ທ່ານ ສອນ​ໄຊ​ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​​ຊີ້​ແຈງ​ຄຳ​ຊັກ​ຖາມ ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື່ອ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ ​IX ໃນວັນທີ 14 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ໂອກາດນີ້, ທ່ານນາຍົກລັດຖະມົນີ ໄດ້ຊີ້ແຈງກ່ຽວກັບແຜນການຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ສະບັບ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສ.ອ.ຈ)ໃນໄລຍະໃໝ່ ເຂົ້າໃນການເຄື່ອນໄຫວວຽກງານບໍລິຫານຂອງລັດຖະບານ.
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີກ່າວ​ວ່າ: ພາຍຫຼັງທີ່ໄດ້ມີມະຕິ ສະບັບເລກທີ 04/ກມສພ, ລັດຖະບານ ກໍໄດ້ຮີບຮ້ອນຜັນຂະຫຍາຍອອກເປັນມະຕິ ຂອງລັດຖະບານ ສະບັບເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຊຶ່ງຢູ່ໃນມະຕິດັ່ງກ່າວ ລັດຖະບານໄດ້ກໍານົດແຈ້ງ ການແບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຊຶ່ງໃນນີ້ຂົງເຂດບຸລິມະສິດທີ່ລັດຖະບານຈະໄດ້ສຸມໃສ່ຕົ້ນຕໍຄື:
1) ສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດການເງິນ-ເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນເອງກຸ້ມ ຕົນເອງທາງດ້ານງົບປະມານ ໂດຍສູ້ຊົນຈັດເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນ ຕາມຄໍາຂັວນ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ມີສ່ວນສະສົມ ເພື່ອຊໍາລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງລາຍຮັບໄປສູ່ທັນສະໄໝ” ແນໃສ່ຫຼຸດຜ່ອນການເພິ່ງພາການກູ້ຢືມຈາກຕ່າງປະເທດ ຕາມທິດ ສ.ອ.ຈ. ໂດຍຫັນມານໍາໃຊ້ແຫຼ່ງທຶນຈາກ ພາຍໃນເປັນຕົ້ນຕໍຊຶ່ງໃນໄລຍະ 3 ປີມານີ້ ກໍເຫັນໄດ້ວ່າ ການເກັບລາຍຮັບມີການເພີ່ມຂຶ້ນ ແລະ ເກີນແຜນຢ່າງຕໍ່ເນື່ອງ ແລະ ຄາດວ່າປີ 2024 ຈະເກີນແຜນເປັນປີ ທີ 4 ຕິດຕໍ່ກັນ.ແຕ່ເຖິງຢ່າງໃດກໍຕາມ, ໃນສະເພາະໜ້ານີ້ ລັດຖະບານ ກໍຈະໄດ້ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການດ້ານງົບປະມານ, ທິດທາງ, ແຜນການ ແລະ ວິທີການຕ່າງໆ ເພື່ອສູ້ຊົນຂະຫຍາຍລາຍຮັບງົບປະມານໃນປີຕໍ່ໜ້າຕື່ມອີກ ຈາກຖານຕົວຈິງປະມານ 17-18% ຂອງ GDP ປັດຈຸບັນ ມາເປັນ 20% ຂອງ GDP ໃນປີ 2026 ຕາມຄາດໝາຍ ຂອງ ສ.