ມູນນິທິສຸດາພອນ ເພື່ອຊ່ວຍເຫຼືອສັງຄົມ ໄດ້ເປີດໃຫ້ບໍລິການຊ່ວຍເຫຼືອສັງຄົມ ຢ່າງເປັນທາງການ ໃນວັນທີ 16 ພຶດສະພານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນໂດຍມີ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີທ່ານຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
          ທ່ານນາງ ສຸດາພອນ ວັງຫານ ປະທານມູນນິທິສຸດາພອນ ເພື່ອຊ່ວຍເຫຼືອສັງຄົມ ກ່າວວ່າ: ມູນນິທິສຸດາພອນ ເພື່ອຊ່ວຍເຫຼືອສັງຄົມ ແມ່ນອົງການຈັດຕັ້ງສັງຄົມ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດ ແລະ ສາກົນ ໂດຍສະເພາະຈະຊຸກຍູ້ສົ່ງເສີມຂະແໜງສຶກສາທິການ ແລະ ກິລາ, ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງແມ່ຍິງ ແລະ ຊາວໜຸ່ມ. ມູນນິທິສຸດາພອນ ເພື່ອຊ່ວຍເຫຼືອສັງຄົມ ສ້າງຂຶ້ນເພື່ອປະກອບສ່ວນເຂົ້າໃນແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນວຽກງານສຶກສາ, ກະສິກຳ, ພັດທະນາຊົນນະບົດ, ແມ່ຍິງ ແລະ ເດັກ, ແຮງງານ ແລະ ສະຫວັດດີການສັງຄົມ; ຊ່ວຍເຫຼືອສັງຄົມ ທີ່ໄດ້ຮັບກະທົບຈາກໂณກລະບາດຕ່າງໆ ແລະ ໄພທຳມະຊາດ ເຊັ່ນ: ໄພໝາວ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ, ໄພຂາດອາຫານ ແລະ ອື່ນໆ. ພ້ອມທັງຊ່ວຍເຫຼືອທາງດ້ານທຶນການສຶກສາ, ເຄື່ອງນຸ່ງຫົ່ມ, ອາຫານ, ປຶ້ມແບບຮຽນ, ໂຕະ, ຕັ່ງ, ຕຽງນອນ, ອຸປະກອນການສຶກສາ ໃຫ້ເດັກນ້ອຍທີ່ດ້ອຍໂອກາດ, ເດັກກຳພ້າ ແລະ ເດັກທີ່ຄອບຄົວທຸກຍາກຂາດເຂີນຢູ່ເຂດຫ່າງໄກສອກຫຼີກ, ເດັກກຳພ້າ, ເດັກຂາດທີ່ເພິ່ງພາອາໄສ, ເດັກຂາດຜູ້ດູແລ ຫຼື ອາໄສຢູ່ນຳຄອບຄົວທີ່ທຸກຍາກ, ຜູ້ພິການທາງດ້ານຮ່າງກາຍ, ມັນສະໝອງ, ບໍ່ສາມາດກຸ້ມຕົນເອງໄດ້ ທີ່ຂາດຜູ້ດູແລ, ອາໄສຢູ່ນຳຄອບຄົວທຸກຍາກ, ຜູ້ອາຍຸສູງ ທີ່ປ່ຽວພອຍ ແລະ ທຸກຍາກ, ອາໄສຢູ່ນຳຄອບຄົວທຸກຍາກ, ຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ທຸກຍາກ ຫຼື ຕິດແປດພະຍາດ ທີ່ອັນຕະລາຍຕໍ່ສຸຂະພາບ ແລະ ຊີວິດ, ລວມເຖິງ ຄົນດ້ອຍໂອກາດໃນສັງຄົມ, ຊ່ວຍເຫຼືອຄົນພິການ ແລະ ອື່ນໆ ນອກຈາກນັ້ນ, ຍັງໄດ້ຊອກຫາທຶນການສຶກສາ, ນັກຮຽນທີ່ທຸກຍາກ, ຫ່າງໄກສອກຫຼີກ, ເຂດຊົນນະບົດ ແລະ ເຂດຊຸມຊົນທຸກຍາກອື່ນໆ.
