ທ່ານສອນໄຊ ສີພັນດອນນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານPeter SZIJJARTO ລັດຖະມົນຕີກະຊວງການຕ່າງປະເທດຮົງກາລີ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 14ມິຖຸນານີ້ ທີ່ຫ້ອງຮັບແຂກສໍານັກງານນາຍົກ.
    ໃນໂອກາດດັ່ງກ່າວ, ທ່ານນາຍົກ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ Peter SZIJJARTO ທີ່ໄດ້ມາຢ້ຽມຢາມສປປ ລາວ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບດີຂຶ້ນ, ລັດຖະບານລາວ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດຮົງກາລີ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ລາວ-ຮົງກາລີ, ຮົງກາລີ-ລາວ  ກໍຄື ປະຊາຊົນ ສອງຊາດ ລາວ-ຮົງກາລີ ໂດຍສະເພາະແມ່ນ ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ, ຮົງກາລີ-ລາວ ຊຶ່ງຍາມໃດກໍໃຫ້ການຊ່ວຍເຫຼືອແລະສະໜັບສະໜູນ ລັດຖະບານລາວ ກໍຄື ປະຊາຊົນລາວມາໂດຍຕະຫຼອດ.
    ຈາກນັ້ນ, ທ່ານ ລັດຖະມົນຕີຕ່າງປະເທດຮົງການລີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້  ພ້ອມທັງແຈ້ງຈຸດປະສົງໃຫ້ກັບທ່ານນາຍົກໄດ້ຮັບຊາບຕື່ມອີກ.
(ຂ່າວ-ພາບ: ແສງຈັນ)