ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົສຕຣາລີ ໃນການໃຊ້ວິດີໂອ ສຳລັບການພັດທະນາຄູຕອນໃໝ່ “ການສອນເປັນຄູ່”ເພື່ອສົ່ງເສີມໃຫ້ຄູໄດ້ຮຽນຮູ້ຈາກຄູດ້ວຍກັນ ແລະ ໄດ້ທົດລອງເຕັກນິກການສອນແບບໃໝ່ໃນຫ້ອງຮຽນ.
    ການສອນເປັນຄູ່ ແມ່ນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງຄູສອນສອງຄົນ ຫຼື ຄູສອນໜຶ່ງຄົນ ແລະ ຜູ້ສະໜັບສະໜູນດ້ານການສອນ ຈະເຮັດວຽກຮ່ວມກັນເພື່ອວາງແຜນການສອນ, ສອນ ແລະ ທົບທວນຄືນບົດຮຽນນຳກັນ.  ທັງນີ້, ກໍເພື່ອໃຫ້ຄູຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຮຽນຮູ້ກິດຈະກຳໃນຫ້ອງຮຽນ ແລະ ວິທີການການສອນແບບໃໝ່ ຊຶ່ງວິທີດັ່ງກ່າວ, ແມ່ນເໝາະສົມສໍາລັບຄູທີ່ມີປະສົບການທີ່ຈະແບ່ງປັນຄວາມຮູ້ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອຊ່ວຍເຫຼືອແບບ "ຝຶກສອນຕົວຈິງ" ກັບເພື່ອນຮ່ວມງານຂອງເຂົາເຈົ້າ. ວິທີນີ້ຈະຊຸກຍູ້ໃຫ້ມີຄວາມຄິດສ້າງສັນ, ແໜ້ນແຟ້ນຄວາມສາມັກຄີໃນການສອນລະຫວ່າງຄູ ແລະ ສ້າງກຸ່ມຂອງຄູເພື່ອຊ່ວຍເຫຼືອກັນ.
      ທ່ານ ອານຸລົມ ວິໄລພອນ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: ຄູສອນໃນລາວ ໃນບາງບ່ອນອາດຈະເຮັດວຽກຢູ່ໃນສະພາບທີ່ຫຍຸ້ງຍາກ ແລະ ຫ່າງໄກ, ການຮຽນຮູ້ເອົາວິທີການໃໝ່ໆເຂົ້າໃນການສອນຕາມຄວາມຮຽກຮ້ອງຕ້ອງການເພື່ອຊ່ວຍໃຫ້ສາມາດ ປະຕິບັດການສອນດ້ວຍຫຼັກສູດຊັັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ອາດເປັນສິ່ງທ້າທາຍ ຫາກບໍ່ໄດ້ຮັບການສະໜັບສະໜູນ, ວິດີໂອສຳລັບການພັດທະນາຄູ ຈະຊ່ວຍໃຫ້ຄູສອນຊັ້ນປະຖົມສຶກສາ ໄດ້ຮັບຄໍາແນະນໍາ ແລະ ເຫັນຕົວຢ່າງທີ່ຕົວຈິງຂອງວິທີການທີ່ເຂົາເຈົ້າສາມາດນໍາໃຊ້ວິທີການສອນແບບໃໝ່ ເພື່ອປັບປຸງທັກສະການສອນຂອງເຂົາເຈົ້າ ແລະ ແກ້ໄຂສິ່ງທ້າທາຍໃນການສອນ.
     ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກສະຖານທູດອົສຕຣາລີ ໄດ້ກ່າວວ່າ: “ການຊ່ວຍເຫຼືອຂອງລັດຖະບານອົສຕຣາລີ ຕໍ່ຂະແໜງການສຶກສາຂອງ ສປປ ລາວ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນ ດ້ວຍວິທີການສິດສອນແບບໃໝ່ພາຍໃຕ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງ ແນໃສ່ຍົກສູງຄວາມສາມາດຂອງຄູ ເພື່ອເຮັດໃຫ້ຫຼັກສູດການຮຽນການສອນ, ຮັບປະກັນໃຫ້ຄູມີຄວາມໝັ້ນໃຈ,ຄູມີທັກສະໃນການສອນຫຼັກສູດທີ່ມີປະສິດທິພາບ ທັງເປັນການພັດທະນາວິຊາຊີບຂອງຄູ.
