ຂປລ. ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍຮ້າຍແຮງ, ການພິການ ແລະ ການຕາຍກ່ອນໄວອັນຄວນ, ຜູ້ເປັນພະຍາດທີ່ເກີດຈາກຢາສູບ  ລ້ວນແຕ່ມີຄ່າໃຊ້ຈ່າຍສູງຫຼາຍ ຈາກການຄິດໄລ່ຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດ ແຕ່ລະປີ ສູງເຖິງ 3,6 ພັນຕື້ກີບ ຫຼື ປະມານ 2,3% ຂອງ GDP, ຢາສູບເຮັດໃຫ້ຄົນລາວເສຍຊີວິດ 6.700 ຄົນຕໍ່ປີ ຫຼື18 ຄົນຕໍ່ມື້ ຊຶ່ງກວມເອົາ 15% ຂອງການຕາຍທັງໝົດໃນ ສປປ ລາວ. 
ທ່ານ ບຸນແຝງ  ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນພິທີຖະແຫຼງຂ່າວເມື່ອວັນທີ 17 ພຶດສະພາຜ່ານມາ ກ່ຽວກັບຂໍ້ຕົກລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບ ວ່າ:  ຕໍ່ກັບສາເຫດຂອງການຕາຍ ເກີດຈາກການສູບຢາແມ່ນສາມາດປ້ອງກັນໄດ້ ຖ້າມີມາດຕະການຄວບຄຸມຢາສູບຢ່າງມີປະສິດທິພາບ ເປັນຕົ້ນ ການເພີ່ມອາກອນຢາສູບ, ການຫ້າມໂຄສະນາຢາສູບທຸກຮູບແບບ, ການຈັດໃຫ້ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະປອດຈາກຄວັນຢາສູບການໃຫ້ຄວາມຮູ້ແກ່ສັງຄົມກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ແລະ ການພິມຄໍາເຕືອນກ່ຽວກັບສຸຂະພາບ ເປັນຮູບພາບຂະໜາດໃຫຍ່ໃສ່ຊອງ ແລະ ຕຸດຢາສູບ. ຜ່ານການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ການພິມຄໍາເຕືອນກ່ຽວກັບສຸຂະພາບ ທີ່ເປັນຮູບພາບ ຂະໜາດ 75% ທີ່ອອກໃນປີ 2016 ມາເປັນເວລາ 8 ປີ, ເຫັນວ່າ ຫຼາຍຮູບພາບຄໍາເຕືອນ ແລະ ສະຫຼາກ ຍັງມີປະສິດທິພາບຕໍ່າ, ຍັງມີການໂຄສະນາ ແລະ ໃຫ້ຂໍ້ມູນທີ່ສ້າງຄວາມເຂົ້າໃຈຜິດແກ່ຜູ້ບໍລິໂພກ ຜ່ານຊອງຢາສູບ ແລະ ຍັງບໍ່ສອດຄ່ອງກັບຂໍ້ມູນໃໝ່ໆ ທາງດ້ານວິທະຍາສາດກ່ຽວກັບຜົນກະທົບຂອງຢາສູບຕໍ່ສຸຂະພາບ. ດັ່ງນັ້ນ, ຈຶ່ງໄດ້ປັບປຸງເພື່ອໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021 ຊຶ່ງກໍານົດໃຫ້ກະຊວງສາທາລະນະສຸກ ປັບປຸງຄໍາເຕືອນກ່ຽວກັບສຸຂະພາບ ເປັນຮູບພາບ ແລະ ສະຫຼາກ ເປັນແຕ່ລະໄລຍະ ໃຫ້ມີປະສິດທິພາບ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ; ຂໍ້ຕົກລົງວ່າດ້ວຍ ການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫຼາກ ຜະລິດຕະພັນຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024 ແມ່ນປະກອບມີ 10 ຮູບພາບພ້ອມຂໍ້ຄວາມ ແລະ 10 ຮູບແບບສະຫຼາກ ຄໍາເຕືອນກ່ຽວກັບສຸຂະພາບ ທີ່ບໍລິສັດຜະລິດຢາສູບ ທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍໃນ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ ແລະ ຕ້ອງມີການສັບປ່ຽນໝູນວຽນຮູບພາບ ພ້ອມຂໍ້ຄວາມ ແລະ ສະຫຼາກຄໍາເຕືອນ, ການກໍານົດສີ, ຄ່າຄວາມເຂັ້ມຂອງສີ, ນໍ້າໜັກສີ, ລະຫັດສີ, ຕໍາແໜ່ງຕົວອັກສອນ, ຂະໜາດ ແລະ ຄວາມຊັດເຈນ ຕ້ອງພິມຕາມຕົ້ນສະບັບ ທີ່ກະຊວງສາທາລະນະສຸກ ສະໜອງໃຫ້ເທົ່ານັ້ນ. 
