ໃນວັນທີ 29 ພຶດສະພາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຮວິ່ງ ແທ່ງ ດາດ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ຮວິ່ງ ແທ່ງ ດາດ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະການພົວພັນຮ່ວມມື, ປະສານງານ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ, ເກີດດອກອອກຜົນຍິ່ງໆຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ, ແລກປ່ຽນບົດຮຽນ ດ້ານຕ່າງໆ ໂດຍສະເພາະດ້ານເຕັກໂນໂລຊີ ແລະ ການສື່ສານ ຊຶ່ງກັນແລະກັນ ໃນອະນາຄົດ ແລະ ຍາວນານ.
ທ່ານ ຮວິ່ງ ແທ່ງ ດາດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ແລະ ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກຮັບຊາບ ພ້ອມທັງ ລາຍງານຜົນສໍາເລັດຂອງການພົບປະ ແລະ ເຮັດວຽກຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງອື່ນໆ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ຕື່ມອີກ.
(ຂ່າວ-ພາບ: ທະນູທອງ)