    ວິດີໂອການສອນເປັນຄູ່ ຖ່າຍທຳຢູ່ໃນຫ້ອງຮຽນຕົວຈິງ ທີ່ແຂວງສະຫວັນນະເຂດ ໂດຍວິດີໂອໄດ້ອະທິບາຍສາມຂັ້ນຕອນ ຂອງການສອນເປັນຄູ່ຄື: ການວາງແຜນກ່ອນການສອນເປັນຄູ່, ການດຳເນີນການສອນເປັນຄູ່ ແລະ ການສະທ້ອນຄືນຫຼັງການສອນເປັນຄູ່. ແຕ່ລະຂັ້ນຕອນເຫຼົ່ານີ້, ຖຶກຖ່າຍທອດໂດຍການສອນຕົວຈິງຂອງຄູ, ຄູຝຶກ ແລະ ນັກຮຽນ, ເຕັກນິກທີ່ສະແດງໃຫ້ເຫັນແມ່ນງ່າຍ ແລະ ຈະຊ່ວຍໃຫ້ຄູມີຄວາມໝັ້ນໃຈໃນການສິດສອນຫຼັກສູດສະບັບປັບປຸງ. ວິດີໂອນີ້ ໄດ້ອອກອາກາດທາງຊ່ອງ Lao ESTV-ຊ່ອງໂທລະພາບສຶກສາ ແລະ ກິລາ ທາງຊ່ອງ 8 ຈານດາວທຽວລາວແຊັດ ແລະ ຍັງສາມາດເບິ່ງໄດ້ທາງແພລັດຟອມ ຄັງປັນຍາລາວ ແລະ ຊ່ອງ ຢູທູບ Youtubeວິດີໂອສໍາລັບການພັດທະນາຄູ Teacher Development Videos. 
       ຊ່ອງ YouTube ວິດີໂອສຳລັບການພັດທະນາຄູ ໄດ້ສ້າງຂຶ້ນແຕ່ປີ 2019 ໂດຍ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ. ຊ່ອງທາງດັ່ງກ່າວ, ເປັນຜົນສໍາເລັດອັນຍິ່ງໃຫຍ່ຊຶ່ງໄດ້ຮັບເຖິງ 4 ລ້ານວິວ. ໃນຊ່ອງດັ່ງກ່າວ, ຍັງມີວິດີໂອສຳລັບການພັດທະນາຄູອີກຫຼາຍຕອນ, ສາລະຄະດີຄູຕົວແບບ ແລະ ສື່ການຮຽນ-ການສອນທີ່ເປັນຟາຍສຽງສຳລັບຄູຊັ້ນປະຖົມສຶກສາ, ຄູຝຶກ ແລະ ຜູ້ເຮັດວຽກສຶກສານິເທດ, ມີບັນດາວິດີໂອຂອງຫຼາຍວິຊາ ແລະ ເຕັກນິກຕ່າງໆ ກ່ຽວກັບວິທີການປະຕິບັດ ວິທີການຮຽນການສອນແບບໃໝ່ຂອງຫຼັກສູດ ຊຶ່ງຫົວຂໍ້ວິດີໂອສຳລັບການພັດທະນາຄູ ໄດ້ຖືກຄັດເລືອກໂດຍອີງໃສ່ສິ່ງທ້າທາຍທີ່ຄູໄດ້ພົບຕົວຈິງ ແລະ ຈາກຄໍາຄິດເຫັນຈາກຄູ. 
ຄູສາມາດນໍາໃຊ້ວິດີໂອເພື່ອກະກຽມບົດຮຽນ, ປັບປຸງວິທີການສອນຂອງຕົນ ແລະ ຮຽນຮູ້ ຫຼື ທົບທວນຄືນເຕັກນິກສະເພາະຈາກຄູ ຜູ້ທີ່ເຄີຍໄດ້ສອນຫຼັກສູດສະບັບປັບປຸງໃໝ່. ພ້ອມທັງສາມາດເປີດຟາຍສຽງ, ເພງ ແລະ ບົດເລື່ອງພາສາອັງກິດ ໃຫ້ນັກຮຽນຟັງໃນຫ້ອງຮຽນ. ວິດີໂອທັງໝົດຖືກແປພາສາມືເພື່ອການເຂົ້າເຖິງໄດ້ຫຼາຍຂຶ້ນ.
(ຂ່າວ:ບີຄວາ)