ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຄູເຣລສຸກຄ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ໃນລະຫວ່າງວັນທີ 11-12 ມິຖຸນາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ.    ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 11 ມິຖຸນາ ນີ້ ທີ່ສະໜາມຫຼວງ ສຸກຄບາທາຣ ແລະ ຜູ້ນໍາຂອງສອງປະເທດ ພ້ອມດ້ວຍພັນລະຍາ ໄດ້ໄປສະແດງຄວາມເຄົາລົບຕໍ່ອານຸສາວະລີ ຈິງກີສຄານ. ພາຍຫຼັງສໍາເລັດພິທີ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ດໍາເນີນການພົບປະສອງຝ່າຍກັບ ພະນະທ່ານ ຄູເຣລສຸກຄ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ຄະນະ ທີ່ ທໍານຽບແຫ່ງລັດ. ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະຫຼອດໄລຍະ 6 ທົດສະວັດຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆ.
ສອງຝ່າຍ ໄດ້ຕີລາຄາ ແລະ ທົບທວນຄືນການພົວພັນຮ່ວມມື ລາວ-ມົງໂກລີ ໃນໄລຍະຜ່ານມາ ກໍຄື ການກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໃນດ້ານຕ່າງໆເຊັ່ນ: ດ້ານການເມືອງ, ວຽກງານປ້ອງກັນຊາດ, ເສດຖະກິດ, ກະສິກໍາ, ການສຶກສາ ແລະ ສາທາລະນະສຸກ. ຜູ້ນໍາສອງປະເທດ ເຫັນວ່າ ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ພ້ອມທັງມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ເຫັນດີສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການນໍາເຂົ້າ-ສົ່ງອອກສິນຄ້າ ໃນຕໍ່ໜ້າ ໂດຍສະເພາະຂະແໜງການທີ່ສອງປະເທດມີທ່າແຮງ ເປັນຕົ້ນ: ດ້ານການຜະລິດກະສິກໍາ, ການບໍລິການຂົນສົ່ງ, ການທ່ອງທ່ຽວ ແລະ ດ້ານອື່ນໆ. ນອກຈາກນັ້ນ, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການທີ່ພົ້ນເດັ່ນໃນໂລກ ພ້ອມທັງເຫັນດີຈະສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
    ໃນໂອກາດນີ້, ພະນະທ່ານ ຄູເຣລສຸກຄ ໂອຄະນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດ ຂອງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ມົງໂກລີ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ.
    ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງລັດຖະບານ ແລະ ປະຊາຊົນ ມົງໂກລີ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ. ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ເຊີນຊວນນັກລົງທຶນ ແລະ ນັກທຸລະກິດຂອງມົງໂກລີ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນຂະແໜງການລ້ຽງສັດ, ການປຸງແຕ່ງຜະລິດຕະພັນຈາກຊີ້ນສັດ ແລະ ຜະລິດສິນຄ້າກະສິກໍາ ທີ່ ສປປ ລາວ ມີທ່າແຮງ, ພ້ອມທັງໄດ້ເຊີນຊວນ ປະຊາຊົນ ມົງໂກລີ ໃຫ້ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ນີ້. ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ມົງໂກລີ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ໃນຕະຫຼອດໄລຍະຜ່ານມາ.    ພາຍຫຼັງສໍາເລັດການພົບປະ, ພະນະທ່ານ ຄູເຣລສຸກຄ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ 3 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືໃນຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາ ວ ແລະ ສະພາຄຸ້ມຄອງລັດຖະກອນ ແຫ່ງ ມົງໂກລີ; 2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານສາທາລະນະສຸກ ແລະ ການບໍລິການດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ມົງໂກລີ; ແລະ 3) ອານຸສັນຍາກ່ຽວກັບສຸຂານາໄມສັດ ສໍາລັບການສົ່ງອອກຊີ້ນງົວ, ຊີ້ນມ້າ, ຊີ້ນແກະ ແລະ ຊີ້ນແບ້ ຈາກມົງໂກລີ ເຂົ້າມາ ສປປ ລາວ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງ ອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ແຫ່ງ ມົງໂກລີ.    ໃນຕອນຄໍ່າຂອງວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດໂດຍ ພະນະທ່ານ  ຄູເຣລສຸກຄ ໂອຄະນາ ແລະ ພັນລະຍາ ທີ່ ໂຮງແຮມ ແຊງກຣີລາ.
ຂ່າວ-ພາບ: ກະຊວງການຕ່າງປະເທດ