ໃນວັນທີ 20 ມິຖຸນາຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ເມືອງສະໝ້ວຍ ແຂວງສາລະວັນ, ໂດຍມີ ທ່ານດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ພ້ອມດ້ວຍທ່ານຮອງເຈົ້າແຂວງສາລະວັນ, ເຈົ້າເມືອງສະໝ້ວຍ ແລະ ພະແນກການທີ່ກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ກ່ອນອື່ນ ທ່ານນາຍົກລັດຖະມົນຕີພ້ອມຄະນະ ໄດ້ໄປຕິດຕາມເບິ່ງ ໂຄງການກໍ່ສ້າງລະບົບເກັບມ້ຽນ ແລະ ລະບົບຂົນສົ່ງດ້ວຍສາຍພານ ເຊື່ອມຕໍ່ສອງສາງເພື່ອນຳເຂົ້າ ແລະ ສົ່ງອອກຖ່ານຫີນເຂດດ່ານຊາຍແດນສາກົນລະໄລ ແຂວງສາລະວັນ ສປປລາວ ກັບດ່ານຊາຍແດນສາກົນລະໄລແຂວງກວາງຈິ ສສ ຫວຽດນາມ ຊຶ່ງເປັນໂຄງສ້າງດ້ວຍເຫຼັກ, ພື້ນເທເບຕົງເສີມເຫຼັກ, ມີເຮືອນພັກວິຊາການ, ກຳມະກອນ, ຫ້ອງນໍ້າ, ເຮືອນຄົວ, ທາງເຂົ້າ-ອອກ ປັດຈຸບັນແຕ່ລະໜ້າວຽກແມ່ນໄດ້ຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າ. ຈາກນັ້ນ ກໍໄດ້ຮັບຟັງການລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານຢູ່ພາຍໃນດ່ານຊຶ່ງ 6 ເດືອນຜ່ານມາ ມີຄົນເຂົ້າເມືອງທັງໝົດມີ36.396 ຄົນຍິງ 5.936 ຄົນ, ຄົນອອກເມືອງທັງໝົດມີ40.346 ຄົນຍິງ 6.463 ຄົນ, ການເກັບລາຍຮັບມາຮອດປັດຈຸບັນ ສາມາດປະຕິບັດໄດ້ 50 ຕື້ກວ່າກີບ, ເທົ່າກັບ 61% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກສິນຄ້າປະເພດ ນ້ຳມັນເຊື້ອໄຟ ກວມເອົາ 54% ຂອງລາຍຮັບທັງໝົດ, ຮອງລົງມາແມ່ນຄ່າທຳນຽມພາຫະນະເຂົ້າ-ອອກ ແລະ ເຄື່ອງອຸປະໂພກ-ບໍລິໂພກ, ລາຍຮັບຈາກຂະແໜງອາກອນ ສາມາດຈັດເກັບໄດ້ 290 ລ້ານກວ່າກີບ ເທົ່າກັບ 67% ຂອງແຜນການປີ, ສິນຄ້ານຳເຂົ້າ ປະກອບມີຝຸ່ນວິທະຍາສາດ 500 ກ່ວາໂຕນ, ສິນຄ້າສົ່ງອອກປະເພດພືດ, ຜະລິດຕະພັນພືດລວມ ຈໍານວນ 108.586 ໂຕນ,ໃນນັ້ນປະກອບມີມັນຕົ້ນ ຈໍານວນ 87.935 ໂຕນ, ແປ້ງມັນຕົ້ນຈໍານວນ 17.271 ໂຕນ, ຢາງພາລາ ຈໍານວນ 3.360 ໂຕນ ແລະ ໝາກມ່ວງຫິມະພານ 20 ໂຕນ, ການສົ່ງອອກຖ່ານຫີນຜ່ານດ່ານຊາຍແດນສາກົນລະໄລ ແຕ່ຕົ້ນປີ 2024 ມາຮອດປັດຈຸບັນ ໄດ້ 1 ລ້ານກວ່າໂຕນ, ສະເພາະໃນ 6 ເດືອນຕົ້ນປີ 2024 ມີຈຳນວນລົດຂົນສົ່ງຖ່ານຫີນອອກຕ່າງປະເທດ 17.300 ຄັນ ສະເລ່ຍ 150-200ຄັນຕໍ່ມື້.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ແຕ່ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່ານັ້ນ ທ່ານນາຍົກໄດ້ມີຄໍາເຫັນໂອ້ລົມໂດຍເນັ້ນໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ປະສານສົມທົບກັບດ່ານ ໃນການອອກແບບແຜນຜັງພັດທະນາດ່ານ ເພື່ອຫັນໄປສູ່ຄວາມທັນສະໄໝ, ເອົາໃຈໃສ່ກວດກາການນໍາເຂົ້າ-ສົ່ງອອກສິນຄ້າ ຕິດພັນກັບການຄວບຄຸມນ້ຳໜັກລົດບັນທຸກສິນຄ້າໃຫ້ຢູ່ໃນເກນມາດຖານ,ເອົາໃຈໃສ່ການຄຸ້ມຄອງຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດຖືກຕ້ອງຕາມລະບຽບກົດໝາຍ ສືບຕໍ່ສຸມໃສ່ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເຂັ້ມງວດໃນການປ້ອງກັນເວນຍາມ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ.
ດ່ານສາກົນລະໄລ ຕັ້ງຢູ່ເມືອງສະໜ້ວຍ ແຂວງສາລະວັນ ມີຊາຍແດນທາງບົກ ທິດຕາເວັນອອກ, ເຊື່ອມຈອດກັບ ແຂວງກວາງຈິ ແລະ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ນອນຢູ່ແລວເສດຖະກິດຕາເວັນອອກ, ຕາເວັນຕົກ, ຫ່າງຈາກເທດສະບານແຂວງ 140 ກິໂລແມັດ, ຫ່າງຈາກຫຼັກໜາຍ ຫຼື ດ່ານສາກົນລະໄລຫວຽດນາມ ປະມານ 4 ກິໂລແມັດ, ຕັ້ງຢູ່ລະຫວ່າງກາງ ຂອງບ້ານລະຮາງ ແລະ ບ້ານລະໄລ ເມືອງສະໜ້ວຍ, ມີພະນັກງານທັງໝົດ 100 ກວ່າຄົນຍິງ 5 ຄົນ.
(ຂ່າວ-ພາບ: ທິດລານີ ໂຄດໂຍທາ)