ໂຮງໝໍມິດຕະພາບໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມ ເອກະສານວັນປະຫວັດສາດສໍາຄັນຕ່າງໆ ຂອງພັກ-ຂອງຊາດ ແລະ ຂອງສາກົນຂຶ້ນໃນວັນທີ 16 ພຶດສະພານີ້ ທີ່ຫ້ອງປະຊຸມໃຫຍ່ໂຮງໝໍດັ່ງກ່າວໃຫ້ກຽດເຜີຍແຜ່ໂດຍ ທ່ານ ສອນໄຊ ລາດຊະວົງຜູ້ອໍານວຍການໂຮງໝໍມິດຕະພາບ ຊຶ່ງມີພະນັກງານ ແພດໝໍ ເຂົ້າຮ່ວມຮັບຟັງ.
ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມປະກອບມີຄື: ວັນກຳມະກອນສາກົນ ຄົບຮອບ 138 ປີ; ວັນເກີດຂອງທ່ານກາກມາກຄົບຮອບ 206 ປີ;  ວັນໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ; ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດຊິດເຢຍລະມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 79 ປີ;  ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນແຂວງຊຽງຂວາງຄົບຮອບ 65 ປີ; ວັນເກີດປະທານໂຮ່ຈິມິນຄົບຮອບ 134 ປີ ແລະ ວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດຄົບຮອບ 64 ປີ.
ໃນການເຜີຍແຜ່ເອກະສານສຳຄັນຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານ, ແພດໝໍ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນວຽກງານການເມືອງ-ແນວຄິດ, ມູນເຊື້ອປະຫັວດສາດວັນສໍາຄັນຕ່າງໆຂອງຊາດ ແລະ ຂອງສາກົນ, ຮັບຮູ້ເຖິງການດໍາລົງຊີວິດ ແລະ ແບບແຜນວິທີເຮັດວຽກຂອງບັນດາທ່ານຜູ້ນໍາ ເພື່ອໃຫ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານໃນຮຸ່ນໃໝ່ເພື່ອນໍາໄປປະຍຸກໃຊ້ເຂົ້າໃນການດໍາລົງຊີວິດ ແລະ ການຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະເຮົາຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
(ຂ່າວ-ພາບ: ບຸນອູ້ມ)