ໂດຍ:ຕະວິນຍານ
  ປີ 2023 ຜ່ານມານີ້,ກະຊວງສຶກສາທິການ-ກິລາ ໄດ້ຕັ້ງໜ້າຍົກລະດັບຄູໃຫ້ມີຄວາມຮູ້ ຄວາມສາມາດໃນການສອນ ວິທີສົ່ງຄວາມຮູ້ໃຫ້ນັກຮຽນນັກສຶກສາຢ່າງເປັນລະບົບ ຊຶ່ງໄດ້ຝຶກອົບຮົມການນໍາໃຊ້ປຶ້ມຄູ່ມືແນະນໍາ ການນໍາໃຊ້ໂປຣແກຣມ ແລະ ແຫຼ່ງການຮຽນການສອນແບບ ອອຟລາຍ ແລະ ອອນລາຍໃຫ້ຜູ້ອໍານວຍການ ແລະ ຄູປະຈໍາການ ຊັ້ນປະຖົມສຶກສາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ແລະ ແຜນງານການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງລະບົບການສຶກສາໃນ ສປປ ລາວ ສະໜັບສະໜູນໂດຍອົງການ ອຸຍນີເຊັບ ແລະ ສະຫະພາບເອີຣົບ ປະຈໍາ ສປປ ລາວ; ຄູ-ອາຈານໃນວິທະຍາໄລຄູ ແລະ ຄູສອນປະຖົມສາທິດຂອງວິທະຍາໄລຄູ 8 ແຫ່ງ ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງໃນຫຼາຍຫົວຂໍ້ ເຊັ່ນ: ການຮຽນ-ການສອນຄະນິດສາດ ດ້ວຍຮູບແບບການສຶກສາການສອນ ແລະ ຮູບແບບແກ້ໄຂບັນຫາ ພາຍໃຕ້ການສະໜັບສະໜູນຂອງ ໂຄງການ iTEAM; ການນໍາໃຊ້ Google classroom ແລະ Google form ເຂົ້າໃນການຈັດການຮຽນການສອນແລະການຫັນປ່ຽນຫຼັກສູດ ແລະ ວິທີສິດສອນ ພາຍໃຕ້ການສະໜັບສະໜູນຈາກ UNESCO-IBE; ປັບປຸງເນື້ອໃນໂຄງຮ່າງຫຼັກສູດສ້າງຄູມັດທະຍົມ ລະບົບປົກກະຕິ 4 ປີ ແລະ ລະບົບຕໍ່ເນື່ອງ 2 ປີ ໃຫ້ສອດຄ່ອງກັບຫຼັກສູດສາມັນສຶກສາ ແລະ STEM ສຶກສາ; ຝຶກອົບຮົມການນໍາໃຊ້ ຄູ່ມື ແລະ ແບບຮຽນ ວິຊາຄະນິດສາດ ຊັ້ນປະຖົມສຶກສາ ປີທີ 5 ໃຫ້ຜູ້ອໍານວຍການ ແລະ ຄູສອນຊັ້ນປະຖົມສຶກສາທົ່ວປະເທດ; ຝຶກອົບຮົມສ້າງຄວາມເຂັ້ມແຂງ ໃນການປະຕິບັດວຽກງານການສຶກສານິເທດໃຫ້ຜູ້ເຮັດວຽກສຶກສາ ນິເທດຊັ້ນປະຖົມສຶກສາຂັ້ນແຂວງ, ເມືອງ ແລະ ວິທະຍາໄລຄູ ໃນທົ່ວປະເທດ; ສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງມະຫາວິທະຍາ ໄລສ້າງຄູແຫ່ງຊາດ.ໄປພ້ອມກັນນັ້ນ ກະຊວງສຶກສາທິການ-ກິລາຍັງໄດ້ສ້າງນະໂຍບາຍຄູແຫ່ງຊາດ ເປັນສະບັບສົມບູນ ແລະ ກໍາລັງຢູ່ໃນການຂໍອະນຸມັດຮັບຮອງຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາແລະ ໄດ້ກໍ່ສ້າງອາຄານຮຽນ ແລະ ຈັດຊື້ອຸປະກອນຮັບໃຊ້ການຮຽນການສອນ ຂອງໂຮງຮຽນ ສາທິດໃນວິທະຍາໄລຄູ.
ພາບ:ຈາກແຜນງານບີຄວາ