ວັນທີ 5 ກໍລະກົດນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມ ຢາມຂອງສະຫາຍ ຫງວຽນ ຄັກ ດິ້ງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ທີ່ໄດ້ນໍາເອົາໄມຕີຈິດມິດພະຕາບອັນດູດດື່ມຂອງບັນດາສະຫາຍການນໍາຂັ້ນສູງຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາສູ່ປະຊາຊົນລາວບັນດາເຜົ່າ, ພ້ອມກັນນີ້, ຍັງເປັນໂອກາດດີໃຫ້ແກ່ສະພາແຫ່ງຊາດ ກໍຄືຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ ໄດ້ແລກປ່ຽນບົດຮຽນກ່ຽວກັບການປັບປຸງລັດຖະທໍາມະນູນສະບັບປີ 2015ຂອງສປປລາວໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ--ສັງຄົມຂອງປະເທດ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດໃຫ້ນັບມື້ເຂົ້າສູ່ລວງເລິກແລະແຕກດອກອອກຜົນຍິ່ງໆຂຶ້ນ.ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດໄປຍັງສະຫາຍ ຫງວຽນ ຝູ ຈ້ອງ  ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍໂຕ ເລິມ  ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມປະທານປະເທ ພ້ອມກັນນັ້ນ, ຍັງໄດ້ອວຍພອນໃຫ້ການຢ້ຽມຢາມ ແລະ ເຮັດວຽກຂອງສະຫາຍຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ຢູ່ ສປປລາວ ໃນຄັ້ງນີ້ ຈົ່ງມີຜົນສໍາເລັດຢ່າງຈົບງາມ.
ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານໃຫ້ຊາບຈຸດປະສົງຂອງການມາຢ້ຽມຢາມ ສປປລາວ ໃນຄັ້ງນີ້, ລາຍງານໂດຍຫຍໍ້ຜົນສໍາເລັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ລະຫວ່າງສະພາແຫ່ງຊາດ ແຫ່ງ ສສຫວຽດນາມ ແລະ ສະພາແຫ່ງຊາດ ແຫ່ງ ສປປລາວແລະ ການພົບປະສອງຝ່າຍກັບສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກຮອງປະທານສະພາແຫ່ງຊາດ.
ຂ່າວ:ສພຊ,ພາບ: ເແສງຈັນ