ທີມນັກກິລາເພາະກາຍທີມຊາດລາວ ຈຳນວນ 30 ກວ່າຄົນ ສາມາດສ້າງຜົນງານພົ້ນເດັ່ນ  ຍາດໄດ້5 ຫຼຽນຄໍາ, 4 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 22 ຫຼຽນ ສ້າງປະຫວັດສາດໜ້າໃໝ່ໃຫ້ວົງການກິລາເພາະກາຍລາວ ໃນການແຂ່ງຂັນກິລາເພາະກາຍ ລາຍການຊີງແຊັມອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຄັ້ງທີ 18 ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ ໄດ້ຈັດຂຶ້ນທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນລະຫວ່າງວັນທີ 18-19 ພຶດສະພາຜ່ານມາໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຮອງປະທານຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ທ່ານ  ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ທ່ານ ດາໂຕະ ພໍຊົວ ປະທານສະຫະພັນກິລາເພາະກາຍ ແລະ ຟິດເນັດໂລກ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນເພາະກາຍອາຊຽນ ແລະ ອາຊີເຂົ້າຮ່ວມ.
ໂອກາດນີ້, ທ່ານ  ມະໂນທອງ ວົງໄຊ ກ່າວວ່າ: ການແຂ່ງຂັນກິລາເພາະກາຍອາຊຽນຄັ້ງນີ້  ເປັນຄັ້ງທໍາອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງເປັນໂອກາດທີ່ດີໃນການສະແດງເຖິງສັກກະຍະພາບຄວາມສາມາດໃນການເປັນເຈົ້າພາບຈັດງານລະດັບພາກພື້ນ ແລະ ຕໍ່ຍອດສູ່ການເປັນເຈົ້າພາບລະດັບສາກົນ. ພ້ອມກັນນີ້, ກໍເປັນການສ້າງແຮງຈູງໃຈໃຫ້ນັກກິລາສະໝັກຫຼິ້ນ ຫຼື ກໍາລັງສົນໃຈກິລາປະເພດນີ້ ຫັນມາຫຼິ້ນກິລານີ້ໃຫ້ຫຼາຍຂຶ້ນ ແລະ ປີນີ້ ກໍເປັນປີທ່ອງທ່ຽວລາວ ແລະ ສປປ ລາວ ເປັນປະທານອາຊຽນ, ຖືວ່າເປັນການສ້າງກິດຈະກຳທີ່ດີ ເພື່ອດຶງດູດການທ່ອງທ່ຽວ ແລະ ຍົກສູງບົດບາດຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງກວ້າງຂວາງ.
ການແຂ່ງຂັນ ມີການຊີງໄຊ 2 ປະເພດ ຄື: ປະເພດເພາະກາຍ (Bodybuilding) ແລະ ປະເພດຫຸ່ນສວຍງາມ (Physique sport ແລະ Model Physique), ມີການຊີງໄຊເອົາຫຼຽນທັງ
ໝົດ 75 ຫຼຽນ, ໃນນັ້ນ ປະກອບມີ 25 ຫຼຽນຄໍາ, 25 ຫຼຽນເງິນ ແລະ 25 ຫຼຽນທອງ ມີນັກກິລາເຂົ້າຮ່ວມ 153 ຄົນ ຈາກ 8 ປະເທດ ໃນຂົງເຂດອາຊຽນ (ບໍ່ມີປະເທດຕີມໍເລສເຕ, ປະເທດບຣູໄນ ແລະ ປະເທດຟິລິບປິນ) ເຂົ້າຮ່ວມ. ສຳລັບເຈົ້າພາບ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມ 32 ຄົນ.
