ໃນວັນທີ 11 ມິຖຸນາຜ່ານມາ ໂຮງຮຽນເຫຼົ່າຮົບສື່ສານ 205 ຮ່ວມກັບສູນກາງແນວລາວສ້າງຊາດ (ສນຊ) ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາຄືນສູ່ທຳມະຊາດ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1 ມິຖຸນາ 1980-1 ມິຖຸນາ 2024 ) ໂດຍການເຂົ້າຮ່ວມຂອງທ່ານ ອ໋ອດ ພົງສະຫວັນ ຮອງປະທານ ສນຊ ພ້ອມຄະນະ, ມີສະຫາຍ ພັນເອກ ອານຸສອນ ສຸລິຍະແສງ ຮອງຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະແນກການ, ກອງພັນ, ຜູ້ຕາງໜ້າບໍລິສັດທີ່ປຶກສານິດຕະຍາ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
    ສະຫາຍ ພັນເອກ ແກ ນາວາ ຫົວໜ້າການເມືອງໂຮງຮຽນເຫຼົ່າຮົບສື່ສານ 205ກ່າວວ່າ: ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ມີຄວາມໝາຍສຳຄັນເປັນຢ່າງຍິ່ງ, ເປັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດຖະບານທັງເປັນການສ້າງສັນຍາລັກ ແລະ ຂອງຂວັນແຫ່ງໄມຕີຈິດ-ມິດຕະພາບ, ສັນຍາລັກແຫ່ງຈິດໃຈ ແລະ ມູນມໍລະດົກອັນລ້ຳຄ່າລະຫວ່າງໂຮງຮຽນເຫຼົ່າຮົບສື່ສານ 205 ແລະ ສນຊ ພ້ອມກັນສ້າງຂຶ້ນເພື່ອເປັນຂອງຂວັນໃຫ້ຮຸ່ນຕໍ່ໆໄປໄດ້ທ່ຽວຊົມ ແລະ ຊົມໃຊ້ ຍັງເປັນການປຸກລະດົມກຳລັງປະກອບສ່ວນຈັດຕັ້ງປູກຕົ້ນໄມ້ຕິດພັນກັບການປັບປຸງຄ້າຍຄູໃຫ້ມີຄວາມຂຽວສົດງົດງາມຕິດພັນກັບການປັບປຸງກຳລັງສ້າງບຸກຄະລາກອນວິຊາສະເພາະ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກອງທັບ. ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນທຸກໆປີກາຍເປັນມູນເຊື້ອອັນສະຫງ່າງາມຂອງໂຮງຮຽນເຫຼົ່າຮົບສື່ສານ 205ຕະຫຼອດມາ.
    ທ່ານ ອ໋ອດ ພົງສະຫວັນ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ ເພື່ອປູກຕົ້ນໄມ້ທົດແທນຕົ້ນໄມ້ທີ່ຊຸດໂຊມ, ຖືກທຳລາຍຈາກການຖາງປ່າເຮັດໄຮ່, ເກີດຈາກອັກຄີໄຟ ແລະ ອື່ນໆ ທີ່ເຮັດໃຫ້ດິນຟ້າອາກາດປ່ຽນແປງ, ເປັນພິດຕໍ່ສິ່ງແວດລ້ອມ ແລະ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງມວນມະນຸດ, ສັດສາວາສິ່ງຕ່າງໆ.ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ມອບວັດຖຸປັດໄຈໃຫ້ໂຮງຮຽນເຫຼົ່າຮົບສື່ສານ 205 ລວມມູນຄ່າ46.900.000 ກີບ ຊຶ່ງມີຕົ້ນໄມ້ໃຫ້ໝາກຈຳນວນ 100 ຕົ້ນ, ຝຸ່ນຄອກ 20 ເປົາ, ຊວ້ານ ແລະ ບົວຫົດນ້ຳຈຳນວນໜຶ່ງ. ພ້ອມດຽວກັນນັ້ນ, ບໍລິສັດ ທີ່ປຶກສານິດຕະຍາ ຍັງໄດ້ຮ່ວມປະກອບສ່ວນໃນການປ່ອຍປາຈຳນວນ 40.000 ໂຕ, ຈາກນັ້ນໄດ້ຮ່ວມກັນປູກຕົ້ນໄມ້ ແລະ ປ່ອຍປາ ເພື່ອເປັນສັນຍາລັກແຫ່ງຄວາມສາມັກຄີໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ຂ່າວ-ພາບ: ປູນາ ສຸດທະວົງ