          ພ້ອມນີ້, ມູນນິທິສຸດາພອນ ເພື່ອຊ່ວຍເຫຼືອສັງຄົມຍັງຈະຊຸກຍູ້, ສົ່ງເສີມ ແລະ ຝຶກອົບຮົມທາງດ້ານກະສິກຳເພື່ອເຮັດໃຫ້ປະຊາຊົນ, ສັງຄົມ, ເດັກນ້ອຍຜູ້ດ້ອຍໂອກາດເປັນຕົ້ນ, ວິທີການປູກຝັງ-ລ້ຽງສັດ, ສົ່ງເສີມພັດທະນາເດັກ ແລະ ໄວໜຸ່ມ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນນະທຳ, ມີວິໄສທັດ ທີ່ກວ້າງໄກ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ສາມາດເປັນຕົວແທນເດັກ ແລະ ໄວໜຸ່ມລາວ ໃນເວທີເດັກ ແລະ ໄວໜຸ່ມໃນລະດັບຊາດ, ລະດັບພາກພື້ນ ແລະ ສາກົນ; ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ, ເດັກ, ຊົນເຜົ່າ, ສ້າງ-ປັບປຸງເສັ້ນທາງໃຫ້ເປັນເສັ້ນເທເບຕົງ ຫຼື ເສັ້ນຢາງລະຫ່ວາງແຂວງ ຫາ ແຂວງ, ເມືອງ ຫາ ເມືອງ ນອກຈາກນັ້ນ, ປັບປຸງ, ສ້ອມແປງ ແລະ ກໍ່ສ້າງໂຮງຮຽນ, ຫ້ອງທົດລອງການຮຽນ, ບ່ອນອອກກຳລັງກາຍ, ສະໂມສອນໂຮງຮຽນ, ສະໜາມກິລາ, ເອົາໄຟຟ້າ, ນໍ້າ, ຫໍສະໝຸດ, ຫ້ອງນໍ້າ, ສວນທາລະນະ ແລະ ອື່ນໆ ໃຫ້ແກ່ບ້ານ, ເມືອງ, ເຂດຊຸມຊົນ, ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ.
        ທ່ານ ນິສິດ ແກ້ວປັນຍາ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍມາຍັງຄະນະບໍລິຫານມູນນິທິ ທີ່ໄດ້ມີຈຸດປະສົງໜັກແໜ້ນໃນການສ້າງຕັ້ງມູນນິທິດັ່ງກ່າວ, ພ້ອມທັງເນັ້ນໃຫ້ ເຄື່ອນໄຫວຕາມກົດລະບຽບຂອງຕົນ ແລະ ລະບຽບກົດໝາຍຂອງລັດ, ໂຄສະນາເຜີຍແຜ່ໃຫ້ກວ້າງຂວາງ, ທົ່ວເຖິງໃນສັງຄົມກ່ຽວກັບຈຸດປະສົງຂອງຕົນ, ລະດົມທຶນ, ຊັບສິນຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ຮັບເອົາການສະໜັບສະໜູນ, ຊ່ວຍເຫຼືອ, ການບໍລິຈາກທຶນ, ຊັບສິນຈາກບຸກຄົນ ແລະ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ, ໃຫ້ການສະໜັບສະໜູນ ດ້ານວັດທະນະທຳ, ການສຶກສາ, ສິ່ງແວດລ້ອມ, ສາທາລະນະສຸກ, ກິລາກາຍະກຳ, ວິທະຍາສາດ, ການກຸສົນ, ມະນຸດສະທຳ ຫຼື ສາທາລະນະປະໂຫຍດອື່ນໆ ຕາມກົດລະບຽບຂອງຕົນ. ພ້ອມທັງ ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ພາຍໃຕ້ລະບຽບກົດໝາຍ.ຫ້າມເຄື່ອນໄຫວທີ່ຈະເປັນອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ, ມີຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ, ສິດເສລີພາບຂອງບຸກຄົນອື່ນ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ, ທ້ອງຖິ່ນ ແລະ ເຜົ່າຕ່າງໆ; ຫ້າມເຄື່ອນໄຫວທີ່ນຳໄປສູ່ການແບ່ງແຍກຄວາມສາມັກຄີພາຍໃນຊາດ, ພາຍໃນທ້ອງຖິ່ນ ແລະ ອື່ນໆ.
ຂ່າວ-ພາບ: ຍຸພິນທອງ