ທ້າວວິລະສັກ ລາດສະວົງ ນັກກິລາເປຕັງທີມຊາດລາວ ສ້າງຜົນງານໄດ້ໂດດເດັ່ນສົມສັກສີ ສາມາດຍາດໄດ້ຫຼຽນຄຳທໍາອິດໃຫ້ທີມນັັກກິລາ ມະຫາວິທະຍາໄລລາວ ປະເພດຊຸດຕິງຊາຍ ພາຍຫຼັງເກັບໄຊເໜືອນັກກິລາທີມຊາດໄທໃນຮອບຊີງຊະນະເລີດ ໃນງານມະຫະກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ (ASEAN University Games (AUG) 2024) ລະຫວ່າງວັນທີ 25 ມິຖຸນາ ຫາ 6 ກໍລະກົດ 2024. ຂະນະທີ່ ນາງ ຈິນດາວອນ ສີສະຫວັດ ໄດ້ 1 ຫຼຽນທອງ ໃນປະເພດດ່ຽວຍິງ. ເຂົ້າຮ່ວມຕິດຕາມ ແລະ ມອບລາງວັນຂອງທ່ານ ຄໍາຫຼ້າ ວິນໄລທອງ ຄະນະບໍລິຫານງານສະຫະພັນກິລາເປຕັງແຫ່ງຊາດລາວ.
ການແຂ່ງຂັນກິລາເປຕັງໃນງານມະຫະກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ໄດ້ມີຂຶ້ນໃນວັນທີ 26 ມິຖຸນາ ນີ້ ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງມື້ດັ່ງກ່າວລົງສະໜາມແຂ່ງຂັນຢູ່ 2 ລາຍການ ຄື: ປະເພດຊຸດຕິງຊາຍ ແລະ ດ່ຽວຍິງ. ສໍາລັບນັກກິລາລາວ ປະເພດຊຸດຕິງຊາຍ ແມ່ນ ທ້າວ ວິລະສັກ ລາດສະວົງ ແລະ ປະເພດດ່ຽວຍິງ ແມ່ນ ນາງ ຈິນດາວອນ ສີສະຫວັດ.
ລາຍການຊຸດຕິງຊາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 11 ທີມ ຈາກ 6 ຊາດອາຊຽນ ຄື: ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ ແລະ ກຳປູເຈຍ ຊຶ່ງໃນຮອບທໍາອິດ ທ້າວ ວິລະສັກ ລາດສະວົງ ສາມາດຕີເກັບຄະແນນໄດ້ 47 ຄະແນນ ຜ່ານເຂົ້າໄປຮອບທີ 2 (ຮອບ 8 ທີມ) ໂດຍໄປພົບກັບ ທ້າວ ພິວັດ ໂພທິປັນຍາ ທີ່ເປັນນັກກິລາທີມຊາດລາວອີກຄົນໜຶ່ງທີ່ຜ່ານເຂົ້າຮອບມາ (ພົບກັນເອງ) ແລະ ເປັນຝ່າຍ ທ້າວ ວິລະສັກ ລາດສະວົງ ທີ່ເອົາຊະນະໄປ 35-30 ຄະແນນ ໄດ້ຜ່ານເຂົ້າໄປຮອງຊະນະເລີດ (ຮອບ 4 ທີມ) ພົບກັບນັກກິລາຈາກປະເທດມາເລເຊຍ ແລະ ກໍເປັນ ວິລະສັກ ທີ່ສາມາດເອົາຊະນະ 53-27 ຄະແນນ ຜ່ານເຂົ້າໄປຊີງຫຼຽນຄໍາກັບ ພູມັນນາ ຈາກປະເທດໄທ ຊຶ່ງໃນຮອບນີ້ ເຫັນໄດ້ວ່າ ວິລະສັກ ອາໄສປະສົບການ ຕີບໍ່ພາດ ເກັບຄະແນນໄປເລື້ອຍໆ ແລະ ນັກກິລາໄທກໍຕີພາດເອງ ແລະ ໃນທີ່ສຸດ ວິລະສັກ ລາດສະວົງ ກໍສາມາດສ້າງປະກົດການໂດດເດັ່ນໃຫ້ແກ່ທີມນັກກິລາ ມະຫາວິທະຍາໄລລາວອີກຄັ້ງ ເກັບໄຊເໜືອນັກກິລາໄທ 36-26 ຄະແນນ ຍາດໄດ້ຫຼຽນຄໍາໄປຄອງໄດ້ສໍາເລັດ ແລະ ເປັນຫຼຽນຄໍາທຳອິດຂອງທີມນັກກິລາ ມະຫາວິທະຍາໄລລາວ.
ຂະນະທີ່ ປະເພດດ່ຽວຍິງ ມີທີມເຂົ້າຮ່ວມແຂ່ງຂັນ 6 ທີມຈາກ 4 ຊາດອາຊຽນ ຄື: ສປປ ລາວ, ມາເລເຊຍ, ບູໄນ ດາຣູຊາລາມ ແລະ ອິນໂດເນເຊຍ (ເຈົ້າພາບ) ຊຶ່ງໃນຮອບຄັດເລືອກແມ່ນແຂ່ງຂັນແບບຄົບກັນໝົດ ແລະ ນາງ ຈິນດາວອນ ສີສະຫວັດ ກໍສ້າງຜົນງານໄດ້ດີ ຜ່ານເຂົ້າໄປໃນຮອບສອງ (ຮອບ 8 ທີມ) ພົບກັບນັກກິລາຈາກມາເລເຊຍ ແລະ ກໍເປັນ ຈິນດາວອນ ທີ່ສາມາດເອົາຊະນະໄປ 13-8 ຄະແນນ ຜ່ານເຂົ້າໄປຫຼິ້ນໃນຮອບ 4 ທີມ ພົບກັບນັກກິລາຈາກໄທ ແຕ່ ຈິນດາວອນ ພາດທ່າເສຍ 10-13 ຄະແນນ ສົ່ງຜົນໃຫ້ໄດ້ໄປຊີງຫຼຽນທອງກັບນັກກິລາຈາກກໍາປູເຈຍ ແລະ ຈິນດາວອນ ສີສະຫວັດ ກໍສາມາດເຮັດສໍາເລັດ ເອົາຊະນະໄປ 13-11 ຄະແນນ ໄດ້ຫຼຽນທອງມາຄອງເປັນຫຼຽນທໍາອິດຂອງທີມນັກກິລາ ມະຫາວິທະຍາໄລລາວ ເຊັນກັນ.
ໃນໂອກາດດັ່ງກ່າວນີ້, ທ່ານ ນາງ ດວງມາລາ ສຸວັນນະສານ ຄູຝຶກກິລາເປຕັງຍິງທີມຊາດລາວ ໄດ້ມອບເງິນສະໜັບສະໜູນໃຫ້ທ້າວ ວິລະສັກ ລາດສະວົງ ປະມານ 2.000.000 ກວ່າກີບ ເພື່ອເປັນການຊົມເຊີຍຕໍ່ຜົນສໍາເລັດທີ່ຍິງໃຫຍ່ ແລະ ສົມກຽດ ພ້ອມທັງເປັນການຊຸກຍູ້ ສົ່ງເສີມຂວັນກໍາລັງໃຈໃນການສືບຕໍ່ສ້າງຜົນງານໃນການລົງແຂ່ງຂັນປະເພດຕໍ່ໄປ.
(ຂ່າວ: ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ)