ໂດຍ: ຍຸພິນທອງ
ໂຮງຮຽນມິດຕະພາບລາວ-ຈີນ ຕັ້ງຢູ່ບ້ານນາແລເມືອງໄຊ ແຂວງອຸດົມໄຊ ໄດ້ປະກອບສ່ວນຊຸກຍູ້ໃຫ້ທຶນການສຶກສາແກ່ນັກຮຽນທີ່ທຸກຍາກດ້ອຍໂອກາດໃນການຮໍ່າຮຽນໃຫ້ໄດ້ມີໂອກາດເຂົ້າໂຮງຮຽນ, ທ່ານ ຈາງທິງຈ່ຽງ  ຜູ້ປະກອບການໂຮງຮຽນມິດຕະພາບລາວ-ຈີນ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ:  ຕົນເອງເປັນຄົນປະເທດຈີນ ແຂວງເສສວນ ຊຶ່ງໄດ້ມາອາໄສຢູ່ປະເທດລາວໄດ້ 20 ກວ່າປີ ແລະໄດ້ເຮັດທຸລະກິດຄ້າຂາຍ, ສ້າງຕັ້ງໂຮງງານຫຼາຍແຫ່ງຢູ່ແຂວງອຸດົມໄຊເຊັ່ນ: ໂຮງງານເຟີນີເຈີ, ປໍ້ານໍ້າມັນ, ໂຮງງານດິນຈີ່, ກະສິກໍາປູກສາລີ, ດອກມະລິ, ປູກມອນ-ລ້ຽງມ້ອນ ແລະ ໂຮງຮຽນມິດຕະພາບລາວ-ຈີນ.
ທ່ານ ຈາງທິງຈ່ຽງ ໄດ້ໃຫ້ຮູ້ວ່າ: ສໍາລັບແຮງບັນດານໃຈຂອງຕົນໃນການສ້າງໂຮງຮຽນທໍາອິດທີ່ເຂົ້າມາຢູ່ປະເທດລາວ ໄດ້ປະກອບອາຊີບຊາວນາແລະໄດ້ມີໂອກາດໄປຫຼາຍໆບ່ອນໄດ້ພົບເຫັນຄົນລາວຫຼາຍຄອບຄົວ ພົບກັບຄວາມຫຍຸ້ງຍາກໃນການສົ່ງລູກເຂົ້າໂຮງຮຽນ ແລະ ຄົນລາວສ່ວນຫຼາຍຢາກຮຽນພາສາຈີນ. ບວກກັບຕົນເອງກໍເປັນຄົນມັກຮັກໃນການສຶກສາຮໍ່າຮຽນ ເຖິງວ່າຈະບໍ່ໄດ້ມີໂອກາດຮຽນສູງແຕ່ກໍມີຄວາມຕັ້ງໃຈຢາກສ້າງໂຮງຮຽນເພື່ອໃຫ້ເປັນບ່ອນສຶກສາຮໍ່າຮຽນແກ່ນັກຮຽນ. ເມື່ອກ່ອນໂຮງຮຽນແມ່ນໄດ້ເຊົ່າສະຖານທີ່ຂອງເອກະຊົນ ຊຶ່ງມີພຽງແຕ່ 10 ກວ່າຫ້ອງຮຽນ, ປັດຈຸບັນໂຮງຮຽນຫຼັງໃໝ່ມີຫ້ອງຮຽນ 40 ກວ່າຫ້ອງ, ມີຫໍພັກ, ມີອາຄານທີ່ກໍາລັງກໍ່ສ້າງ ຖ້າກໍ່ສ້າງສໍາເລັດຈະມີຫ້ອງຮຽນທັງໝົດປະມານ 160 ກວ່າຫ້ອງ, ມີພະນັກງານ, ຄູ-ອາຈານທັງໝົດເກືອບ 100 ຄົນ ຊຶ່ງໃນນັ້ນມີອາຈານສອນພາສາລາວ69 ຄົນ, ອາຈານສອນພາສາຈີນທີ່ລັດຖະບານຈີນຊ່ວຍຈໍານວນ 12 ຄົນ, ຍັງມີອາຈານຄົນລາວໄປຮຽນຕໍ່ພາສາຈີນຢູ່ສປ ຈີນຈໍານວນ 6 ຄົນແລະໜ່ວຍງານອຸປະໂພກບໍລິໂພກ.ໂຮງຮຽນປະກອບມີຊັ້ນອະນຸບານ, ປະຖົມ, ມັດຖະຍົມສົມບູນ, ມີນັກຮຽນກຽມພາສາຈີນໂດຍສະເພາະແລະມີຫຼັກສູດສອນເພີ່ມພາສາຈີນໂດຍການຮຽນ-ການສອນຖືກຕ້ອງສອດຄ່ອງກັບຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ, ສ່ວນຫຼັກສູດສອນພາສາຈີນແມ່ນເສີມເຂົ້າໃນຫຼັກສູດສອນພາສາຕ່າງປະເທດ ເປັນພາສາທີສອງຮອງຈາກພາສາອັງກິດ ຊຶ່ງພາສາຈີນໄດ້ເລີ່ມສອນຕັ້ງແຕ່ຊັ້ນອະນຸບານ, ປັດຈຸບັນມີນັກຮຽນທັງໝົດ 1.650 ຄົນ, ນອກຈາກນັກຮຽນພາຍໃນແຂວງອຸດົມໄຊແລ້ວຍັງມີນັກຮຽນຈາກແຂວງຜົ້ງສາລີ, ຫຼວງນໍ້າທາ, ຫຼວງພະບາງ ແລະ ແຂວງອື່ນໆເຂົ້າມາຮຽນ. 
ທ່ານ ຈາງທິງຈ່ຽງ ໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນ ໂຮງຮຽນສາມາດປະກອບສ່ວນດ້ານທຶນການສຶກສາໃຫ້ເດັກກໍາພ້າພາຍໃນແຂວງ25 ທຶນຊຶ່ງຈະໄດ້ຮຽນໜັງສືຢູ່ໂຮງຮຽນ, ນອນຢູ່ຫໍພັກໂດຍມີເຄື່ອງນຸ່ງຫົ່ມໃຫ້ໃຊ້ ແລະ ມີທຶນສະໜັບສະໜູນໃຫ້ ແລະໃນຈໍານວນນັກຮຽນ 25 ຄົນນັ້ນໄດ້ເອີ້ນຕົນເອງວ່າພໍ່ແລະນັກຮຽນທຸກຄົນພາຍໃນໂຮງຮຽນກໍໄດ້ເອີ້ນຕົນວ່າອາຈານຊຶ່ງເປັນຄວາມພາກພູມໃຈ ແລະ ດີໃຈທີ່ສຸດ.ຄາດວ່າເປົ້າໝາຍໃນປີນີ້ຈະຊ່ວຍໃຫ້ທຶນນັກຮຽນພາຍໃນແຂວງຕື່ມອີກບໍ່ຫຼຸດ 50 ທຶນ(ລວມທັງທຶນໂຕເກົ່າ 25 ທຶນ). ພິເສດລູກຫຼານຂອງພະນັກງານ-ຄູອາຈານ ກໍໄດ້ເຂົ້າຮຽນໂດຍບໍ່ໄດ້ເສຍຄ່າ, ສໍາລັບການລົງທະບຽນເຂົ້າຮຽນໄດ້ນໍາໃຊ້ວິທີການສອບເສັງ ຊຶ່ງນັກຮຽນທີ່ຜ່ານການສອບເສັງຄັດເລືອກໄດ້ປະເພດທີໜຶ່ງ ຈະຍົກເວັ້ນຄ່າຮຽນໃຫ້ 100%; ປະເພດທີສອງ ຍົກເວັ້ນຄ່າຮຽນໃຫ້ 50% ແລະ ປະເພດທີສາມຍົກເວັ້ນຄ່າຮຽນໃຫ້ 25%. 
