ວັນສັກຢາກັນພະຍາດແຫ່ງຊາດ ໃຫ້ຂັ້ນແຂວງ, ຂັ້ນເມືອງ, ສຸກສາລາ ແລະ ສົ່ງໜັງສືສະ
ເໜີພົວພັນຫາພະແນກສຶກສາທິການ ແລະ ກິລາ ເພື່ອຂໍການຮ່ວມມື ປະຕິບັດສັກວັກຊິນກັນພະຍາດໝາກແດງ. ພ້ອມນັ້ນ ໄດ້ສໍາເລັດການຝຶກອົບຮົມ ແລະ ວາງແຜນທີມງານຂັ້ນແຂວງ, ຂັ້ນເມືອງ, ການສ້າງແຜນກິດຈະກຳໃນການຈັດຕັ້ງປະຕິບັດ ຂະບວນການສັກຢາກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ເປັນຕົ້ນ ຈະມີການເປີດຂະບວນການຍ່າງເປັນທາງການ ຢູ່ໂຮງຮຽນອະນຸບານ 2 ເຊໃຫຍ່ ໃນວັນທີ 20 ພຶດສະພາ 2024 ແລະ ຈະສືບຕໍ່ເກັບກຳຜູ້ທີ່ຕົກຫຼົ່ນ ໃນໄລຍະວັນທີ 20-30 ພຶດສະພາ 2024, ພ້ອມທັງລົງຕິດຕາມການສັກວັກຊິນ ຢູ່ຂັ້ນເມືອງ, ສຸກສາລາ ເພື່ອສັງລວມລາຍງານຜົນການຈັດຕັ້ງປະຕິບັດ ປະຈຳແຕ່ລະວັນ. 
ທ່ານ ອີນປັນ ອິນທີລາດ ໃຫ້ຮູ້ຕື່ມວ່າ: ພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ເກີດຈາກໄວລັດຊະນິດໜຶ່ງທີ່ສາມາດຕິດຕໍ່ຈາກຄົນສູ້ຄົນໄດ້, ຜູ້ຕິດຕໍ່ເຊື້ອສາມາດແຜ່ເຊື້ອໃຫ້ຄົນອື່ນຜ່ານລະບົບຫາຍໃຈ, ການໄອ ຫຼື ການຈາມ, ທຸກຄົນສາມາດເປັນພະຍາດໝາກແດງໄດ້ ແຕ່ພົບຫຼາຍໃນເດັກນ້ອຍ, ພະຍາດໝາກແດງຈະແຜ່ເຊື້ອພາຍໃນລະບົບຫາຍໃຈ ແລະ ແຜ່ລາມໄປທົ່ວຮ່າງກາຍ, ອາການທີ່ສະແດງອອກມີ: ໄຂ້ສູງ, ໄອ, ຂີ້ມູກຍ້ອຍ ແລະ ມີຕຸ່ມຜື່ນທົ່ວຮ່າງກາຍ, ເປັນພະຍາດທີ່ອັນຕະລາຍຫຼາຍ, ແຕ່ສາມາດປ້ອງກັນໄດ້ດ້ວຍວັກຊິນ, ຖ້າຄົນເຮົາບໍ່ໄດ້ຮັບວັກຊິນຄົບມາກ່ອນ ເມື່ອຕິດເຊື້ອພະຍາດແລ້ວສາມາດເຈັບປ່ວຍໜັກ ແລະ ເສຍຊີວິດໄດ້, ການສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ຄົບເປັນວິທີປ້ອງກັນທີ່ດີທີ່ສຸດ ແລະ ເພື່ອບໍ່ໃຫ້ແຜ່ເຊື້ອໄປສູ່ຄົນອື່ນ ແລະ ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງເດັກໃນທົ່ວແຂວງອັດຕະປື ຈົ່ງໃຫ້ຄວາມຮ່ວມມື ໂດຍການນໍາເອົາລູກຫຼານຂອງຕົນ ມາຮັບການສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ໃນສະຖານທີ່ບໍລິການຕ່າງໆ ທີ່ຢູ່ໃກ້ບ້ານທ່ານ ຊຶ່ງຈະເລີ່ມແຕ່ວັນທີ 20-31 ພຶດສະພາ 2024, ເຖິງວ່າຜ່ານມາລູກຫຼານຂອງທ່ານ ໄດ້ສັກໄປແລ້ວກໍ່ຕາມ ແມ່ນຕ້ອງໄດ້ຮັບວັກຊິນເຂັມກະຕຸ້ນຕື່ມອີກ ເພື່ອໃຫ້ມີພູມຄຸ້ມກັນຂຶ້ນຕື່ມ.(ຂ່າວ: ວັດທະນາ)