ກອງປະຊຸມສະໄໝສາມັນເທື່ອທີ7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງດ້ວຍຜົນສໍາເລັດ ໃນວັນທີ2 ກໍລະກົດນີ້ ທີ່ສະພາແຫ່ງຊາດ, ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍບັນດາທ່ານການນໍາຂັ້ນສູງ, ອະດີດການນໍາຂັ້ນສູງ ຂອງພັກ-ລັດ,ບັນດາສະມາຊິກສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ.
ໃນວາລະປະຊຸມ, ທ່ານໄຊສົມພອນ ພົມວິຫານ ໄດ້ຂຶ້ນລາຍງານ ບາງເນື້ອໃນທີ່ສໍາຄັນວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນເລີ່ມແຕ່ ວັນທີ 10 ມິຖຸນາ 2024, ມາຮອດມື້ນີ້ ໄດ້ບັນລຸຜົນສໍາເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. 1. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024. ກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍການຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ວາງອອກໃນແຕ່ລະໄລຍະ ໂດຍມີການກຳນົດບັນດາມາດຕະການ, ວິທີການແກ້ໄຂບັນຫາຕ່າງໆ,ກຳນົດບັນດາຄາດໝາຍສູ້ຊົນໃນ ການຈັດຕັ້ງປະຕິບັດ, ແຕ່ງຕັ້ງຄະນະສະເພາະກິດ ແລະ ວຽກງານອື່ນໆ ຢ່າງຈິງຈັງ ເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດ ໃນ 6 ເດືອນຕົ້ນປີ 2024 ບັນລຸໄດ້ 4,7%,ການເກັບລາຍຮັບງົບປະມານແຫ່ງລັດ ມີທ່າອ່ຽງດີຂຶ້ນ,2. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ,ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030. ເຖິງວ່າ ໃນໄລຍະຜ່ານມາ ລັດຖະບານ ໄດ້ມີຄວາມພະຍາຍາມ ໃນການຄຸ້ມຄອງວຽກງານແຮ່ທາດ, ນໍາໃຊ້ທ່າແຮງທາງດ້ານແຮ່ທາດ ຕໍ່ການພັດທະນາເສດຖະກິດຂອງປະເທດເຮົາແຕ່ສັງຄົມຍັງເປັນຫວ່ງຫຼາຍ, 3. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງ ປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ ສພຊ, ລົງວັນທີ 30 ທັນວາ 2022. ກອງປະຊຸມໄດ້ຕີລາຄາສູງ ຕໍ່ລັດຖະບານ ທີ່ໄດ້ຕັ້ງໜ້ານໍາພາ-ຊີ້ນໍາການຈັດ ຕັ້ງປະຕິບັດບັນດາຄາດໝາຍ ດັ່ງກ່າວ ເປັນຕົ້ນ 6 ຄາດໝາຍທີ່ໄດ້ລື່ນແຜນການຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການແກ້ໄຂຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ກອງປະຊຸມສະເໜີໃຫ້ມີການແບ່ງຄວາມຮັບຜິດຊອບ, ການຕິດຕາມກວດກາ, ການປະເມີນຜົນ, ປັບປຸງກົນໄກການປະສານງານ, ການແລກປ່ຽນຂໍ້ມູນ-ຂ່າວສານຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ລະຫວ່າງກະຊວງ-ອົງການ ແລະ ລະຫວ່າງ ສູນກາງກັບທ້ອງຖິ່ນ, ການຄົ້ນຄວ້າຈັດສັນງົບປະມານ ເຂົ້າໃສ່ ວຽກງານດັ່ງກ່າວໃຫ້ສາມາດເຄື່ອນໄຫວໄດ້ຢ່າງຄ່ອງຕົວ ສາມາດບັນລຸບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນເທື່ອລະກ້າວ, 4. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈໍາປີ 2022. ກອງປະຊຸມຊົມເຊີຍ ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຮັບ-ລາຍຈ່າຍເພີ່ມ, ໜີ້ຕ້ອງຮັບເປັນຈຳນວນຫຼວງຫຼາຍ, ແຕ່ການເກັບກູ້ຕົວຈິງຍັງເຮັດໄດ້ໜ້ອຍຫຼາຍ, ຊັກຊ້າ ແລະ ແກ່ຍາວເວລາ ເຮັດໃຫ້ສັງຄົມ ມີຄວາມເປັນຫ່ວງ, ຂາດຄວາມເຊື່ອໝັ້ນຕໍ່ການບໍລິຫານລັດຂອງພວກເຮົາ, ກອງປະຊຸມສະເໜີໃຫ້ອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍຖືກວດສອບ ປະສານສົມທົບກັບອົງການກວດສອບແຫ່ງລັດ ວິເຄາະ-ວິໄຈ, ໄຈ້ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງຮັບ, ການຈ່າຍລ່ວງໜ້າຄັງເງິນແຫ່ງຊາດ ເປັນອັນລະອຽດ ອັນໃດສາມາດເກັບກູ້ຄືນໄດ້ ແລະ ອັນໃດທີ່ບໍ່ສາມາດເກັບກູ້ຄືນໄດ້ ຫຼື ບໍ່ມີຕົວຕົນແລ້ວ ເພື່ອລາຍງານສະພາແຫ່ງຊາດ ພິຈາລະນາ, 5. ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ8 ຂອງສະພາແຫ່ງຊາດ ຊຸດທີ IX,ກອງປະຊຸມສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງກົງຈັກເສນາທິການຂອງສະພາແຫ່ງຊາດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ ໃນການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ບົດບາດຂອງສະພາແຫ່ງຊາດ ນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງພັກ-ລັດຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ນັບມື້ນັບກວ້າງຂວາງ, ກອງປະຊຸມໄດ້ເນັ້ນໜັກຕື່ມຕໍ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃນແຕ່ລະໄລຍະ, ຍົກສູງຄຸນນະພາບໃນການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ, ຮ່ວມກັບລັດຖະບານ ເພື່ອແກ້ໄຂບັນຫາ ເຄັ່ງຮ້ອນຂອງສັງຄົມ ຢ່າງທັນການ ແລະ ນໍາເອົາຜົນສໍາເລັດ ຂອງກອງປະຊຸມສະພາແຫ່ງຊາດ ຄັ້ງນີ້ໄປເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອເຂົ້າຮ່ວມການຈັດຕັ້ງປະຕິບັດ ແລະ ສ້າງສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍໃຫ້ປະກົດຜົນເປັນຈິງ,6). ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການກະກຽມ ປັບປຸງບາງເນື້ອໃນລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໂດຍກົມການເມືອງສູນກາງພັກ ໄດ້ອອກມະຕິແຕ່ງຕັ້ງຄະນະກຳມະການລະດັບຊາດ ການປັບປຸງລັດຖະທຳມະນູນ ປີ 2015, ມີການສ້າງແຜນ ການເຄື່ອນໄຫວ, ແຜນດໍາເນີນງານ, ແຜນງານ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະ,ວຽກຈຸດສຸມຂອງການປັບປຸງລັດຖະທຳມະນູນ ເພື່ອສາມາດນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕາມຄາດໝາຍ, 7. ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ ໃນນີ້, ມີກົດໝາຍ ສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ,ຮ່າງກົດ ໝາຍວ່າດ້ວຍ ສະຫະກອນ,ກົດໝາຍປັບປຸງ 11 ສະບັບຄື: ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານ ເຊື້ອເຮສໄອວີ/ພະຍາດເອດ,ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ,ກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ,ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ,ກົດໝາຍວ່າດ້ວຍ ການທ່ອງທ່ຽວ,ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ,ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ,ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ,ກົດໝາຍວ່າດ້ວຍ ສະພາແຫ່ງຊາດ,ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຶ່ງບັນດາທ່ານສະມາຊິກສະພາແຫ່ງຊາດໄດ້ມີການຮັບຮອງດ້ວຍຄະແນນສູງ ຊຶ່ງຈະກາຍເປັນເຄື່ອງມືໃນການຄຸ້ມຄອງລັດ, ສັງຄົມດ້ວຍກົດໝາຍໃນໄລຍະໃໝ່,8. ກອງປະຊຸມໄດ້ຮັບຟັງການຊີ້ແຈງຂອງບັນດາສະມາຊິກລັດຖະບານ ຕໍ່ຄໍາຊັກຖາມ ຂອງສະພາແຫ່ງຊາດ ໂດຍມີທ່ານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງການເງິນ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນບັນຍາກາດຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນຊອກຫາວິທີແກ້ໄຂບັນດາສິ່ງທ້າທາຍທີ່ ສປປ ລາວພວມປະເຊີນໜ້າໃນປັດຈຸບັນ, 9. ກອງປະຊຸມຍັງໄດ້ຮັບຟັງຜູ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ລາຍງານຜົນການພິຈາລະນາ ແລະ ຕົກລົງຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການພິຈາລະນາ ການຍົກຍ້າຍທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງພະບາງ ຕາມຄໍາສະເໜີຂອງທ່ານ ນາຍົກລັດຖະມົນຕີ,ການປັບປຸງບຸກຄະລະກອນພາຍໃນສະພາແຫ່ງຊາດ ຄື: 1. ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ບໍ່ຄວບເປັນປະທານກຳມາທິ ການກົດໝາຍ, 2. ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ເປັນປະທານກຳມາທິການກົດໝາຍ ສະພາແຫ່ງຊາດ, 3. ທ່ານ ນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການວັດທະນະທາ-ສັງຄົມ ເປັນປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ.ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເອົາ ທ່ານ ບຸນຕາ ເທບພະວົງ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບເປັນກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ແຕ່ງຕັ້ງເປັນປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ.
ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນແຫ່ງລວມສູນສະຕິປັນຍາ, ສິດປະຊາທິປະໄຕ ກໍຄືການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.
ຂ່າວ:ແສງຈັນ