ການແຂ່ງຂັນກິລາດອກປີກໄກ່ ຊີງຂັນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 1 ປະຈຳປີ 2024 ເພືື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງກິລາລາວ ຄົບຮອບ 58 ປີ ພ້ອມທັງສົ່ງເສີມນັກກິລາຈາກສະໂມສອນຕ່າງໆພັດທະນາຕົນເອງຢ່າງຕໍ່ເນື່ອງສາມາດກ້າວຂຶ້ນໄປເປັນນັກກິລາທີມຊາດ ກໍຄື ເປັນຕົວແທນໃຫ້ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ປີ 2025 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.
ສວນອາຫານມັງກອນທອງ ຮ່ວມກັບບໍລິສັດ ພັນມີໄຊ ຈັດພິທີເປີດການແຂ່ງຂັນກິລາດອກປີກໄກ່ ຊີງຂັນທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຄັ້ງທີ 1 ປະຈຳປີ 2024 ໃນວັນທີ 12 ມິຖຸນາ 2024 ທີ່ສະໂມສອນ ດອກປີກໄກ່ ຄຳເສັງ ເຂດບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ, ທັງເປັນເຈົ້າຂອງສວນອາຫານມັງກອນທອງ ແລະ ທ່ານ ຄຳບານ ພັນມີໄຊ ປະທານບໍລິສັດ ພັນມີໄຊ ມີບັນດາສະໂມສອນອ້ອມຂ້າງສູນກາງສົ່ງນັກກິລາເຂົ້າຮ່ວມ 96 ຄົນ.
ໂອກາດນີ້, ທ່ານ ວັດທະນາໄຊ ລາດສະວົງສິງ ໃຫ້ຮູ້ວ່າ: ສຳລັບເປົ້າໝາຍ ແລະ ຈຸດປະສົງຂອງການແຂ່ງຂັນໃນຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 58 ປີ ທີ່ຈະມາຮອດນີ້ ໃຫ້ເປັນຂະບວນການຟົດຟື້ນ. ຄຽງຄູ່ກັນນັ້ນ, ກໍຍັງເປັນການສົ່ງເສີມນັກກິລາຈາກສະໂມສອນຕ່າງໆພັດທະນາຕົນເອງຢ່າງຕໍ່ເນື່ອງສາມາດກ້າວຂຶ້ນໄປເປັນນັກກິລາທີມຊາດ ກໍຄື ເປັນຕົວແທນໃຫ້ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ປີ 2025 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.
ເຈົ້າຂອງສວນອາຫານມັງກອນທອງ ໃຫ້ຮູ້ຕື່ມອີກວ່າ: ລາຍການດັ່ງກ່າວ ມີການແຂ່ງຂັນຊີງໄຊ 3 ລາຍການ ກໍຄື: ຮຸ່ນຊາວໜຸ່ມທົ່ວໄປ ມີ 8 ຄູ່, ຮຸ່ນສະໝັກຫຼິ້ນມີ 21 ຄູ່ ແລະ ຮຸ່ນອາວຸໂສ 16 ຄູ່ ແຂ່ງຂັນແບບນ໋ອກເອົ້າ(ເສຍຕົກຮອບ) ຊຶ່ງມີນັກກິລາທັງໝົດ 96 ຄົນ ມາຈາກບັນດາສະໂມສອນ ອ້ອມຂ້າງສູນກາງເຂົ້າຮ່ວມ.ການແຂ່ງຂັນໄດ້ຮັບການສະໜັບສະໜູນຈາກສວນອາຫານມັງກອນທອງ ແລະ ບໍລິສັດ ພັນມີໄຊ ຈໍາກັດ.
(ຂ່າວ: ສົງການ ພັນແພງດີ)