ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານ ສະພາທະນາຍຄວາມລາວ ກັບ ບັນດາອົງການປົກປ້ອງກົດໝາຍ.ດັ່ງນັ້ນ, ໃນວັນທີ 17 ພຶດສະພາ ຜ່ານມາ ສະພາທະນາຍຄວາມລາວ ໄດ້ຈັດການແຂ່ງຂັນກິລາເປຕັງທີ່ສະໜາມກິລາກົມພາລະທິການກອງທັບໂດຍມີ ທ່ານ ວໍລັດສະໝີ ສຸລິປະພັນ ປະທານສະພາທະນາຍຄວາມລາວ, ທ່ານ  ປະເສີດ ສະຫວ່າງດີ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ທ່ານ ເກດ ກຽດຕິສັກ ຄະນະທີ່ປຶກສາສະພາທະນາຍຄວາມລາວແລະນັກກິລາເຂົ້າຮ່ວມ.
ສໍາລັບການແຂ່ງຂັນໄດ້ແບ່ງອອກເປັນສອງປະເພດ, ປະເພດຊາວໜຸ່ມ ແລະ ປະເພດອາວຸໂສ. ໃນການແຂ່ງຂັນໄດ້ມີທີມຈາກຫ້ອງການໜ່ວຍສະພາທະນາຍຄວາມປະຈຳເມືອງ 9 ຕົວເມືອງໃນນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສະພາທະນາຍຄວາມ, ຄະນະທີ່ປຶກສາສະພາທະນາຍຄວາມ, ພ້ອມກັນນີ້ ຍັງມີທີມກິລາຈາກກຳມາທິການຍຸຕິທຳ ຂອງສະພາແຫ່ງຊາດ, ກຳມາທິການກົດໝາຍ ຂອງສະພາແຫ່ງຊາດ, ສະຖາບັນຍຸຕິທຳແຫ່ງຊາດ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ສານປະຊາຊົນສູງສຸດ, ສານປະຊາຊົນນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນສູງສຸດແລະ ພະແນກຍຸຕິທໍານະຄອນຫຼວງວຽງຈັນ. 
ຜົນການແຂ່ງຂັນ ປະເພດຊາວໜຸ່ມ ທີ 1 ທີມ ໜ່ວຍສະພາທະນາຍຄວາມປະຈໍາເມືອງໄຊທານີ, ທີ 2 ທີມ ສານປະຊາຊົນນະຄອນຫຼວງວຽງຈັນ, ທີ 3 ທີມ ອົງການໄອຍະການປະຊາຊົນສູງສຸດ ແລະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ປະເພດອາວຸໂສ ທີ1 ທີມຄະນະທີ່ປຶກສາສະພາທະນາຍຄວາມ, ທີ2 ທີມ ກຳມາທິການຍຸຕິທຳ ຂອງສະພາແຫ່ງຊາດ ແລະ ທີ 3 ທີມ ຂອງກຳມາທິການກົດໝາຍ ສະພາແຫ່ງຊາດ ແລະ ສະຖາບັນຍຸຕິທຳແຫ່ງຊາດ.
ບັນຍາກາດຂອງການແຂ່ງຂັນແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ສ້າງສັນ.
(ຂ່າວ-ພາບ: ໄຊຍະສິດ ບັນຍາວົງ)