ໃນວັນທີ 24 ມິຖຸນາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ດໍາເນີນກອງປະຊຸມວິສາມັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະ ດັ່ງນີ້:

ວາລະທີ 1. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງແຜນແມ່ບົດການພັດທະນາ ແລະ ຄຸ້ມຄອງຕົວເມືອງທ່ອງທ່ຽວ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ໄລຍະ 2024-2034 ໂດຍມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດເນື້ອໃນສະພາບລວມ ໃຫ້ຊັດເຈນ, ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍຕື່ມ; ກໍານົດຈຸດປະສົງ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງກວ່າເກົ່າ; ສິ່ງທ້າທາຍຕ່າງໆ ເພື່ອສາມາດກໍານົດທິດທາງແກ້ໄຂໄດ້ຢ່າງຖືກຕ້ອງ; ແຜນພັດທະນາບັນດາກິດຈະການ ໃຫ້ມີການຈັດລຽງບຸລິມະສິດ, ເປັນລະບົບຄົບຊຸດ, ກົມກຽວກັນ ແລະ ຮັບໃຊ້ການພັດທະນາຢ່າງແທ້ຈິງ; ເຂດພັດທະນາ ໃຫ້ສອດຄ່ອງກັບແຜນພັດທະນາທີ່ດິນ, ແຜນປົກປັກຮັກສາສິ່ງແວດລ້ອມ ແລະ ແຜນພັດທະນາອື່ນໆ ທີ່ໄດ້ປະກາດນໍາໃຊ້ແລ້ວ; ຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ໃຫ້ລະອຽດຈະແຈ້ງກວ່າເກົ່າ; ໃຫ້ມີແຫຼ່ງທຶນບໍາລຸງຮັກສາ ແລະ ພັດທະນາການທ່ອງທ່ຽວ; ການກຳນົດອັກສອນຫຍໍ້ ແລະ ຄຳອະທິບາຍສັບ ໃນແຜນແມ່ບົດ ຕ້ອງໃຫ້ເຂົ້າໃຈງ່າຍ ແລະ ເປັນເອກະພາບ; ແຜນແກ້ໄຂບັນດາກິດຈະການທີ່ເຫັນວ່າ ບໍ່ສອດຄ່ອງກັບທິດທາງການພັດທະນາໃນປັດຈຸບັນ ແລະ ອະນາຄົດ ຕ້ອງໃຫ້ຈະແຈ້ງຊັດເຈນ; ກໍານົດແຈ້ງບັນດາຈຸດທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງເມືອງວັງວຽງ ເປັນຕົ້ນ ສາຍນໍ້າຊອງ, ບໍ່ນ້ຳ, ທົ່ງນາລຽບຕາມຜາຫີນ, ການຜະລິດກະສິກຳ ແລະ ອື່ນໆ; ບັນດາກິດຈະກຳການທ່ອງທ່ຽວ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ; ລະບົບການຄຸ້ມຄອງປົກປັກຮັກສາສິ່ງແວດລ້ອມ; ກົນໄກການຈັດຕັ້ງປະຕິບັດແຜນແມ່ບົດ; ບັນດາແຜນກໍຄື ທິດທາງການພັດທະນາ ແລະ ການປົກປັກຮັກສາດ້ານຕ່າງໆ ບົນພື້ນຖານຮັບປະກັນຄວາມສະອາດຈົບງາມ, ເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ທັນສະໄໝ, ສີຂຽວ ແລະ ຍືນຍົງ. ພ້ອມດຽວກັນນີ້, ເຫັນດີຍົກລະດັບເຂດທ່ອງທ່ຽວເມືອງວັງວຽງ ເປັນເຂດທ່ອງທ່ຽວລະດັບຊາດ ແລະ ເຫັນດີໃຫ້ກຳນົດຊື່ຂອງແຜນແມ່ບົດດັ່ງກ່າວ ເປັນ “ແຜນແມ່ບົດການພັດທະນາ ແລະ ຄຸ້ມຄອງເຂດທ່ອງທ່ຽວລະດັບຊາດເມືອງວັງວຽງ ໄລຍະແຕ່ປີ 2025-2035”. ຫຼັງຈາກນັ້ນ ໃຫ້ນໍາໄປສໍາມະນາລະດົມຄວາມຄິດເຫັນ ຈາກພາກສ່ວນຕ່າງໆໃນສັງຄົມ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນສູງ.

ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ລາຍງານການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວ ໂດຍມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ກວດກາ, ສະຫຼຸບ ແລະ ຖອດຖອນບົດຮຽນຄືນ ການຈັດຕັ້ງປະຕິບັດໂຄງການ ໃນໄລຍະຜ່ານມາ ໂດຍສະເພາະການນຳໃຊ້ທຶນ ແລະ ສະພາບອຸປະກອນເຕັກນິກຕ່າງໆ ສາມາດນຳໃຊ້ ແລະ ເຊື່ອມຕໍ່ກັບລະບົບໃໝ່ ໄດ້ຄືແນວໃດ; ພ້ອມທັງ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໄລຍະໃໝ່ ໃຫ້ມີຄວາມຄືບໜ້າ, ທັນສະໄໝ, ນໍາໃຊ້ໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນ ຂົງເຂດວຽກງານການຕ່າງປະເທດ ໃນເດືອນມິຖຸນາ 2024 ແລະ ແຜນວຽກຈຸດສຸມຕໍ່ໜ້າ; ລວມທັງ ຜົນການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ຂອງທ່ານນາຍົກລັດຖະມົນຕີ.

ສຳລັບແຜນວຽກຈຸດສຸມເດືອນກໍລະກົດ 2024 ຂອງລັດຖະບານ ມີດັ່ງນີ້:

1/ ກະຊວງກ່ຽວຂ້ອງ ສືບຕໍ່ເຂົ້າຮ່ວມລາຍງານ ແລະ ປ້ອງກັນບັນດາເນື້ອໃນກົດໝາຍຕ່າງໆ ຕາມວາລະກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX;

2/ ກະກຽມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ໂດຍລົງເລິກເນື້ອໃນທີ່ຈະປຶກສາຫາລື ໂດຍສະເພາະການແບ່ງຄວາມຮັບຜິດຊອບປະຕິບັດແຜນວຽກຈຸດສຸມຕົວຈິງ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2024 ໂດຍໃຫ້ມີວຽກຕົວຈິງມອບໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຢ່າງລະອຽດ. ພ້ອມນັ້ນ ກໍໃຫ້ບັນດາກະຊວງຮີບຮ້ອນສະຫຼຸບການຈັດຕັ້ງປະຕິບັດມະຕິ 17/ລບ ວ່າດ້ວຍການແບ່ງຄວາມຜິດຊອບຈັດຕັ້ງປະຕິບັດ ມະຕິ 05/ຄບສພ ແລະ ມະຕິ 04/ກມສພ.

3/ ກະກຽມສະຫຼຸບລາຍງານຜົນການປະຕິບັດວຽກງານ ໃນໄລຍະ 6 ເດືອນຕົ້ນປີ 2024 ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕໍ່ພາກສ່ວນທີ່ກ່ຽວຂ້ອງ.

4/ ກະກຽມກອງປະຊຸມ ວຽກງານປົກຄອງທົ່ວປະເທດ ຊຶ່ງຄາດວ່າຈະຈັດກ່ອນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024.

5/ ສຸມໃສ່ແກ້ໄຂວຽກເຄັ່ງຮ້ອນຈຳນວນໜຶ່ງ ເປັນຕົ້ນ ການແກ້ໄຂອັດຕາແລກປ່ຽນ; ການຄວບຄຸມການນໍາເຂົ້າສິນຄ້າ ທີ່ພາຍໃນເຮົາສາມາດຜະລິດໄດ້, ສິນຄ້າຟຸ່ມເຟືອຍ; ແກ້ໄຂບັນຫາໜີ້ສິນ ແລະ ອື່ນໆ.

6/ ສຸມໃສ່ຊຸກຍູ້, ຕິດຕາມໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ, ໂຄງການພະລັງງານໄຟຟ້າ ທີ່ຈະສົ່ງໄຟໄປຕ່າງປະເທດ.

7/ ສືບຕໍ່ ຕິດຕາມສະພາບຂອງດິນຟ້າອາກາດໃນໄລຍະລະດູຝົນນີ້ ເພື່ອມີແຜນປ້ອງກັນ ແລະ ຮັບມື ຕໍ່ກັບບັນຫາໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ພ້ອມນີ້ ກໍເອົາໃຈໃສ່ການຄຸ້ມຄອງ ຈັດການນໍ້າຢູ່ອ່າງເກັບນໍ້າຊົນລະປະທານ ແລະ ບໍລິຫານນໍ້າ ຂອງບັນດາເຂື່ອນໄຟຟ້າ ໃຫ້ຢູ່ໃນລະດັບທີ່ຮັບປະກັນດ້ານເຕັກນິກ ແລະ ຄວາມປອດໄພ.

8/ ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ ແລະ ການກະກຽມຄວາມພ້ອມຮອບດ້ານ ໃນການຕ້ອນຮັບການນໍາຂັ້ນສູງຕ່າງປະເທດ ທີ່ຈະເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ; ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນການ ເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີຄວາມສຳເລັດ, ເປັນຮູບປະທໍາຕົວຈິງ ແລະ ທັນກັບສະພາບການ.

ຂໍ້ມູນ: ກົມປະຊາສໍາພັນ ຫສນຍ