ຂປລ. ພິທີສອບເສັງ ຈົບຊັ້ນ ມ.7 ໃນຂອບເຂດທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 19-21 ມິຖຸນານີ້, ສະເພາະຢູ່ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນ ຢູ່ໂຮງຮຽນ ມ.ສ ວຽງຈັນ ເມືອງຈັນທະບູລີ ໃຫ້ກຽດເຂົ້າຮ່ວມ ເປີດຫົວບົດສອບເສັງ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ໂດຍມີນັກສອບເສັງທັງໝົດ 9.427 ຄົນຍິງ 4.863 ຄົນ, ໃນຂະນະທີ່ ການສອບເສັງຈົບຊັ້ນ ມ.4 ໄດ້ສຳເລັດແລ້ວ ໃນລະຫວ່າງວັນທີ 11-13 ມິຖຸນາ 2024 ຜ່ານມານີ້.
ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ການສອບເສັງ ຈົບຊັ້ນ ມ.7 ຢູ່ນະຄອນຫຼວງວຽງຈັນ ມີນັກສອບເສັງທັງໝົດ 9.427 ຄົນຍິງ 4.863 ຄົນ, ມີຫ້ອງສອບເສັງ 455 ຫ້ອງ, ​ ສະເລ່ຍຫ້ອງລະ 22-23 ຄົນ, ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ, ມີກໍາມະການຍາມຫ້ອງເສັງ ທັງໝົດ 1.231ຄົນ ປະຈຳຢູ່ແຕ່ລະສູນສອບເສັງ ຊຶ່ງຈັດເປັນ 22 ສູນສອບເສັງ ໃນນັ້ນ, ເມືອງຈັນທະບູລີ ຈັດເປັນ 2 ສູນສອບເສັງ, ເມືອງສີໂຄດຕະບອງ 3 ສູນສອບເສັງ, ເມືອງໄຊເສດຖາ 3 ສູນສອບເສັງ, ເມືອງສີສັດຕະນາກ 2 ສູນສອບເສັງ, ເມືອງນາຊາຍທອງ 2 ສູນສອບເສັງ, ເມືອງໄຊທານີ 6 ສູນສອບເສັງ, ເມືອງຫາດຊາຍຟອງ 1 ສູນສອບເສັງ, ເມືອງສັງທອງ 1 ສູນສອບເສັງ ແລະ ເມືອງປາກງື່ມ ມີ 2 ສູນສອບເສັງ.
ສຳລັບ ການກວດບົດສອບເສັງຂອງນັກຮຽນ ແມ່ນນຳໃຊ້ເຄື່ອງຈັກ ກໍຄືລະບົບຄອມພິວເຕີ ເຂົ້າໃນການກວດບົດສອບເສັງ ແນໃສ່ເຮັດໃຫ້ຜົນການສອບເສັງ ຂອງນັກຮຽນ ຖືກຕ້ອງ, ໂປ່ງໃສ, ວ່ອງໄວ ໄດ້ທັງປະລິມານ ແລະ ຄຸນນະພາບ.ປັດຈຸບັນ ໂຮງ​ຮຽນ​ມັດ​ທະ​ຍົມ​ສຶກ​ສາ ທົ່ວນະຄອນຫຼວງວຽງຈັນ ມີ​​ທັງ​ໝົດ 197 ແຫ່ງ ໃນ​ນັ້ນ, ​ມີ​ໂຮງ​ຮຽນ​ເອ​ກະ​ຊົນ 90 ແຫ່ງ, ໂຮງ​ຮຽນ​ລັດ​ມີ 106 ແຫ່ງ, ໂຮງ​ຮຽນ​ທີ່​ມີ​ຊັ້ນ ມ.4 ມີ​ 175 ແຫ່ງ, ເພີ່ມ​ຂຶ້ນ 4 ແຫ່ງ, ຈຳ​ນວນນັກ​ຮຽນ ມ.4 ມີທັງ​ໝົດ 12.391 ຄົນຍິງ 6.294 ຄົນ ແລະ ໂຮງ​ຮຽນ​ທີ່​ມີ​ຊັ້ນ ມ.7 ມີ 114 ແຫ່ງ, ເພີ່ມ​ຂຶ້ນ 6 ແຫ່ງ, ​ໃນນັ້ນ, ມີນັກ​ຮຽນທັງໝົດ 9.427 ຄົນຍິງ 4.863 ຄົນ.
ຂ່າວ-ພາບ: ທະນູທອງ