ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລີ ປິງຈຸ່ນ ຮອງເລຂາພັກແຂວງ ເຈົ້າແຂວງກຸຍໂຈວ ສປຈີນ ໃນວັນທີ 20 ພຶດສະພານີ້ທີ່ສໍານັກງານນາຍົກລັດຖະມົນຕີ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ລີ ປິງຈຸ່ນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ-ສປຈີນ, ຕີລາຄາສູງຕໍ່ການຮ່ວມມືກັນຮອບດ້ານ ແລະ ຢຶດຖື ນໍ້າໃຈ 4ດີ ຄື: ເປັນເພື່ອນບ້ານທີ່ດີ, ເປັນໝູ່ທີ່ດີ, ເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ.  
ໃນໂອກາດນີ້,  ທ່ານລີ ປິງຈຸ່ນໄດ້ຕາງໜ້າໃຫ້ກັບຄະນະ ສະແດງຄວາມຂອບໃຈຕໍ່ທ່ານນາຍົກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໃຫ້ກັບທ່ານນາຍົກໄດ້ຮັບຊາບຕື່ມອີກ.
(ຂ່າວ-ພາບ: ແສງຈັນ)