ກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ດຳເນີນມາແຕ່ວັນທີ 13-17 ພຶດສະພາ 2024 ທີ່ຫ້ອງວ່າການສູນກາງພັກໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.
ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື, ປະກອບຄໍາເຫັນ ແລະ ໄດ້ໃຫ້ທິດຊີ້ນໍາ ຕໍ່ບັນຫາສໍາຄັນ ດັ່ງນີ້: 1. ຕີລາຄາ ແລະ ໃຫ້ທິດຊີ້ນໍາ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ: ໃນ 6 ເດືອນຜ່ານມາ ຖືວ່າສະພາບການ ຂອງໂລກ, ພາກພື້ນສືບຕໍ່ຜັນແປຢ່າງສັບສົນ ແລະ ສົ່ງຜົນກະທົບ ຕໍ່ປະເທດຕ່າງໆ ແຕ່ດ້ວຍຄວາມສູ້ຊົນບຸກບືນ ຂອງລັດຖະບານ ກໍຄື ອົງການປົກຄອງແຕ່ລະຂັ້ນ, ປະເທດຂອງພວກເຮົາ ສືບຕໍ່ມີສະຖຽນລະພາບ, ການພັດທະນາມີຄວາມຕໍ່ເນື່ອງ, ການຈັດເກັບລາຍຮັບງົບປະມານ ບັນລຸຕາມແຜນທີ່ວາງໄວ້ ແລະ ມີບາງທ້ອງຖິ່ນ ປະຕິບັດໄດ້ລື່ນແຜນ;ການບໍລິການ ແລະ ທ່ອງທ່ຽວ ພວມມີຄວາມຟົດຟື້ນ, ການຜະລິດເປັນສິນຄ້າ ໂດຍສະເພາະການຜະລິດກະສິກໍາ ຂອງປະຊາຊົນ ສືບຕໍ່ຂະຫຍາຍຕົວ, ຄາດຄະເນການເຕີບໂຕ ຂອງເສດຖະກິດ (GDP) 6 ເດືອນຕົ້ນປີ 2024 ຈະຂະຫຍາຍຕົວໃນລະດັບ 4,7%. ແຕ່ພ້ອມດຽວກັນນັ້ນ, ຄະນະບໍລິຫານງານສູນກາງພັກ ກໍໄດ້ສະແດງຄວາມເປັນຫ່ວງ ແລະ ໃຫ້ທິດຊີ້ນໍາການສືືບຕໍ່ຈັດຕັ້ງປະຕິບັດທິດທາງແຜນວຽກຈຸດສຸມ6 ເດືອນ ທ້າຍປີ 2024  ໃນການສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ, ການເງິນ-ເງິນຕາ, ເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າ ແລະ ຄ່າຄອງຊີບ ທີ່ຖີບຕົວເພີ່ມສູງຂຶ້ນ ໃຫ້ມີການຫັນປ່ຽນຈະແຈ້ງ ດ້ວຍມາດຕະການປັບປຸງແບບແຜນນໍາພາ, ວິທີເຮັດວຽກຂອງການນໍາ ແລະ ພະນັກງານແຕ່ລະຂັ້ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພີ່ມທະວີການຄຸ້ມຄອງ-ບໍລິຫານລັດ ຕາມລະບຽບວິໄນ, ກົດໝາຍ ແລະ ລະບຽບການ ທີ່ເຂັ້ມງວດ; ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ ໃນກົງຈັກການຈັດຕັ້ງ; ສືບຕໍ່ປັບປຸງກົນໄກ, ລະບອບ, ລະບຽບການ, ສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍ ເພື່ອດຶງດູດເອົາການລົງທຶນ ໃຫ້ຫຼາຍຂຶ້ນ, ແກ້ໄຂທຸກການທ່ວງດຶງ, ຂອດຂັ້ນທີ່ຍັງເປັນອຸປະສັກໃຫ້ຕົກໄປ, ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນ; ຍູ້ແຮງການຜະລິດເປັນສິນຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ໃຫ້ດີຂຶ້ນເລື້ອຍໆ; 2. ຕີລາຄາ ແລະ ໃຫ້ທິດຊີ້ນໍາການປະຕິຮູບລັດວິສາຫະກິດ: ຄະນະບໍລິຫານງານສູນກາງພັກ ຕີລາຄາສູງ ຕໍ່ຄວາມພະຍາຍາມ ຂອງລັດຖະບານ ໃນການປັບປຸງ, ຄຸ້ມຄອງ ແລະ ຊຸກຍູ້ການເຄື່ອນໄຫວດໍາເນີນທຸລະກິດ ຂອງບັນດາລັດວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ, ຊຶ່ງບັນດາລັດວິສາຫະກິດດັ່ງກ່າວ ສາມາດປະກອບສ່ວນເຂົ້າໃນການພັດທະນາ ແລະ ການບໍລິການສາທາລະນະ, ສາມາດມອບເງິນປັນຜົນກໍາໄລໃຫ້ລັດ ໄດ້ເປັນຢ່າງດີ. ເຖິງຢ່າງນັ້ັ້ນກໍຕາມ ກອງປະຊຸມ ຍັງໄດ້ໃຫ້ຂໍ້ສັງເກດ ແລະ ຕີລາຄາ ຕໍ່ການບໍລິຫານ ແລະ ຄຸ້ມຄອງ ລັດວິສາຫະກິດຫຼາຍຫົວໜ່ວຍ ຍັງບໍ່ມີປະສິດທິພາບ ແລະ ບໍ່ມີປະສິດທິຜົນ, ການດຳເນີນທຸລະກິດ ບໍ່ມີຜົນກຳໄລ ແລະ ມີໜີ້ສິນຄຸມເຄືອ ເປັນຈໍານວນຫຼາຍ, ຈຶ່ງມີຄວາມຈຳເປັນຢ່າງຮີບດ່ວນ ເພື່ອເລັ່ງລັດການປະຕິຮູບລັດວິສາຫະກິດ ໃຫ້ສໍາເລັດໂດຍໄວ ເປັນຕົ້ນແມ່ນໄຟຟ້າລາວ, ການບິນລາວ, ນໍ້າມັນເຊື້ອໄຟລາວ ແລະ ອື່ນໆ; ບັນຫາສໍາຄັນ, ຄະນະບໍລິຫານງານສູນກາງພັກ ໄດ້ໃຫ້ທິດຊີ້ນໍາ ຕໍ່ການປັບປຸງໂຄງສ້າງດ້ານການຈັດຕັ້ງ, ກົນໄກຄຸ້ມຄອງລັດວິສາຫະກິດ ຄືນໃໝ່ ໃຫ້ມີຄວາມສອດຄ່ອງ, ມີຄວາມໂປ່ງໃສ ສາມາດຕິດຕາມ, ກວດກາ, ກວດສອບໄດ້ຢ່າງເປັນປົກກະຕິ; ຕ້ານ ແລະ ສະກັດກັ້ນ ແລະ ກໍາຈັດປັດເປົ່າ ປະກົດການຫຍໍ້ທໍ້, ການເສື່ອມຄຸນປ່ຽນທາດ ໃນຖັນແຖວພະນັກງານ ຂອງລັດວິສາຫະກິດ; ມອບໃຫ້ ລັດຖະບານ, ຄະນະປະຕິຮູບ ສືບຕໍ່ຄົ້ນຄວ້າ ແລະ ປັບປຸງ ກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງ ເພື່ອຮອງຮັບ ແລະ ເຮັດໃຫ້ການປະຕິຮູບລັດວິສາຫະກິດ ດໍາເນີນໄປຢ່າງມີປະສິດທິຜົນ.
3. ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິເລກທີ 112/ກມສພ ລົງວັນທີ 02 ມິຖຸນາ 2020 ຂອງກົມການເມືອງສູນກາງພັກ ກ່ຽວກັບຍົກສູງຄຸນນະພາບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ: ບັນດາອົງການຮັບຜິດຊອບໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໄດ້ຮັບການປັບປຸງ ໃຫ້ເປັນລະບົບ ແລະ ໜັກແໜ້ນຂຶ້ນກວ່າເກົ່າ, ສາມາດເຄື່ອນໄຫວປະຕິບັດໜ້າທີ່ ປົກປ້ອງກົດໝາຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງລັດ, ລວມໝູ່ ແລະພົນລະເມືອງ ໄດ້ເປັນຢ່າງດີ, ປະກອບສ່ວນເຮັດໃຫ້ສັງຄົມສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ແຕ່ພ້ອມກັນນັ້ນ ກໍຍັງມີຫຼາຍບັນຫາທີ່ຕ້ອງເອົາໃຈໃສ່ ເປັນຕົ້ນແມ່ນຄຸນນະພາບການດຳເນີນຄະດີຈໍານວນໜຶ່ງ ຍັງບໍ່ທັນສູງ; ການປະຕິບັດພາລະບົດບາດ, ການຕິດຕາມກວດກາ ແລະ ປະສານສົມທົບແກ້ໄຂຄະດີ ຂອງບັນດາອົງການ ໃນລະບົບດຳເນີນຄະດີຕາມຂະບວນຍຸຕິທຳຍັງບໍ່ທັນແຂງແຮງ ແລະ ໂລ່ງລ່ຽນເປັນລະບົບ. ຄະນະບໍລິຫານງານສູນກາງພັກ ຊີ້ນໍາໃຫ້ສືບຕໍ່ຈັດຕັ້ງປະຕິບັດທິດຊີ້ນໍາ ທີ່ກໍານົດໄວ້ ໃນມະຕິ 112 ຂອງກົມການເມືອງສູນກາງພັກ ໃຫ້ເຂົ້າສູ່ລວງເລິກກວ່າເກົ່າ; ສືບຕໍ່ເພີ່ມທະວີການນໍາພາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານຂະບວນຍຸຕິທໍາ; ເພີ່ມທະວີການຕິດຕາມ, ກວດກາ ຕໍ່ການດໍາເນີນຄະດີ ຂອງບັນດາອົງການກ່ຽວຂ້ອງ; ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ປະຊາຊົນ ເຂົ້າເຖິງຂະບວນຍຸຕິທຳ ໄດ້ຢ່າງສະດວກ; ນໍາພາຊີ້ນໍາການຈັດຕັ້ງ ຂອງສະພາທະນາຍຄວາມ ແລະ ການເຄື່ອນໄຫວ ຂອງທະນາຍຄວາມ ໃຫ້ໜັກແໜ້ນ, ໃຫ້ເປັນອົງກອນ ທີ່ເຮັດໜ້າທີ່ປົກປ້ອງກົດໝາຍ, ປົກປ້ອງຄວາມເປັນທໍາ ຢ່າງແທ້ຈິງ; ປະຕິບັດຄໍາຕັດສິນຂອງສານ ໃຫ້ມີຄວາມສັກສິດ, ວ່ອງໄວ ແລະ ຮັບປະກັນຄວາມຍຸຕິທໍາ; 4. ການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂບັນຫາການປະລະການຮຽນ: ກອງປະຊຸມໄດ້ຖືເປັນບັນຫາສໍາຄັນຍຸດທະສາດ ແລະ ເປັນບັນຫາຮີບດ່ວນ ຕ້ອງໄດ້ຮັບການແກ້ໄຂໃຫ້ວ່ອງໄວ. ໄລຍະຜ່ານມາ ພັກ-ລັດ ໄດ້ວາງນະໂຍບາຍ ຖືເອົາການສຶກສາ ໄປກ່ອນກ້າວໜຶ່ງ, ເອົາໃຈໃສ່ປັບປຸງວຽກງານການສຶກສາ ໃຫ້ເຂົ້າສູ່ຄຸນນະພາບ ຊຶ່ງຖືເປັນປັດໄຈສໍາຄັນ ຕັດສິນຄຸນນະພາບ ຂອງການພັດທະນາຊັບພະຍາກອນມະນຸດ, ແຕ່ປະເທດເຮົາ ກໍຍັງປະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ ໃນການຍົກສູງຄຸນນະພາບການສຶກສາ. ຄະນະບໍລິຫານງານສູນກາງພັກ ໄດ້ໃຫ້ທິດຊີ້ນໍາ ໂດຍໃຫ້ສຸມໃສ່ສ້າງຖັນແຖວຄູ, ອາຈານໃຫ້ໄດ້ມາດຕະຖານດ້ານວິຊາການ ແລະ ຈັນຍາບັນທີ່ໜັກແໜ້ນ ເພື່ອສະໜອງໃຫ້ການສຶກສາທຸກລະດັບ; ຮັບປະກັນການຄັດເລືອກ, ເລືອກເຟັ້ນ, ສອບບັນຈຸຄູໃຫ້ໄດ້ມາດຕະຖານ; ທົບທວນຄືນລະບອບເງິນເດືອນ, ເງິນອຸດໜູນ, ຄ່າສະຫວັດດີການ, ສິດທິປະໂຫຍດຕ່າງໆ ຕໍ່ຄູ; ສືບຕໍ່ປັບປຸງເນື້ອໃນຫຼັກສູດໃນລະບົບການສຶກສາທຸກລະດັບ; ແກ້ໄຂຊ່ອງຫວ່າງຄວາມແຕກໂຕນການສຶກສາລະຫວ່າງຕົວເມືອງກັບຊົນນະບົດ; ເພີ່ມທະວີການນໍາພາຊີ້ນໍາຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ,ການມີສ່ວນຮ່ວມຂອງຄອບຄົວ, ຂອງສັງຄົມຕໍ່ວຽກງານພັດທະນາການສຶກສາໃຫ້ສູງຂຶ້ນກວ່າເກົ່າ: ຄົ້ນ ຄວ້ານະໂຍບາຍສະເພາະ ຕໍ່ນັກຮຽນຜູ້ທຸກຍາກ, ຜູ້ດ້ອຍໂອກາດ ກໍຄືເດັກນ້ອຍ ຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ, ເຂດພູດອຍຊົນເຜົ່າ, ເສີມຂະຫຍາຍຄຸນປະໂຫຍດ ແລະ ບົດຮຽນຂອງໂຮງຮຽນກິນນອນຊົນເຜົ່າ, ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ ໃນການຍົກລະດັບຄວາມຮູ້, ການສ້າງເຮັດວຽກງານທໍາ, ການປະກອບອາຊີບ ແລະ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງປະເທດຊາດ,ມອບໃຫ້ລັດຖະບານເອົາໃຈໃສ່ ເພີ່ມງົບປະມານໃສ່ວຽກງານການສຶກສາຂຶ້ນຕື່ມ; 5. ນອກຈາກນັ້ນ, ຄະນະບໍລິຫານງານສູນກາງພັກ ຍັງໄດ້ປະກອບຄວາມເຫັນ ແລະ ໃຫ້ທິດຊີ້ນໍາ ຕໍ່ໂຄງຮ່າງ ແລະ ເນື້ອໃນໃຫຍ່ເບື້ອງຕົ້ນ ຂອງຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ການສະຫຼຸບແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການ ຂອງພັກ ຊຶ່ງເປັນເອກະສານສໍາຄັນ ທີ່ຈະສະເໜີ ຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕົ້ນປີ 2026 ເພື່ອໃຫ້ອະນຸກໍາມະການທີ່ກ່ຽວຂ້ອງ ສືບຕໍ່ນໍາໄປຄົ້ນຄວ້າ, ປັບປຸງ ໃຫ້ເປັນລະບົບຕື່ມອີກ.  
ຄະນະບໍລິຫານງານສູນກາງພັກ ມອບໃຫ້ຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ເປັນເຈົ້າການນໍາພາຊີ້ນໍາ ການເຊື່ອມຊຶມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມຄັ້ງນີ້ ໃຫ້ເຂົ້າສູ່ຂະບວນການວຽກງານຕົວຈິງ  ແລະ ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ທົ່ວປວງຊົນລາວ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ຍົກສູງຄວາມຮັບຜິດຊອບການເມືອງ, ເດັດດ່ຽວຖືເອົາການແກ້ໄຂບັນຫາຄວາມຫຍຸ້ງຍາກເສດຖະກິດ-ການເງິນ, ພ້ອມກັນເຊີດຊູນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ປະກົດເປັນຈິງ.  
(ຂ່າວ: ຫສພ, ພາບ: ແສງຈັນ)