ທຸກຄົນທີ່ບໍ່ໄດ້ຮັບວັກຊິນປ້ອງກັນສາມາດຕິດພະຍາດໝາກແດງໃຫຍ່ໄດ້.
 - ເດັກນ້ອຍ ແລະ ແມ່ຍິງຖືພາທີ່ບໍ່ໄດ້ຮັບວັກຊິນປ້ອງກັນເປັນກຸ່ມທີ່ມີຄວາມສ່ຽງຫຼາຍທີ່ສຸດທີ່ຈະມີອາການຮຸນແຮງ ແລະ ມີອາການແຊກຊ້ອນຈາກການເປັນພະຍາດໝາກແດງໃຫຍ່.
* ເດັກນ້ອຍທີ່ຂາດສານອາຫານມີຄວາມສ່ຽງທີ່ສູງຂຶ້ນທີ່ຈະຕິດເຊື້ອ, ເຈັບເປັນຮຸນແຮງ ແລະ ເສຍຊີວິດຈາກພະຍາດໝາກແດງໃຫຍ່. ວິຕາມິນເອ (Vitamin A) ສາມາດຊ່ວຍປ້ອງກັນດວງຕາຂອງຜູ້ທີ່ຕິດເຊື້ອບໍ່ໃຫ້ຕາບອດ ຍ້ອນພະຍາດໝາກແດງໃຫຍ່. ວິຕາມິນເອ ຍັງມີສ່ວນຊ່ວຍເຮັດໃຫ້ອັດຕາການເສຍຊີວິດຈາກ ພະຍາດໝາກແດງໃຫຍ່ຫຼຸດລົງ.