ໂດຍ:ຕະວິນຍານ
ໃນປີ 2023 ຜ່ານມາ,ເຖິງວ່າຈະພົບຄວາມຫຍຸ້ງຍາກພຽງໃດ ກະຊວງສຶກສາທິການ-ກິລາ (ສສກ)ກໍໄດ້ເອົາໃຈໃສ່ວຽກງານສາມັນສຶກສາໃຫ້ດໍາເນີນປົກກະຕິ.
     ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ-ກິລາ ໄດ້ຍົກໃຫ້ເຫັນໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ໃນເດືອນກຸມພາປີ 2024 ນີ້ວ່າ:ປີ 2023 ຜ່ານມາ,ກະຊວງສຶກສາທິການ-ກິລາໄດ້ປັບປຸງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາວຽກງານຄະນະພັດທະນາການສຶກສາຂັ້ນບ້ານ; ພ້ອມທັງໄດ້ກວດແກ້, ປັບປຸງ, ຜ່ານ ແລະ ຮັບຮອງເຄື່ອງມືຕິດຕາມຊຸກຍູ້ຊ່ວຍເຫຼືອຄະນະພັດທະນາການສຶກສາຂັ້ນບ້ານ;  ສໍາເລັດການກວດແກ້ ແລະ ຮຽບຮຽງຄູ່ມືບໍາລຸງນັກຮຽນ ຊັ້ນປະຖົມສຶກສາ ວິຊາພາສາລາວ ແລະ ຄະນິດສາດ ປີທີ 1 ແລະ 2; ພ້ອມທັງໄດ້ຝຶກອົບຮົມການບໍາລຸງນັກຮຽນທີ່ມີຜົນການຮຽນຕໍ່າ ວິຊາພາສາລາວ ແລະ ຄະນິດສາດ ປີທີ 1 ແລະ 2 ໃຫ້ຂັ້ນແຂວງ, ຂັ້ນເມືອງ, ຜູ້ອໍານວຍການ ແລະ ຄູສອນ ໃນບາງແຂວງ ແລະ ບາງເມືອງເປົ້າໝາຍ; ຮ່ວມກັບໂຄງການບີຄວາ,ແຂວງ ແລະ ເມືອງເປົ້າໝາຍໂຄງການ ໄດ້ຈັດຕັ້ງປະຕິບັດແຜນງານການສອນພາສາລາວໃຫ້ແກ່ເດັກນ້ອຍທີ່ບໍ່ຢູ່ກຸ່ມພາສາລາວ-ໄຕ ໃນໂຮງຮຽນປະຖົມສຶກສາ; ໄດ້ຮ່າງກົດໝາຍວ່າດ້ວຍສາມັນສຶກສາ ຊຶ່ງໄດ້ລົງຈັດກອງປະຊຸມທາບທາມກັບພາກສ່ວນຕ່າງໆ ໃນຂັ້ນສູນກາງ ແລະ ຂັ້ນແຂວງໃນທົ່ວປະເທດ; ສຶກສາຄວາມເປັນໄປໄດ້ໃນການປະຕິຮູບລະບົບການສຶກສາສາມັນ ແລະ ການແບ່ງສາຍ ການສຶກສາຊັ້ນມັດທະຍົມຕອນປາຍຊຶ່ງວຽກງານດັ່ງກ່າວນີ້ ມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ສຶກສາຄວາມເໝາະສົມ ແລະ ຄວາມເປັນໄປໄດ້ ແລະ ໄປສືບຕໍ່ຖອດຖອນບົດຮຽນຈາກປະເທດໃກ້ຄຽງຕື່ມອີກ; ໄດ້ສືບຕໍ່ສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນທຸກຍາກ ແລະ ເດັກທີ່ດ້ອຍໂອກາດ ທີ່ເປັນງົບປະມານຂອງ ລັດຖະບານ ແລະ ງົບປະມານຂອງໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP); ໄປພ້ອມກັນນັ້ນ ກະຊວງສຶກສາທິການ-ກິລາໄດ້ຝຶກອົບຮົມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວກຸ່ມໂຮງຮຽນໃຫ້ແກ່ຜູ້ຮັບຜິດຊອບ ວຽກກຸ່ມໂຮງຮຽນຂັ້ນແຂວງ, ເມືອງ ແລະ ປະທານກຸ່ມ; ກໍ່ສ້າງໂຮງຮຽນຫໍພັກສະໜອງສິ່ງຈູງໃຈ ແລະ ສິ່ງອໍານວຍຄວາມສະດວກໃຫ້ແກ່ນັກຮຽນທີ່ມາຈາກເຂດຫ່າງໄກສອກຫຼີກທຶນຂອງໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ; ສໍາເລັດການປຶກສາຫາລືການສອນວິຊາຊີບໃນໄລຍະພັກສິ້ນປີຮຽນຂອງສະຖານອາຊີວະສຶກສາຢູ່ບາງແຂວງ ເຊັ່ນ: ແຂວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ;  ຮັບຮອງແຜນຈັດການຮຽນການສອນໄລຍະພັກສິ້ນປີຮຽນຂອງວິທະຍາໄລເປົ້າໝາຍໃໝ່ ຢູ່ 3 ແຂວງເຊັ່ນ: ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ ພາຍໃຕ້ ໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ; ຝຶກອົບຮົມທັກສະແນະນໍາໃຫ້ແກ່ຜູ້ເກັບຂໍ້ມູນເພື່ອຈັດຕັ້ງປະຕິບັດວຽກການປະເມີນພ້ອມທັງວິເຄາະຂໍ້ມູນຂອງການລົງຕິດຕາມການນໍາໃຊ້ຄູ່ມືການພັດທະນາເສັ້ນທາງສູ່ອາຊີບ;  ສະໜອງເຄື່ອງທົດລອງວິທະຍາສາດທໍາມະຊາດ ແລະ ອຸປະກອນການຮຽນການສອນ ໃຫ້ແກ່ໂຮງຮຽນ ມັດທະຍົມສຶກສາ ຈໍານວນໜຶ່ງ.