ໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາໄດ້ປິດການຮຽນ-ການສອນທິດສະດີການ
ເມືອງຂັ້ນຕົ້ນລະບົບ3ເດືອນຮຸ່ນທີII ໃນວັນທີ26ມິຖຸນານີ້ ເປັນກຽດເຂົ້າຮ່ວມຂອງທ່ານຈັນທອງແກ້ວປະເສີດຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານຄຳພັນເຈຍອາກຳມະການພັກແຂງຫົວໜ້າໂຮງຮຽນການເມືອງການປົກຄອແຂວງພ້ອມດ້ວຍຄະນະ,ມີບັນດານັກສຶກສາຈາກພະແນກການຂອງແຂວງ,ເມືອງກຳລັງປະກອບອາວຸດເຂົ້າຮ່ວມ.
ທ່ານຄຳຟອງລາດຊະພົນຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນລະບົບ3ເດືອນຮຸ່ນທີII ພ້ອມວຽກງານທີ່ຖອດຖອນໄດ້ໃນໄລຍະ3ເດືອນຜ່ານມາເພື່ອເປັນການສ້າງໃຫ້ພະນັກງານ-ລັດຖະກອນຂອງແຂວງ, ເມືອງ, ກຳລັງປະກອບອາວຸດໃຫ້ມີລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ-ການປົກຄອງ, ຕາມແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ກໍຄືອຸດົມການພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີບາດກ້າວຂະຫຍາຍຕົວນັບມື້ນັບມີຄຸນນະພາບສູງຂຶ້ນ.
ສຳລັບການຮຽນ-ການສອນໃນຄັ້ງນີ້ໃຊ້ເວລາຮຽນຮູ້ທັງໝົດ3 ເດືອນເທົ່າກັບ14 ອາທິດຫຼື70 ວັນ, ເທົ່າກັບ420 ຊົ່ວໂມງ (ລວມທັງສອບເສັງແລະຂຽນບົດລາຍງານຈົບຂັ້ນ) ຊຶ່ງໄດ້ເລີ່ມຮຽນແຕ່ວັນທີ13 ມີນາ2024 ແລະສຳເລັດການຮຽນໃນທ້າຍເດືອນມິຖຸນາ2024.ຫຼັກສູດການຮຽນປະກອບມີກຸ່ມວິຊາປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ,ການເມືອງວິທະຍາແລະສັງຄົມສາດ, ແນວຄິດໄກສອນພົມວິຫານ,ພື້ນຖານການຄຸ້ມຄອງບໍລິຫານລັດ, ເຕັກນິກບໍລິຫານລັດ, ທິດສະດີລັດແລະກົດໝາຍ, ປະຫວັດສາດພັກແລະກໍ່ສ້າງພັກ, ກຸ່ມວິຊາບັງຄັບແລະຫົວຂໍ້ລາຍງານເພີ່ມ, ຂຽນບົດລາຍງານຈົບຂັ້ນ. ໂອກາດນີ້ກໍໄດ້ມອບໃບຢັ້ງຢືນຈົບທິດສະດີການເມືອງ-ການປົກຄອງຂັ້ນຕົ້ນລະບົບ3 ເດືອນຮຸ່ນທີII ໃຫ້ນັກສຶກສາແລະມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ, ໃບຊົມເຊີຍຂອງໂຮງຮຽນການເມືອງ-ການປົກຄອງແຂວງໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຮຽນດີ, ໃຫ້ກຽດມອບຂອງທ່ານຈັນທອງແກ້ວປະເສີດຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານຄຳພັນເຈຍອາກໍາມະການພັກແຂງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ.
(ຂ່າວ: ອຸ້ມສົມນໍວັນ)