ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 23 ພຶດສະພານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2024.
ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 2 ວັນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ທີ່ສໍາຄັນຄື:
1.    ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນພຶດສະພາ ແລະ ທິດທາງແຜນການປະຈຳເດືອນມິຖຸນາ 2024 ຂອງລັດຖະບານ;ສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.
2.    ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ປ່າໄມ້.
3.    ຮ່າງດຳລັດ ວ່າດ້ວຍການກວດກາແຮງງານ.
4.    ຮ່າງດຳລັດ ວ່າດ້ວຍການສຶກສາພາກເອກະຊົນ.
5.    ລາຍງານຄວາມພ້ອມບັນດາຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງລັດຖະບານ ຈະລາຍງານທັງໝົດ 6 ຫົວຂໍ້ ແລະ ຮ່າງກົດໝາຍ 4 ສະບັບ ຄື:
(1)    ບົດລາຍງານລວມ ກ່ຽວກັບສະພາບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ, ແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ ຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.
(2)    ບົດລາຍງານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງລັດຖະບານ.
(3)    ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງລັດຖະບານ.
(4)    ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ ຂອງລັດຖະບານ.
(5)    ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດຂອງມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030.
(6)    ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022.
(7)    ລາຍງານ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 4 ສະບັບ ຄື: ກົດໝາຍ ວ່າດ້ວຍຊັບພະຍາກອນເປັນຢາ (ສະບັບສ້າງໃໝ່); ກົດໝາຍ ວ່າດ້ວຍສະຫະກອນ (ສະບັບສ້າງໃໝ່); ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ); ກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ).
    ໃນໂອກາດກ່າວເປີດກອງປະຊຸມ,ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນແລະພາກພື້ນຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ້ງຕ່າງໆ,ບັນຫາໄພພິບັດທຳມະຊາດ, ບັນດາຂໍ້ຫຍຸ້ງຍາກແລະສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການຟື້ນຕົວແລະຂະຫຍາຍຕົວຂອງເສດຖະກິດໂລກເວົ້າລວມ,ເວົ້າສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ;ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວສັງຄົມ ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນການຄວບຄຸມລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ລວມທັງບັນຫາເຄັ່ງຮ້ອນ, ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນີ້ຍັງໄດ້ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າແລະປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມແລະມີທາງອອກທີ່ຈະແຈ້ງເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງແລະຄາດໝາຍທີ່ກຳນົດໄວ້ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາແລະມີປະສິດທິຜົນສູງ.
(ຂ່າວ-ພາບ: ກົມປະຊາສຳພັນຫສນຍ)