ໂດຍ: ວັນເພັງ
    ປັດຈຸບັນເຫັນວ່າທົ່ວປະເທດ ຍັງມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍນັບມື້ເພີ່ມຂຶ້ນ ໂດຍສະເພາະເຂົ້າສູ່ໄລຍະລະດູຝົນໃນແຕ່ລະປີ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍແມ່ນມີຈຳນວນຫຼາຍ. ສະນັ້ນ, ຂໍໃຫ້ທົ່ວສັງຄົມຈົ່ງມີສະຕິໃນການປ້ອງກັນພະຍາດໄຂ້ຍຸງລາຍດ້ວຍການປະຕິບັດຫຼັກການ 5 ປ ຢ່າງເຂັ້ມງວດເພື່ອບໍ່ໃຫ້ເປັນພະຍາດໄຂ້ຍຸງລາຍຮ້າຍແຮງ ແລະ ເສຍຊີວິດໄດ້.
    ຂໍ້ມູນຈາກສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 6 ກໍລະກົດ 2024 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 5.947 ຄົນ. ໃນນັ້ນ, ຕິດເຊື້ອໃໝ່ 59 ຄົນ, ເສຍຊີວິດສະສົມ 5 ຄົນ. ສຳລັບແຂວງທີ່ຕິດເຊື້ອພະຍາດໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນແຂວງເຊກອງ 1.577 ຄົນ, ນະຄອນຫຼວງວຽງຈັນ 1.332 ຄົນ, ຫຼວງພະບາງ 594 ຄົນ ແລະ ແຂວງອື່ນໆຕາມລໍາດັບ.ດັ່ງນັ້ນ, ເພື່ອປ້ອງກັນການເປັນພະຍາດໄຂ້ຍຸງລາຍທົ່ວສັງຄົມສາມາດປະຕິບັດໄດ້ຄື: ຕ້ອງເປັນເຈົ້າການທຳລາຍແຫຼ່ງເພາະພັນຂອງໜອນນໍ້າຍຸງລາຍ, ຖ້າບໍ່ມີໜອນນໍ້າຍຸງລາຍ ບໍ່ມີຍຸງລາຍ ກໍຈະບໍ່ມີໄຂ້ຍຸງລາຍ ໂດຍສະເພາະແມ່ນປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ເປັນຕົ້ນປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈອກນໍ້າ ແລະ ອື່ນໆ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; ປັບປຸງບໍ່ໃຫ້ມີນໍ້າຄ້າງ, ຂັງໃນກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ຝາກະຕຸກນໍ້າ; ປະຕິບັດເປັນປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ. ນອກນັ້ນ, ຖ້າບ້ານເຮືອນ, ສຳນັກງານ-ຫ້ອງການຂອງທ່ານມີຕົ້ນໄມ້ໃຫຍ່ກໍຕ້ອງໄດ້ຕັດຮອນຖິ້ມແດ່ເພື່ອໃຫ້ມີແສງແດດສ່ອງ ແລະ ຖ້າມີຫ້ວຍຮ່ອງຕິດ ຫຼືໃກ້ກັບບ້ານເຮືອນ, ສະຖານທີ່ນັ້ນໆກໍຕ້ອງເປັນເຈົ້າການອະນາໄມຢູ່ສະເໝີເພື່ອບໍ່ໃຫ້ມີຂີ້ເຫຍື້ອອຸດຕັນເຮັດໃຫ້ນໍ້າໄຫຼດີ, ບໍ່ໃຫ້ມີນໍ້າອັ່ງ-ນໍ້າຂັງ ກາຍເປັນບ່ອນເພາະພັນຂອງໜອນນໍ້າຍຸງລາຍ.ບໍ່ພຽງເທົ່ານີ້ ເພື່ອປ້ອງກັນການເປັນພະຍາດໄຂ້ຍຸງລາຍເຮົາຕ້ອງມີສະຕິໃນການປ້ອງກັນຕົນເອງເຊັ່ນ: ທາຢາກັ່ນຍຸງ, ຈູດທູບຂ້າຍຸງ, ຖ້າສະຖານທີ່ນັ້ນໆມີຍຸງຈຳນວນຫຼາຍກໍຕ້ອງໄດ້ພົ່ນສີດຢາຂ້າຍຸງແມ່ນເປັນການດີທີ່ສຸດ.
    ປັດຈຸບັນ ສປປ ລາວ ຍັງບໍ່ມີຢາ ຫຼື ວັກຊິນປິ່ນປົວ ຫຼື ປ້ອງກັນພະຍາດໄຂ້ຍຸງລາຍສະເພາະ. ດັ່ງນັ້ນ, ເວລາເປັນໄຂ້ຍຸງລາຍບໍ່ຄວນຊື້ຢາມາກິນເອງ, ຄວນໄປພົບແພດໝໍໃກ້ບ້ານທ່ານໂດຍດ່ວນ, ສາມາດນອນຜັກຜ່ອນ, ດື່ມນໍ້າໃຫ້ພຽງພໍ ແລະ ກິນຢາປາລາເຊຕາໂມນ ເພື່ອຫຼຸດຜ່ອນອາການໄຂ້ ແລະ ເຈັບປວດກ້າມຊີ້ນ. ສິ່ງສໍາຄັນເວລາເປັນໄຂ້ຍຸງ ບໍ່ຄວນກິນຢາອັດສະໄພລິນ ຫຼືຢາອີບຸຍໂປຣແຟນ ຍ້ອນຢາດັ່ງກ່າວຈະເພີ່ມຄວາມສ່ຽງຂອງການມີເລືອດໄຫຼ.