ຜ່ານການແຂ່ງຂັນ ນັກກິລາເພາະກາຍທີມຊາດລາວ ສາມາດຍາດມາໄດ້ 5 ຫຼຽນຄໍາ, 4 ຫຼຽນເງິນ ແລະ 13 ຫຼຽນທອງຊຶ່ງ 5 ຫຼຽນຄຳ ໄດ້ຈາກ: ທ້າວ ຄຳລິ່ງ ຈະເລີນ ປະເພດເພາະກາຍ ນໍ້າໜັກ 70 ກິໂລກຣາມ, ທ້າວ ອິນກອນ ສີວິໄລ ເພາະກາຍ ນໍ້າໜັກ 55 ກິໂລກຣາມ, ທ້າວ ແກ້ວຕາ ພະພິລົມລາສັກ ປະເພດຫຸ່ນງາມ ຄວາມສູງ 165 ຊັງຕີແມັດ, ນາງ ຈິນຕະນາ ຄຳບຸນເຮືອງ ປະເພດຫຸ່ນງາມ ຄວາມສູງ 165 ຊັງຕີແມັດ ແລະ ອີກ 1 ຫຼຽນຄຳ ໄດ້ຈາກ ນາງ ຈິນຕະນາ ຄຳບຸນເຮືອງ  ປະເພດຫຸ່ນງາມ ອາຍຸ 35 ປີຂຶ້ນໄປ, ສ່ວນ 4 ຫຼຽນເງິນ ໄດ້ຈາກທ້າວ ຄຳຫຼ້າ ສາມາວົງ ຮຸ່ນໂອເພັນ, ທ້າວ ປິ່ງ ລາດວົງ ປະເພດເພາະກາຍ ອາຍຸ 50-60 ປີ, ທ້າວ ສອນພວງ ຄຳວົງແສງ ປະເພດຫຸ່ນງາມຄວາມສູງ 175 ຊັງຕີແມັດຂຶ້ນໄປ ແລະ ນາງ ເພັດສະລາ ພັນນະສານ ປະເພດຫຸ່ນງາມ ຄວາມສູງ 155 ຊັງຕີແມັດ ແລະ13 ຫຼຽນທອງ ໄດ້ຈາກນາງ ວອນມະນີ ໄຊຍະສານ, ນາງ ຊີຕ້າ ທອງສຸລິນ, ນາງ ສົມມະນິນ ພານຸສິດ, ທ້າວ ສຸລິຍາ ໄຊຍະພອນ, ທ້າວ ສິນປະເສີດ ວົງພັນ, ທ້າວ ສັນຕິສຸກ ດວງແກ້ວມະນີ, ທ້າວ ແສງປະເສີດ ໄຊຍະສິງ, ທ້າວ ອຸ້ຍ ສີວິເສດ, ທ້າວ ພູມີ ສະຫວັດດີໄຊ, ທ້າວ ຂາວພອນ ພອນປະເສີດ, ທ້າວ ອາລຸນໃໝ່ ສີສຸລາດ, ທ້າວ ພຸດສະຫວັນ ສີຊົມພູ, ທ້າວ ຄຳຫຼ້າ ສາມະວົງ ແລະ ປະເພດຄູ່ປະສົມ ນາງ ເພັດສະລາ ພັນນະສານ ຄູ່ກັບ ທ້າວ ຄຳຫຼ້າ ສາມະວົງ ແລະ ສະເພາະ ຄຳຫຼ້າ ສາມະວົງ ສາມາດຍາດໄດ້ມາ 1 ຫຼຽນຄຳ ແລະ 2 ຫຼຽນທອງ. ພ້ອມກັນນີ້, ສປປ ລາວ ກໍຍັງສາມາດຍາດໄດ້ຫຼຽນຄໍາປະເພດທີມຍິງ ສ່ວນຫຼຽນເງິນເປັນຂອງ ຫວຽດນາມ ແລະ ຫຼຽນທອງ ໄທ,ຂະນະທີ່ ປະເພດທີມຊາຍ ຫຼຽນຄໍາ ເປັນຂອງຫວຽດນາມ, ຫຼຽນເງິນ ສປປ ລາວ ແລະ ຫຼຽນທອງ ປະເທດໄທ.
ລາງວັນ Mr. Southeast Asian 2024 champion of champion ລາຍການດັ່ງກ່າວ ທີ່ກຳນົດເອົານັກກິລາທີ່ໄດ້ຫຼຽນຄໍາຈາກ 6 ຮຸ່ນ ມາແຂ່ງຂັນກັນ ຜົນປະກົດວ່າ ທ້າວ ທານະກິດ ພະຈັນທະເສນ ຈາກໄທ ຮຸ່ນນໍ້າໜັກ 75 ກິໂລກຣາມ ຂຶ້ນໄປ ໄດ້ທີ1.
ສະຫຼຸບຕາຕະລາງຫຼຽນລາງວັນ: ທີ 1  ຫວຽດນາມ ຍາດໄດ້ 10 ຫຼຽນຄຳ, 9 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 26 ຫຼຽນ, ທີ 2 ໄທ ຍາດໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ, ທີ 3 ສປປ ລາວ ຍາດໄດ້ 5 ຫຼຽນຄຳ, 4 ຫຼຽນເງິນ ແລະ 13 ຫຼຽນທອງ, ທີ 4 ມຽນມາ ຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ, ທີ 5 ມາເລເຊຍ ຍາດໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ,ທີ 6 ກຳປູເຈຍ ຍາດໄດ້ 2 ຫຼຽນເງິນ ແລະ ທີ 7 ຮ່ວມ ເປັນຂອງ ອິນໂດເນເຊຍ ແລະ ສິງກະໂປ ສາມາດຍາດໄດ້ປະເທດລະ 1 ຫຼຽນເງິນ.  
(ຂ່າວ-ພາບ: ສົງການ ພັນແພງດີ)