ໃນວັນທີ 3 ກໍລະກົດ ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ,ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໂອ້ລົມໂທລະສັບກັບ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ. 
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນໄດ້ສະແດງຄວາມຍິນດີທີ່ໄດ້ພົບປະໂອ້ລົມທາງໂທລະສັບກັບ ທ່ານ ເສດຖາ ທະວີສິນ. ພ້ອມນີ້,ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງປະເທດທີ່ມີມາແຕ່ດົນນານແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຖານະຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕແລະການພັດທະນາແບບຍືນຍົງ.
ການໂອ້ລົມໂທລະສັບຄັ້ງນີ້, ທ່ານນາຍົກລັດຖະມົນຕີທັງສອງປະເທດ ໄດ້ມີການແລກປ່ຽນຄວາມຄິດເຫັນເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ, ທົບທວນຄືນການຈັດຕັ້ງປະຕິບັດຜົນຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີລາວ-ໄທ ຄັ້ງຜ່ານມາ ເປັນຕົ້ນການຮ່ວມມືທາງດ້ານເສດຖະກິດ, ການອໍານວຍຄວາມສະດວກໃນການເຊື່ອມໂຍງເຊື່ອມຈອດຕາຂ່າຍໄຟຟ້າພາຍໃຕ້ໂຄງການໄຟຟ້າ ລາວ-ມາເລເຊຍ-ສິງກະໂປແລະ ການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດຕາມວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍມອບໃຫ້ກົນໄກການຮ່ວມມື ທັງສູນກາງ ແລະ ທ້ອງຖິ່ນ ຮ່ວມມືກັນໃນການສະກັດກັ້ນ ແລະ ປາບປາມຢາເສບຕິດຊຶ່ງໃຫ້ມີການແລກປ່ຽນຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ, ເພີ່ມທະວີການລາດຕະເວນຮ່ວມກັນໃຫ້ຫຼາຍຂຶ້ນ ແລະ ການສະໜັບສະໜູນສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ(GBC)ແລະ ຄະນະກໍາມະການລາວ-ໄທ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ກໍຄື ຫ້ອງການປະສານງານຄວບຄຸມຢາເສບຕິດຕາມຊາຍແດນ(BLO)ແລະ ບັນດາແຂວງ-ຈັງຫວັດຊາຍແດນ ລາວ-ໄທ. 
ໃນໂອກາດດຽວກັນ, ທ່ານ ເສດຖາ ທະວີສິນໄດ້ແຈ້ງໃຫ້ການສະໜັບສະໜຸນງົບປະມານຈໍານວນໜຶ່ງ ເພື່ອປະກອບສ່ວນສ້າງສູນຝຶກອົບຮົມ ແລະ ວິໄຈກາເຟຂອງສະຫະກອນກາເຟວັນໃໝ່ ທີ່ແຂວງຫົວພັນ ຊຶ່ງເປັນໂຄງການປູກພືດທົດແທນຢາຝິ່ນພາຍໃຕ້ໂຄງການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການສະຫະປະຊາຊາດວ່າດ້ວຍຢາເສບຕິດ ແລະ ອາຊະຍາກໍາ ປະຈໍາ ສປປ ລາວ.
ຂ່າວ-ພາບ: ຫສນຍ