ປະໂຫຍດ ທີ່ຈະໄດ້ຮັບຈາກການພິມຄຳເຕືອນ ກ່ຽວກັບສຸຂະພາບທີ່ເປັນຮູບພາບມີຄື: ຄຳເຕືອນກ່ຽວກັບສຸຂະພາບທີ່ເປັນຮູບພາບເປັນນະໂຍບາຍທີ່ມີປະໂຫຍດສູງສຸດ ສຳລັບຜູ້ທີ່ສູບຢາ ແລະ ບໍ່ສູບຢາ ເພາະເປັນການປຸກລະດົມໂຄສະນາກ່ຽວກັບຜົນຮ້າຍ ຜ່ານຊອງຢາສູບ, ຜູ້ທີ່ສູບຢາ 1 ຊອງຕໍ່ມື້ ຈະເຫັນຮູບພາບຢູ່ຊອງຢາສູບ 7.300 ຄັ້ງຕໍ່ປີ ເປັນການໃຫ້ຂໍ້ມູນຂ່າວສານ ຢ່າງຈະແຈ້ງກ່ຽວກັບພິດໄພ ແລະ ອັນຕະລາຍຂອງການສູບຢາ ແລະ ການໄດ້ຮັບຄວັນຢາສູບ ຊຶ່ງມີຫຼັກຖານຢືນຢັນວ່າ ຮູບພາບຄໍາເຕືອນຂະໜາດໃຫຍ່ ຊ່ວຍປ້ອງກັນການລິເລີ່ມສູບຢາ ໃນເດັກ ແລະ ເຍົາວະຊົນ ແລະ ຍັງຊ່ວຍຊຸກຍູ້ ສົ່ງເສີມໃຫ້ຄົນອອກຢາສູບໄດ້; ເປັນເຄື່ອງມື ຊ່ວຍລັດຖະບານ ໃນການຕິດຕາມກວດກາ ແລະ ສະກັດກັ້ນຢາສູບເຖື່ອນອີກທາງໜຶ່ງ ຄຽງຄູ່ກັບການຕິດສະແຕມພາສີ ແລະ ອາກອນ. ພາຍໃນເດືອນທັນວາ 2024 ທີ່ຈະມາເຖິງນີ້, ຜະລິດຕະພັນຢາສູບທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ທົ່ວປະເທດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຕ້ອງໄດ້ພິມຄຳເຕືອນກ່ຽວກັບສຸຂະພາບເປັນຮູບພາບ ພ້ອມສະຫຼາກ ຂະໜາດ 75% ຕາມທີ່ທາງກະຊວງສາທາລະນະສຸກ ກຳນົດເທົ່ານັ້ນ.
ເນື່ອງໃນໂອກາດ ວັນງົດສູບຢາໂລກ ກໍຄື ວັນງົດສູບຢາແຫ່ງຊາດປິນີ້ ວັນທີ 31 ພຶດສະພາ ຈະມາເຖິງນີ້, ຈັດຂຶ້ນພາຍໃຕ້ ຄໍາຂວັນ "ປົກປ້ອງໄວໜຸ່ມ ຈາກການຕົວະຍົວະຫຼອກລວງຂອງອຸດສາຫະກຳຢາສູບ". ຮຽກຮ້ອງມາຍັງພໍ່-ແມ່, ຜູ້ປົກຄອງ ຈົ່ງພ້ອມກັນປົກປ້ອງລູກຫຼານໃຫ້ປອດໄພ ຈາກເລ່ກົນຂອງບໍລິສັດຢາສູບ, ປູກຈິດສຳນຶກໃນການບໍ່ສູບຢາໃຫ້ແກ່ລູກຫຼານ ເພື່ອໃຫ້ກາຍເປັນ ຄ່ານິຍົມໃໝ່ ຂອງສັງຄົມລາວ.
ຂ່າວ: ກິດຕາ, ພາບ: ເກດສະໜາ