ນະຄອນຫຼວງວຽງຈັນ(ນວ)ກະກຽມສອບເສັງພາກຮຽນທີ IIຈົບຊັ້ນສາຍມັນສຶກສາປ.5, ມ.4ແລະມ.7ປະຈຳສົກຮຽນ 2023-2024ທົ່ວ ນວ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ໄດ້ລາຍງານໃຫ້ຮູ້ໃນວັນທີ 21 ພຶດສະພານີ້ວ່າ: ທົ່ວ ນວ ມີໂຮງຮຽນປະຖົມທັງໝົດ581ແຫ່ງ, ໃນນັ້ນໂຮງຮຽນເອກະຊົນ197 ແຫ່ງ, ໂຮງຮຽນລັດ 384ແຫ່ງ, ໂຮງຮຽນທີ່ມີຊັ້ນ ປ.5 ມີ 548ແຫ່ງ, ມີນັກຮຽນທັງໝົດ 15.869 ຄົນຍິງ 7.807 ຄົນ,ໂຮງຮຽນມັດທະຍົມສຶກສາທັງໝົດ 197ແຫ່ງ, ໃນນັ້ນມີໂຮງຮຽນເອກະຊົນ 90ແຫ່ງ, ໂຮງຮຽນລັດ106 ແຫ່ງ, ໂຮງຮຽນທີ່ມີຊັ້ນມ.4 ມີ 175ແຫ່ງ, ເພີ່ມຂຶ້ນ 4 ແຫ່ງ, ມີນັກຮຽນມ.4 ທັງໝົດ 12.391ຄົນຍິງ6.294ຄົນແລະ ໂຮງຮຽນທີ່ມີຊັ້ນມ.7 ມີ114ແຫ່ງ, ເພີ່ມຂຶ້ນ 6 ແຫ່ງ, ມີນັກຮຽນມ.7ທັງໝົດ9.427ຄົນຍິງ 4.863ຄົນ.    
    ທ່ານ ສົມພອນ ສອນດາລາ ກ່າວໃຫ້ຮູ້ອີກວ່າ: ສຳລັບການສອບເສັງເລື່ອນຊັ້ນປະຖົມສຶກສາຂັ້ນປ.1- ປ.4 ສອບເສັງໃນວັນທີ 13-17 ພຶດສະພາ,ຂັ້ນປ.5ສອບເສັງໃນວັນທີ 28-29ພຶດສະພາ 2024ສອບເສັງໃນ 4 ວິຊາຄື: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດແລະສິ່ງແວດລ້ອມ,ຈັດເປັນ59ສູນສອບເສັງຈຳນວນນັກສອບເສັງທັງໝົດ15.869ຄົນຍິງ7.807ຄົນ, ຫ້ອງສອບເສັງ618ຫ້ອງ, ສະເລ່ຍຈຳນວນນັກສອບເສັງຫ້ອງລະ25-30ຄົນ, ແຕ່ລະຫ້ອງນັ່ງໂຕະລະ1ຄົນ, ມີກຳມະການຍາມຫ້ອງທັງໝົດ1.245ຄົນຊຶ່ງໄດ້ຈັດຢູ່ແຕ່ລະເມືອງ;ຊັ້ນມ.1-ມ.3 ແລະມ.5-ມ.6 ຈະສອບເສັງໃນວັນທີ 20-24 ພຶດສະພາ;ຊັ້ນມ.4 ຈະສອບເສັງຈົບຊັ້ນໃນລະຫວ່າງວັນທີ11-13 ມິຖຸນາ 2024ສອບເສັງໃນ5ວິຊາຄື: ຄະນິດສາດ,ພາສາລາວ-ວັນນະຄະດີ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມແລະພາສາອັງກິດ, ຈັດເປັນ32ສູນສອບເສັງຈໍານວນນັກສອບເສັງທັງໝົດ12.391ຄົນຍິງ6.294ຄົນ,ຫ້ອງສອບເສັງ582ຫ້ອງ, ສະເລ່ຍຈຳນວນນັກສອບເສັງຫ້ອງລະ20-25ຄົນ, ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ, ກຳມະການຍາມຫ້ອງທັງໝົດ1.406 ຄົນ ຊຶ່ງໄດ້ຈັດຢູ່ແຕ່ລະເມືອງແລະຊັ້ນ ມ.7 ຈະສອບເສັງໃນລະຫວ່າງວັນທີ19-21/6/2024ສອບເສັງໃນ5ວິຊາຄື: ຄະນິດສາດ,ພາສາລາວ-ວັນນະຄະດີ, ກຸ່ມວິທະຍາສາດທຳມະຊາດ(ຟີຊິກສາດ, ເຄມີສາດ, ຊີວະສາດ),ກຸ່ມວິທະຍາສາດສັງຄົມ(ພູມສາດ, ປະຫວັດສາດ,ສຶກສາພົນລະເມືອງ) ແລະພາສາອັງກິດ,ຈັດເປັນ22ສູນສອບເສັງຈໍານວນນັກສອບເສັງທັງໝົດ9.427ຄົນຍິງ4.863ຄົນ, ຫ້ອງສອບເສັງ455ຫ້ອງ, ສະເລ່ຍຫ້ອງລະ22-23ຄົນ, ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ,ກໍາມະການຍາມຫ້ອງທັງໝົດ1.231ຄົນຊຶ່ງໄດ້ຈັດຢູ່ແຕ່ລະເມືອງ.
ຂ່າວ-ພາບ: ພູວັນ