ທ່ານນາງ ຈັນເພັງ ດວງພະຈັນ ຮອງຜູ້ອໍານວຍການໂຮງຮຽນມິດຕະພາບລາວ-ຈີນ ກ່າວໃຫ້ຮູ້ວ່າ: ໂຮງຮຽນມິດຕະພາບລາວ-ຈີນ ມີຫໍພັກໃຫ້ນັກຮຽນຕ່າງເມືອງ, ຕ່າງແຂວງ, ໄລຍະຜ່ານມາມີຫໍພັກຍິງ ແລະ ຫໍພັກຊາຍທັງໝົດ 64 ຫ້ອງ, ຫ້ອງໜຶ່ງຮັບໄດ້ 4 ຄົນ, ປັດຈຸບັນມີການກໍ່ສ້າງຕໍ່ເຕີມໃໝ່ໃຫ້ໄດ້ທັງໝົດ 150 ຫ້ອງ. ການຮັບນັກຮຽນຂັ້ນອະນຸບານ ແມ່ນຈະເອົາຕາມເກນອາຍຸສໍາມະໂນຄົວເປັນຫຼັກ, ສໍາລັບຊັ້ນປະຖົມ ແລະມັດທະຍົມ ເວລາຮັບນັກຮຽນແມ່ນໄດ້ມີການສໍາພາດ, ມີການສອບເສັງທົດສອບກ່ອນ, ມີໃບສັນຍາກ່ອນຮັບເຂົ້າຮຽນເປັນຕົ້ນແມ່ນບັນດາກົດລະບຽບ ຊຶ່ງຈະໄດ້ແຈ້ງໃຫ້ຜູ້ກ່ຽວ ແລະຜູ້ປົກຄອງຮັບຊາບ ພ້ອມທັງເຊັນເຫັນດີທັງສອງຝ່າຍ ຫຼັງຈາກນັ້ນຈຶ່ງອອກໃບຮັບຮອງໃຫ້. ສໍາລັບຜູ້ມາໃໝ່ທີ່ບໍ່ໄດ້ພາສາຈີນ ທາງໂຮງຮຽນກໍຈະສົ່ງໄປຮຽນຕາມໂມງຮຽນພິເສດພາສາຈີນຂັ້ນເລີ່ມຕົ້ນ. ສໍາລັບຄ່າຮຽນໃນຊັ້ນອະນຸບານ 1 ເທີມ ລາຄາ 4.000.000 ກີບພ້ອມອາຫານ, ທາງໂຮງຮຽນຍັງມີລົດເມຮັບ-ສົ່ງນັກຮຽນຈໍານວນ 5 ຄັນ, ມີການຮ່ວມມືກັບ 5 ມະຫາວິທະຍາໄລຢູ່ສປ ຈີນ, ໃນນັ້ນ, ຍັງມີທຶນໃຫ້ນັກສຶກສາ 50% ແລະ100%.  ນອກນັ້ນ, ຍັງມີຫຼາຍບໍລິສັດສົ່ງນັກຮຽນ ຫຼືນັກສຶກສາມາຮຽນພາສາຈີນ ເພື່ອໃຫ້ສາມາດສື່ສານໄດ້ ແລະບັນຈຸເຂົ້າເປັນພະນັກງານຂອງບໍລິສັດຕາມສັນຍາລະຫວ່າງບໍລິສັດກັບ ນັກຮຽນ ຫຼືນັກສຶກສາ. ໂຮງຮຽນຍັງເປັນສູນສອບເສັງວັດລະດັບພາສາຈີນ ຫຼື HSK ຊຶ່ງປີໜຶ່ງມີການຈັດຕັ້ງສອບເສັງ 4 ເທື່ອ ຊຶ່ງໃນປີນີ້ນັກຮຽນຊັ້ນມັດທະຍົມສາມາດຍາດໄດ້ອັນດັບທີ 3 ຂອງປະເພດວິຊາພາສາລາວ-ວັນນະຄະດີ. ນອກຈາກນີ້, ນັກຮຽນທີ່ຢາກໄປຮຽນຕໍ່ປະເທດຈີນ ຊຶ່ງບໍ່ມີພື້ນຖານພາສາຈີນ ຫຼືມີໜ້ອຍກໍຍັງສາມາດເຂົ້າມາຮຽນກຽມພາສາຈີນໄດ້ 1 ປີ ຖ້າຜ່ານມາດຕະຖານພາສາຈີນລະດັບ 4 ແລ້ວກໍໄປຮຽນຕໍ່ມະຫາວິທະຍາໄລທີ່ ສປ ຈີນ. ສໍາລັບນັກຮຽນຈາກຕ່່າງເມືອງ, ຕ່າງແຂວງທີ່ເຂົ້າມາຮຽນພາສາຈີນ ຖ້າຜ່ານມາດຕະຖານພາສາຈີນລະດັບ 4 ແລ້ວສາມາດນໍາໄປຊອກວຽກເຮັດງານທໍາໄດ້ຕື່ມອີກ.