ສະໂມສອນ ເທຄວັນໂດ ຕາວັນ ປະກາດສັກດາສ້າງປະຫວັດສາດໜ້າໃໝ່ໃນວົງການກິລາເທຄວັນໂດລາວ ດ້ວຍການຄອງເຈົ້າຫຼຽນຄຳ ແລະ ຂັນຊະນະເລີດໃນການແຂ່ງຂັນກິລາເທຄວັນໂດ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 6 ປະຈຳປີ 2024 ໄປຄອງເປັນສະໄໝທຳອິດ ຂະນະທີ່ ສະໂມສອນ ລ້ານຊ້າງ ອະດີດແຊັມ 5 ສະໄໝ ໄດ້ພຽງທີ 2.
ພິທີປິດການແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນ ເມື່ອວັນທີ 16 ມິຖຸນາ ຜ່ານມາ ທີ່ສູນບູໂດເຊັນເຕີ ລາວ-ຍີ່ປຸ່ນ ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ບັນດາຜູ້ໃຫ້ການສະໜັບສະໜູນຫຼັກ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມ.
ລາຍການດັ່ງກ່າວ ມີນັກກິລາເຂົ້າຮ່ວມທັງໝົດ 300 ກວ່າຄົນ ຈາກ 22 ພາກສ່ວນ ແລະ ມີການຊີງໄຊທັງໝົດ 153 ຫຼຽນຄຳ, 153 ຫຼຽນເງິນ ແລະ 306 ຫຼຽນທອງ, ໃນນັ້ນ ປະເພດຕໍ່ສູ້ ມີ 66 ລາຍການ ແລະ ປະເພດປຸ່ມເຊ 57 ລາຍການ.
ຜ່ານການແຂ່ງຂັນປະກົດວ່າ: ສະໂມສອນເທຄວັນໂດ ຕາວັນ ສ້າງປະຫວັດສາດໜ້າໃໝ່ໃນວົງການກິລາ ເທຄວັນໂດລາວ ດ້ວຍການຄອງເຈົ້າຫຼຽນຄຳ ແລະ ຂັນຊະນະເລີດ ຫຼັງຈາກສ້າງຜົນງານໄດ້ຢ່າງພົ້ນເດັ່ນ ສາມາດຍາດໄດ້16 ຫຼຽນຄໍາ, 12 ຫຼຽນເງິນ ແລະ 19 ຫຼຽນທອງ ສ່ວນສະໂມສອນ ລ້ານຊ້າງ ອະດີດແຊັມ 5 ສະໄໝ ຍາດໄດ້ພຽງ 15 ຫຼຽນຄໍາ, 4 ຫຼຽນເງິນ ແລະ 5 ຫຼຽນທອງ ແລະ ທີ 3 ແຂວງຫຼວງພະບາງ ຍາດໄດ້ 13 ຫຼຽນຄໍາ, 10 ຫຼຽນເງິນ ແລະ 9 ຫຼຽນທອງ.
(ຂ່າວ: ສົງການ ພັນແພງດີ)