ອ.ຈຊຶ່ງບັນດາກະຊວງ, ອົງການ ແລະ ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ຈະຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການກໍານົດນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຊອກຄົ້ນລາຍຮັບທີ່ຍັງບົ່ມຊ້ອນ ແລະ ແຫຼ່ງລາຍຮັບໃໝ່ ໃນຂົງເຂດຄວາມຮັບຜິດຊອບຂອງຕົນເພື່ອຮັບປະກັນການຈັດເກັບລາຍຮັບໃຫ້ໄດ້ຕາມຄາດໝາຍຂອງ ສ.ອ.ຈ. (ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ເລີ່ມມີໜໍ່ແໜງແຕ່ປີ 2021 ປະມານ 102 ຕື້ກີບ ແລະ ເລີ່ມບຸກທະລຸໃນປີ 2022 ປະມານ 1.118 ຕື້ກີບ, ປີ 2023 ປະມານ 1.550 ຕື້ກີບ ແລະ ປີ 2024 ປັດຈຸບັນ ປະມານ 1.850 ຕື້ກີບ ແລະ ຄາດວ່າປີ 2025 ບໍ່ຫຼຸດ 2 ພັນຕື້ກີບ). ນອກນີ້, ກໍຮັກສາສະຖຽນລະພາບທາງດ້ານເງິນຕາ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສໍາຮອງເງິນຕາ ແລະ ການສ້າງຄຸນຄ່າເງິນກີບໃຫ້ສູງຂຶ້ນ ໂດຍການຄົ້ນຄວ້ານະໂຍບາຍເງິນຕາ ເປັນຕົ້ນ ນະໂຍບາຍອັດຕາດອກເບ້ຍໃຫ້ເໝາະສົມ ຕາມທິດການສ້າງຄຸນຄ່າໃຫ້ແກ່ເງິນກີບ. ພ້ອມກັນນັ້ນ ກໍເພີ່ມທະວີປຸກລະດົມທົ່ວສັງຄົມໃຫ້ຊົມໃຊ້ເງິນກີບ ໂດຍແມ່ນພາກລັດຕ້ອງເປັນແບບຢ່າງນໍາພາ).
2) ສຸມໃສ່ການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອໃຫ້ສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ ໂດຍສະເພາະຜະລິດເຂົ້າກິນ, ຜະລິດພືດສະບຽງອາຫານ ແລະ ຊີ້ນ, ປາ, ໄຂ່ ໃຫ້ກຸ້ມການບໍລິໂພກຢູ່ພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ ຫຼື ເອີ້ນວ່າດຸ່ນດ່ຽງການນໍາເຂົ້າ-ສົ່ງອອກ. ໃນຕໍ່ໜ້າ, ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ ກໍານົດພື້ນທີ່ຈຸດສຸມການປູກ, ການລ້ຽງ ແລະ ຊຸກຍູ້ຂະບວນການປຸງແຕ່ງພາຍໃນ ໃຫ້ເຂັ້ມແຂງຂຶ້ນ ໂດຍສະເພາະການຜະລິດເຂົ້າ ແມ່ນຈະໄດ້ສະຫງວນຮັກສາພື້ນທີ່ຜະລິດນາເຂົ້າບ່ອນທີ່ມີລະບົບຊົນລະປະທານແລ້ວນັ້ນ ເພື່ອຈໍາກັດການຫັນປ່ຽນເປົ້າໝາຍນໍາໃຊ້ທີ່ດິນກະສິກໍາ. ພ້ອມກັນນັ້ນ, ກໍຈະສູ້ຊົນໃຫ້ກຸ້ມຕົນເອງທາງດ້ານປັດໄຈການຜະລິດກະສິກໍາ ໂດຍສະເພາະແມ່ນແນວພັນສັດ ແລະ ອາຫານສັດ, ແນວພັນພືດ, ຝຸ່ນ, ປຸ໋ຍ ແລະອື່ນໆ.
3) ຈະໄດ້ສືບຕໍ່ສຸມໃສ່ພັດທະນາດ້ານພະລັງງານໄຟຟ້າໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດກຸ້ມຕົນເອງດ້ານພະລັງງານໄຟຟ້າ. ໃນໄລຍະຜ່ານມາ, ເຖິງແມ່ນວ່າປະເທດເຮົາ ສາມາດຜະລິດໄຟຟ້າໄດ້ຫຼາຍ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດ, ແຕ່ກໍຍັງມີການນໍາເຂົ້າໄຟຟ້າເພື່ອສະໜອງພາຍໃນເນື່ອງຈາກລະບົບສາຍສົ່ງເພື່ອລໍາລຽງກະແສໄຟຢູ່ພາຍໃນປະເທດຍັງບໍ່ທັນເຊື່ອມຈອດກັນ. ສະນັ້ນ, ລັດຖະບານ ຈະສືບຕໍ່ປະຕິບັດມາດຕະການແກ້ໄຂເລັ່ງດ່ວນ ແລະ ມາດຕະການ ແກ້ໄຂໃນໄລຍະກາງ ໂດຍສະເພາະແມ່ນຈະເລັ່ງຊຸກຍູ້ໂຄງການຜະລິດໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ຕາມທ່າແຮງທີ່ເຮົາມີ. ນອກນີ້, ກໍຈະສືບຕໍ່ກວດກາຄືນບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວ ຖ້າບໍ່ມີຄວາມຄືບໜ້າ ຫຼື ບໍ່ມີປະສິດທິຜົນ ກໍຈະມີການຖອນໂຄງການຄືນ ເພື່ອມອບໃຫ້ຜູ້ລົງທຶນອື່ນທີ່ມີຄວາມຕັ້ງໃຈ ແລະ ມີຄວາມສາມາດ ໄດ້ສືບຕໍ່ຈັດຕັ້ງປະຕິບັດ. ຄຽງຄູ່ກັນນັ້ນ, ກໍຈະສືບຕໍ່ສຸມໃສ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງຢ່າງເຂັ້ມງວດ ເພື່ອຮັບປະກັນການສະໜອງໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍ ໃຫ້ໄດ້ຕາມສັນຍາທີ່ກໍານົດໄວ້.
4) ສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ, ເນື່ອງຈາກວ່າປະເທດ ເຮົາຍັງບໍ່ມີແຫຼ່ງນໍ້າມັນດິບ ແລະ ໂຮງກັ່ນນໍ້າມັນເທື່ອ, ຈຶ່ງຕ້ອງອາໄສການນໍາເຂົ້າມາຈາກຕ່າງປະເທດ 100%. ສະນັ້ນ, ເພື່ອສ້າງຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ ລັດຖະບານ ຈະສຸມໃສ່ສ້າງຄັງແຮສໍາຮອງນໍ້າມັນ ດ້ວຍການສຸມໃສ່ສ້າງສາງເກັບນໍ້າມັນ ແລະ ປັດຈຸບັນ ກໍາລັງຄົ້ນຄວ້າຍຸດທະສາດທາງ ດ້ານນໍ້າມັນເຊື້ອໄຟຄືນໃໝ່ ໂດຍສະເພາະການສ້າງທໍ່ສົ່ງນໍ້າມັນ, ການສ້າງໂຮງກັ່ນນ້ໍາມັນ ແລະ ອື່ນໆ.
5) ການກຸ້ມຕົນເອງທາງດ້ານການສະໜອງວັດຖຸດິບໃຫ້ແກ່ໂຮງງານອຸດສາຫະກໍາ. ປັດຈຸບັນ, ບັນດາໂຮງງານອຸດສະຫະກໍາສ່ວນຫຼາຍແມ່ນນໍາເຂົ້າວັດຖຸດິບຈາກຕ່າງປະເທດ (ນັບທັງໂຮງງານຕັດຫຍິບກໍນໍາເຂົ້າແຜ່ນແພ, ເສັ້ນດ້າຍ; ໂຮງງານຊັນເປເປີ ກໍຍັງນໍາເຂົ້າໄມ້ວິກຈາກຕ່າງປະເທດ). ໃນຕໍ່ໜ້ານີ້, ລັດຖະບານ ຈະສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນ ເພື່ອເປັນຕ່ອງໂສ້ສະໜອງວັດຖຸດິບໃຫ້ແກ່ໂຮງງານອຸດສາຫະກໍາ.
(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ)