ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດຄົບຮອບ 37 ປີ( 26 ມິຖຸນາ 1987 ຫາ 26 ມິຖຸນາ 2024 ) ອົງການປົກຄອງແຂວງບໍ່ແກ້ວຮ່ວມກັບເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດງານແຂ່ງຂັນກິລາແລ່ນຮາຟມາຣາທອນ ຂຶ້ນໃນວັນທີ 26 ມິຖຸນາຜ່ານມາ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມເປີດງານໂດຍທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ, ມີທ່ານນາງ ໃບຄໍາຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານທອງຈັນ ມະນີໄຊ ກ່າວວ່າ: ການຈັດງານຄັ້ງນີ້ເປັນຄັ້ງທີ 4 ເພື່ອສ້າງໂອກາດໃຫ້ທົ່ວສັງຄົມໄດ້ເຂົ້າຮ່ວມກິດຈະກຳດ້ານກິລາກາຍະກຳຫຼາຍຂຶ້ນ, ເພື່ອເຮັດໃຫ້ກຳລັງກາຍ ແລະ ຈິດໃຈແຂງແຮງເຮັດໃຫ້ນັກກິລາແລ່ນ-ລານຂອງລາວເຮົາມີໂອກາດຮຽນຮູ້ ແລະ ແຂ່ງຂັນກັບນັກແລ່ນ-ລານຂອງຕ່າງປະເທດ ເພື່ອຍົກລະດັບຄວາມສາມາດທາງດ້ານເຕັກນິກ ແລະ ຄະແນນໃຫ້ດີຂຶ້ນ.
ການແຂ່ງຂັນແລ່ນໃນຄັ້ງນີ້ປະກອບມີ 2 ປະເພດຄື: ຮາຟມາຣາທອນ 21.1 ກມ ແລະ ໄລຍະສັ້ນ 6.26 ກມລວມມີ 200 ລາງວັນລວມມູນຄ່າ 1.653.000.000 ກີບ; ໃນນັ້ນ, ການແລ່ນຮາຟມາຣາທອນຍິງ-ຊາຍ ມີລາງວັນ 50 ອັນດັບ, ລາງວັນຊະນະເລີດໄດ້ຮັບເງິນ 240 ລ້ານກີບ ພ້ອມດ້ວຍຫຼຽນຄໍາ ແລະ ຖ້ວຍລາງວັນ, ອັນດັບທີ 2 ໄດ້ຮັບເງິນ 150 ລ້ານກີບ ພ້ອມດ້ວຍຫຼຽນເງິນ ແລະ ຖ້ວຍລາງວັນ, ອັນດັບທີ 3 ໄດ້ຮັບເງິນ 90 ລ້ານກີບ ພ້ອມດ້ວຍຫຼຽນທອງ ແລະ ຖ້ວຍລາງວັນ, ອັນດັບທີ 4 ໄດ້ຮັບເງິນ 24 ລ້ານກີບ ພ້ອມດ້ວຍຫຼຽນທີ່ລະນຶກ, ນອກນັ້ນຍັງມີລາງວັນແຕ່ລະປະເພດຕາມລໍາດັບ; ສໍາລັບການແລ່ນໄລຍະສັ້ນຍິງ-ຊາຍມີລາງວັນ 50 ອັນດັບ: ລາງວັນຊະນະເລີດໄດ້ຮັບເງິນ 24 ລ້ານກີບພ້ອມດ້ວຍຫຼຽນຄໍາ ແລະ ຖ້ວຍລາງວັນ, ອັນດັບທີ 2 ໄດ້ຮັບເງິນ 21 ລ້ານກີບ ພ້ອມດ້ວຍຫຼຽນເງິນ ແລະ ຖ້ວຍລາງວັນ, ອັນດັບທີ 3 ໄດ້ຮັບເງິນ 18 ລ້ານກີບ ພ້ອມດ້ວຍຫຼຽນທອງ ແລະ ຖ້ວຍລາງວັນ, ອັນດັບທີ 4 ໄດ້ຮັບເງິນ 12 ລ້ານກີບ ພ້ອມຫຼຽນທີ່ລະນຶກ, ນອກນັ້ນຍັງມີລາງວັນຕາມແຕ່ລະປະເພດຕາມລໍາດັບ. 
ຜົນການແຂ່ງຂັນແລ່ນຮາຟມາຣາທອນ 21.1 ກມ, ເພດຊາຍອັນດັບ 1 ແມ່ນທ້າວ ເຊີນ ຢົງເຊົ່າ ນັກກິລາຈາກປະເທດຈີນ, ອັນດັບ 2 ທ້າວ ນັດທະວຸດ ອິນນໍ້າ ນັກກິລາຈາກປະເທດໄທ, ອັນດັບ 3 ທ້າວ ເຊົ່າ ຊ່າງ ຫົງ ນັກກິລາຈາກປະເທດຈີນ; ເພດຍິງອັນດັບ 1 ແມ່ນນາງ ປາມ ທິຫົງ ເລ ນັກກິລາຈາກປະເທດຫວຽດນາມ, ອັນດັບ 2 ແມ່ນນາງ ຫວັງ ມີນ ແລະ ອັນດັບ 3 ແມ່ນນາງ ຢາງ ຊ່ວງ ຫົວ ນັກກິລາຈາກປະເທດຈີນ.
ສຳລັບການແລ່ນໄລຍະສັ້ນ 6.26 ກມ, ເພດຊາຍອັນດັບ 1 ແມ່ນທ້າວ ອະນຸສິດ ປາດາ, ອັນດັບ 2 ແມ່ນທ້າວ ຈະຕຸລົງ ຂວັນແກ້ວ ແລະ ອັນດັບ 3 ແມ່ນທ້າວ ວາຍະພົນ ບຸນນຸປາລາ ນັກກິລາຈາກປະເທດໄທ; ເພດຍິງອັນດັບ 1 ແມ່ນນາງ ເຢົາ ຢູ ຊຸ່ຍ ນັກກິລາຈາກປະເທດຈີນ, ອັນດັບ 2 ນາງ ລົດແກ້ວ ອິນທະກຸມມານ ນັກກິລາຈາກລາວ ແລະ ອັນດັບ 3 ແມ່ນນາງ ພຣີກາມົນ ວົງວິໄຊ ນັກກິລາຈາກປະເທດໄທ. ຂ່າວ-ພາບ: ພັນແສງ