ວັນທີ 16 ພຶດສະພານີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ແລະ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະເວລາ 2 ປີ 5 ເດືອນ ຜ່ານມາ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງທ່ານເອກອັກຄະຣາຊະທູດ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ນັບຕັ້ງແຕ່ເດືອນທັນວາ 2021 ເປັນຕົ້ນມາ ໄດ້ມີການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ສະແດງອອກຄື: ສອງປະເທດໄດ້ມີການພົບປະແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງເປັນປົກກະຕິ ລວມທັງໃນສາຍພັກ ແລະ ລັດຖະສະພາ, ສອງຝ່າຍໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເອກອັກຄະຣາຊະທູດ ກໍຄືລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍຜ່ານການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະ ທຶນກູ້ຢຶມ ໃນຫຼາຍຂົງເຂດວຽກງນ ເປັນຕົ້ນການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ, ກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO), ລວມເຖິງການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ແລະ ອື່ນໆ ອັນໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງ ສປປ ລາວ.
ໃນຂະນະດຽວກັນ, ທ່ານເອກອັກຄະຣາຊະທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ເຫັນໄດ້ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ, ຈຶ່ງປະດັບຫຼຽນໄຊມິດຕະພາບ ອັນມີຄວາມໝາຍສໍາຄັນນີ້ໃຫ້ແກ່ຕົນ ຊຶ່ງຈະເປັນສັນຍາລັກອັນມີຄວາມໝາຍຄວາມສໍາຄັນ ໃນການຊຸກຍູ້ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
(ຂ່າວ: ຂປລ)