ໂດຍ: ບຸນອູ້ມ
ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2024, ໂຮງຮຽນລ້ຽງເດັກ ສຸລະເດດ ຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໜຶ່ງໂຮງຮຽນທີ່ຮັບລ້ຽງເດັກ ແລະ ສິດສອນຫຼານນ້ອຍຕາມຫຼັກສູດຂອງ ກະຊວງສຶກສາທິການ ແລະ ກິລາ ຊຶ່ງໃນໂອກາດດັ່ງກ່າວທ່ານ ນາງ ສີດາວອນ ແສງສຸວັນ ຜູ້ອໍານວຍການໂຮງຮຽນໄດ້ໃຫ້ຮູ້ວ່າ:  ທາງໂຮງຮຽນລ້ຽງເດັກ ສຸລະເດດ ກໍຈະໄດ້ມີຫຼາຍກິດຈະກໍາ ເພື່ອໃຫ້ຫຼານນ້ອຍໄດ້ສະເຫຼີມສະຫຼອງ ພ້ອມທັງເຫັນໄດ້ຄວາມໝາຍຄວາມສໍາຄັນວັນດັ່ງກ່າວ ທັງຈະເປັນກິດຈະກໍາເສີມສ້າງທັດສະ ແລະ ຄວາມຮູ້ ຕາມແຕ່ລະໄວອາຍຸຂອງເດັກໆ ຄຽງຄູ່ກັບ ວັນປູກຕົ້ນໄມ້ແຫ່ງແຫ່ງຊາດ ໃນນັ້ນກິດຈະກໍາຫຼັກຈະປະກອບດ້ວຍ ການປູກຕົ້ນໄມ້, ການແຂ່ງຂັນກິລາ, ການແຕ້ມຮູບ, ການມອບເຂົ້າໜົມ ແລະ ມອບລາງວັນໃຫ້ກັບຫຼານນ້ອຍ,  ເດັກນ້ອຍ (ຫຼານນ້ອຍ) ກໍຄືຜູ້ໃຫຍ່ໃນອະນາຄົດ ຖ້າເດັກນ້ອຍໄດ້ຮັບການສິດສອນ ເບິ່ງແຍງທີ່ດີມີລະບຽບວິໃນ ໄດ້ຄຸນນະພາບ ເມື່ອເຂົາເຈົ້າໃຫຍ່ຂຶ້ນເປັນຜູ້ໃຫຍ່ໃນອານາຄົດ ເຂົາເຈົ້າກໍຈະເປັນຜູ້ໃຫຍ່ທີ່ມີທັງປະລິມານ ແລະ ຄຸນນະພາບ ຈະກາຍເປັນບຸກຄະລາກອນ (ປະຊາກອນ)ທີ່ໄດ້ຄຸນນະພາບມີທັງຄວາມຮູ້ ຄວາມສາມາດ ຫົວຄິດປະດິດສ້າງ ປະກອບສ່ວນທາງເສດຖະກິດ-ສັງຄົມ ກາຍເປັນບຸກຄະລາກອນທີ່ເຂັ້ມແຂງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດນັ້ນໆ ເວົ້າລວມ ໂດຍສະເພາະ ປະກອບສ່ວນ ຍຸດທະສາດການປົກປັກສ້າງສາ ແລະ ພັດທະນາປະເທດຊາດ ຕາມແນວທາງຂອງ ພັກ-ລັດຖະບານ ແຫ່ງ ສປປລາວ ເຮັດໃຫ້ສັງຄົມ ແລະ ປະເທດຊາດ ທີ່ເຕັມໄປດ້ວຍຄວາມເອື້ອເຟື້ອເຜື່ອແຜ່ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ກາຍເປັນສັງຄົມມີຄວາມສະຫງົບໝັ້ນຄົງ ທຸກຄົນມີຄວາມມັ່ງຄັງຮັ່ງມີ ປະເທດຊາດທີ່ມີຄວາມສີວິໄລ. 
ນາງ ສີດາວອນ ແສງສຸວັນ ໃຫ້ຮູ້ຕື່ມວ່າ: ໂຮງຮຽນລ້ຽງເດັກ ສຸລະເດດ ເຫັນໄດ້ຄວາມສໍາຄັນ ແລະ ຂໍສືບຕໍ່ແນວທາງປະກອບສ່ວນທາງສັງຄົມໂດຍເປັນສະຖານທີ່ສິດສອນລູກຫຼານ (ຫຼານນ້ອຍ) ໃຫ້ເປັນຄົນດີ, ຄົນເກັ່ງ ແລະ ເປັນໂຮງຮຽນທີ່ໄດ້ເນັ້ນການສິດສອນ ແລະ ເອົາໃຈໃສ ຕາມຫຼັກສູດ ລະບຽບການ ຂອງພະແນກສຶກສາທິການເມືອງ ແລະ ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຄັ້ມງວດ ດັ່ງຄໍາຂັວນຂອງໂຮງຮຽນທີ່ວ່າ: ໂຮງຮຽນສະອາດ ເນັ້ນຄຸນນະພາບ ແລະ ຄວາມປອດໄພ ເຊັ່ນທາງໂຮງຮຽນມີຄວາມພ້ອມຮອບດ້ານເພື່ອເປັນການອໍານວຍຄວາມສະດວກໃຫ້ກັບນັກຮຽນ ແລະ ຫຼານນ້ອຍທີ່ມາຮຽນເຊັ່ນ: ສະຖານທີ່, ຫ້ອງຮຽນ, ອຸປະກອນການຮຽນ, ຄູສອນທີ່ມີປະສົບການ, ອາຫານເຊົ້າ, ອາຫານທ່ຽງ, ອາຫານກ່ອນກັບບ້ານ ພ້ອມໝາກໄມ້, ຫ້ອງຮຽນສະອາດປູນວມ, ຕິດນວມຂ້າງ, ມີບ່ອນນອນ, ບ່ອນອາບນໍ້າ, ກ້ອງວົງຈອນທຸກຫ້ອງຮຽນ, ຫ້ອງຕິດແອເຢັນສະບາຍ ພິເສດ ຜູ້ບໍລິຫານມີປະສົບການຫຼາຍກວ່າ 20 ປີ. ເຖິງແນວໃດກໍດີ ໂຮງຮຽນລ້ຽງເດັກ ສຸລະເດດ ຂໍຂອບໃຈມາຍັງທຸກພາກສ່ວນ ຜູ້ປົກຄອງທຸກຄົນ ຕະຫຼອດໄລຍະ 9 ປີ ທີ່ຜ່ານມາ ຍາມໃດກໍຍັງເຊື່ອໝັ້ນໄວ້ວາງໃຈ ແລະ ໃຫ້ການສະໜັບສະໜູນ ໂຮງຮຽນຂອງພວກເຮົາ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2024 ຂໍໃຫ້ທຸກທ່ານ ແລະ ຫຼານນ້ອຍຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ກ້າວໜ້າໄປເລື້ອຍໆ.