ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໃນວັນທີ 8ກໍລະກົດນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນວງວຽງຈັນ (ນວ) ໄດ້ລາຍງານວຽກທີ່ພົ້ນເດັ່ນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນຕົ້ນປີວ່າ: ເສດຖະກິດນວ ຄາດວ່າຈະຂະຫາຍຕົວໃນລະດັບ 5,7% (ມະຕິສະພາໃຫ້ບັນລຸ 5,5%) ລວມຍອດຜະລິດຕະພັນພາຍໃນ (GDP) ຄາດວ່າຈະບັນລຸ 43.960,07 ຕື້ກີບ ເທົ່າກັບ 51,23% ຂອງແຜນການປີ (ມະຕິສະພາໃຫ້ບັນລຸ 85.799 ຕື້ກີບ) GDP ສະເລ່ຍຕໍ່ຫົວຄົນ 43,14 ລ້ານກີບ (ມະຕິສະພາ ໃຫ້ໄດ້ 81,7 ລ້ານກີບ) ໃນນັ້ນ ຂະແໜງກະສິກຳຂະຫຍາຍຕົວເພີ່ມຂຶ້ນ 4,2% ກວມເອົາ 13% ຂອງGDP (ມະຕິສະພາໃຫ້ເພີ່ມຂຶ້ນ 4% ກວມເອົາ 14,3% ຂອງGDP) ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 7,05% ກວມເອົາ 48% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 6,9% ກວມເອົາ 47,5% ຂອງ GDP), ຂະແໜງບໍລິການ ຂະຫຍາຍຕົວເພີ່ມຂຶ້ນ 3,8% ກວມເອົາ 39% ຂອງGDP (ມະຕິສະພາໃຫ້ເພີ່ມຂຶ້ນ 3,5% ກວມເອົາ 38,2% ຂອງ GDP).
ດ້ານງົບປະມານ ຮອດວັນທີ 30ມິຖຸນາ 2024 ສາມາດເກັບລາຍຮັບງົບປະມານໄດ້ທັງໝົດ 5.029,26 ຕື້ກີບ ເທົ່າກັບ 70,39% ຂອງແຜນການສະພາຮັບຮອງ 7.144,42 ຕື້ກີບ ໃນນີ້ ລາຍຮັບພູດນະຄອນຫຼວງຈັດເກັບ 1.543,66 ຕື້ກີບ ເທົ່າກັບ 90,75% ຂອງມະຕິສະພາ 1.701,06 ຕື້ກີບ, ດ້ານລາຍຈ່າຍ ປະຕິບັດໄດ້ 426,63 ຕື້ກີບ ເທົ່າກັບ 74,71% ຂອງມະຕິສະພາ (570,98 ຕື້ກີບ), ດ້ານດຸ່ນດ່ຽງ ປະຕິບັດໄດ້ 506,52 ຕື້ກີບ ເທົ່າກັບ 44,82% (ຂອງມະຕິສະພາ 1.130,07 ຕື້ກີບ), ດ້ານແຫຼ່ງທຶນເພື່ອການພັດທະນາ ການລົງທຶນລວມທົ່ວສັງຄົມສາມາດປະຕິບັດໄດ້ 10.511 ຕື້ກີບ ເທົ່າກັບ 52,16% (ຂອງມະຕິສະພາ 20.150 ຕື້ກີບ).
ຂ່າວ-ພາບ:ແສງຈັນ