ກອງປະຊຸມເຜີຍແຜ່ເຊື່ອມຊຶມແລະຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ8ສະໄໝທີXI, ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ທົ່ວແຂວງຈໍາປາສັກຈັດຂຶ້ນໃນວັນທີ26ມິຖຸນານີ້, ທີ່ສະໂມສອນຫຼັກ4ແຂວງຈຳປາສັກໂດຍເປັນປະທານຂອງທ່ານອາລຸນໄຊສູນນະລາດເລຂາພັກແຂວງ, ເຈົ້າແຂວງຈຳປາສັກ,ເຂົ້າຮ່ວມມີທ່ານສະນັ່ນສີພາພົມມະຈັນຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະປະຈຳພັກແຂວງ,ກຳມະການພັກຂວງ,ຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ,ກຳລັງປກຊ-ປກສ, ການນຳນະຄອນ-ເມືອງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສໍາລັບບັນດາມະຕິທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງເຈົ້າແຂວງຈໍາປາສັກ, ສະບັບເລກທີ10/ສພຂ.ຈສ, ລົງວັນທີ21ພຶດສະພາ2024. ການເຜີຍແຜ່ເອກະສານສູນກາງພັກແລະລັດຖະບານ,ມະຕິກອງປະຊຸມຄົບຄະນະຄັ້ງທີ8ຂອງຄະນະບໍລິຫານສູນກາງພັກສະໄໝທີXI, ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ04/ ກມສພວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ມະຕິຂອງລັດຖະບານສະບັບເລກທີ05/ລບວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່: ການຜັນຂະຫຍາຍມະຕິຂອງສູນກາງພັກ-ລັດຖະບານມາເປັນຂອງອົງຄະນະພັກ-ອົງການປົກຄອງແຂວງ.
ທ່ານອາລຸນໄຊສູນນະລາດໄດ້ຕີລາຄາສູງຄວາມໝາຍສຳຄັນຂອງບັນດາມະຕິທີ່ເຜີຍແຜ່ແລະເນັ້ນວ່າຈຸດປະສົງກໍເພື່ອໃຫ້ພະນັກງານການນຳຫຼັກແຫຼ່ງຮັບຮູ້ເຂົ້າໃຈແລະກຳໄດ້ເນື້ອໃນຢ່າງເລິກເຊິ່ງພ້ອມກັນນຳໄປສືບຕໍ່ຜັນຂະຫຍາຍແລະຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ພ້ອມນີ້ກໍມີຄໍາເນັ້ນໜັກໃຫ້ຄະນະພັກ, ອຳນາດການປົກຄອງທົ່ວແຂວງກໍຄືທົ່ວສັງຄົມໄດ້ເຂົ້າໃຈຕໍ່ການປະຕິບັດສອຈຄື: 1ເຂົ້າໃຈເຫດຜົນຄວາມເປັນຈິງຂອງສອຈ; 2ມີຖານຂໍ້ມູນການຜະລິດ; 3ສຸມໃສ່ເປົ້າໝາຍສຳຄັນຂອງການຜະລິດ, ການຕະຫຼາດ, ລາຄາ; 4ບຸກທະລຸພື້ນຖານໂຄງລ່າງລະບົບໂທລະຄົມ, ເສັ້ນທາງ, ໄຟຟ້າ, ນໍ້າປະປາ; 5ແກ້ໄຂບັນຫາພື້ນຖານດ້ານການຄ້າ, ດ້ານພະລັງງານ, ດ້ານງົບປະມານ, ບັນຫາແຮງງານ; 6ວິທີປະຕິບັດແບ່ງຄວາມຮັບພິຊອບຄະນະພັກ-ພະນັກງານຕ້ອງເປັນແບບຢ່າງ, ຜົນການຈັດຕັ້ງປະຕິບັດຂອງສອຈພະແນກການຕ້ອງກຳນົດເປັນແຜນງານຈັດຕັ້ງປະຕິບັດໃຫ້ລະອຽດ.ອົງການຈັດຕັ້ງມະຫາຊົນເຕົ້າໂຮມຄວາມສາມັກຄີປຸກລະດົມຂົນຂວາຍເປັນກຳລັງໃນການຈັດຕັ້ງປະຕິບັດສອຈ. ອົງການຕຸລາການເຂັ້ມງວດການປະຕິບັດກົດໝາຍ, ນັກຮຽນຮູ້ສະຖາບັນການສຶກສາຕ້ອງມີການຄົ້ນຄວ້າ.
ໂອກາດນີ້ທ່ານອາລຸນໄຊສູນນະລາດເຈົ້າແຂວງຈໍາປາສັກກໍໄດ້ຮ່ວມຈັບມືແຂ່ງຂັນກັບຄະນະບໍລິຫານງານພັກແຂວງ, ພະແນກການຂອງແຂວງ, ກໍາລັງປກຊ-ປກສ, ນະຄອນປາກເຊແລະ9ເມືອງເພື່ອຮ່ວມກັນຈັດຕັ້ງປະຕິບັດສອຈໃຫ້ມີຜົນສໍາເລັດ, ພາເສດຖະກິດຂອງແຂວງຈໍາປາສັກຂະຫຍາຍຕົວດີຂຶ້ນ. (ຂ່າວ-ພາບ: ຈັນທະວີສັກ)