ສປປລາວຈະຈັດ ປະກວດລາງວັນ ທຸລະກິດດີເດັ່ນອາຊຽນ2024ໃນກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024ຄາດວ່າຈະຈັດຂຶ້ນໃນເດືອນຕຸລານີ້ ຊຶ່ງຈະມີຫຼາຍລາງວັນ, ຫຼາຍຂະແໜງທຸລະກິດ.
ພິທີເຊັນສັນຍາການສະໜັບສະໜູນ ມູນຄ່າ 100.000 ໂດລາຫຼືປະມານ 2,2 ຕື້ກີບ ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈັດຂຶ້ນໃນວັນທີ 8 ກໍລະກົດ ນີ້ທີ່ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ (ສຄອຊ) ລະຫວ່າງ ທ່ານ ຈັນທອນ ສິດທິໄຊ ປະທານສະພາບໍລິຫານ ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ (ຜູ້ໃຫ້ການສະໜັບສະໜູນ) ແລະທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ.
ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ໂດຍອີງຕາມຮອບວຽນການເປັນປະທານອາຊຽນ ຂອງ ສປປລາວແລະ ທາງພາກທຸລະກິດ ກໍຄື ສຄອຊ ກໍຖືກຮອບຫມູນວຽນການປະທານສະພາທີ່ປຶກສາທຸລະກິດອາຊຽນ ປະຈຳປີ 2024 ເຊັ່ນດຽວກັນ ຊຶ່ງໃນໄລຍະການຈັດກອງປະຊຸມສຸດຍອດຜູ້ນໍາອາຊຽນໃນເດືອນຕຸລາ 2024 ນີ້, ສປປລາວກໍຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ຄວບຄູ່ກັນໄປໂດຍຈະໄດ້ເຊີນເອົາຜູ້ນໍາຫຼາຍປະເທດ, ອົງການຈັດຕັ້ງສາກົນ ແລະ ຜູ້ບໍລິຫານລະດັບສູງ ຈາກບໍລິສັດຫຼາຍປະເທດ ແລະ ພາກພື້ນມາຮ່ວມ.
ນອກຈາກຈະເປັນເຈົ້າພາບຈັດງານ ASEAN-BIS ແລ້ວ ຍັງຈະໄດ້ຈັດການແຂ່ງຂັນລາງວັນທຸລະກິດດີເດັ່ນອາຊຽນ ປະຈໍາປີ 2024 (ASEAN Business Award 2024-ABA) ຊຶ່ງການແຂ່ງຂັນລາງວັນດັ່ງກ່າວ ແມ່ນໄດ້ມີການເປີດກວ້າງໃຫ້ບັນດາຫົວໜ່ວຍທຸລະກິດໃນບັນດາປະເທດອາຊຽນເຂົ້າຮ່ວມສະໝັກໂດຍຈະຈັດຂຶ້ນໃນວັນທີ 9 ຕຸລາ 2024 ທີ່ ໂຮງແຮມດອນຈັນພາເລສ.
ສໍາລັບປະເພດລາງວັນປີນີ້ ປະກອບມີ 3 ປະເພດລາງວັນໃຫຍ່ ຊຶ່ງບໍລິສັດຂະໜາດນ້ອຍ ແລະ ໃຫຍ່ ສາມາດສະໝັກແຂ່ງຂັນໄດ້ ລວມມີ 20 ລາງວັນ; ລວມມີທັງໝົດ 10 ຂະແໜງການເຊັ່ນ: ພື້ນຖານກະສິກຳ/ອາຫານກະສິກຳ, ພະລັງງານ/ພະລັງງານທົດແທນ, ອາຫານ ແລະ ເຄື່ອງດື່ມ, ຫັດຖະກຳ ແລະ ແຜ່ນແພ, ການຫັນເປັນດີຈີຕອນ, ພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການຂົນສົ່ງ, ການສຶກສາ ແລະ ການດູແລສຸຂະພາບ.
ປະເພດລາງວັນສໍາລັບທຸລະກິດ SMEs ດີເດັ່ນ ຊຶ່ງສະຫງວນໃຫ້ແຕ່ບໍລິສັດທຸລະກິດ SME ເທົ່ານັ້ນທີ່ສາມາດສະໝັກລາງວັນປະເພດນີ້ໄດ້ ໂດຍຈະປະກອບມີ 5 ຂະແໜງການ ເຊັ່ນ: SME-Growth, SME-ການຈ້າງງານ, SME-Innovation, SME-Corporate Social Responsibility (CSR), SME-Digitalization ສ່ວນປະເພດລາງວັນພິເສດ ຈະປະກອບມີ 8 ຂະແໜງການ ເຊັ່ນ: ຜູ້ປະກອບການແມ່ຍິງ, ຜູ້ປະກອບການໜຸ່ມ, ວິສາຫະກິດສີຂຽວ, ວິສາຫະກິດສັງຄົມແບບຍືນຍົງ, ທຸລະກິດຄອບຄົວ,ການພັດທະນາສີມືແຮງງານ, ເພື່ອນອາຊຽນ ແລະ ລາງວັນພິເສດອາຊຽນ.
ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການສະໜັບສະໜູນ ສຄອຊ ເປັນເຈົ້າພາບກອງປະຊຸມສຸດຍອດທຸລະກິດ-ລົງທຶນອາຊຽນ 2024 ເພື່ອຈະຖືໂອກາດນີ້ ນໍາສະເໜີຈຸດແຂງຂອງປະເທດເຮົາໃຫ້ບັນດາຜູ້ປະກອບການທຸລະກິດ ແລະ ບັນດາປະເທດ ຄູ່ຮ່ວມສັນຍາຂອງອາຊຽນຮັບຮູ້ ແລະ ເຫັນຄວາມສໍາຄັນຂອງທ່າແຮງ ສປປ ລາວ ໃນການດຶງດູດການຄ້າ ແລະ ການລົງທຶນ ໂດຍຍຸດທະສາດຂອງລັດຖະບານແມ່ນຫັນ ສປປ ລາວ ເປັນປະເທດປະຕູເຊື່ອມໂຍງການຂົນສົ່ງ, ການຄ້າຂອງພາກພື້ນອາຊຽນ ພວກເຮົາຈຶ່ງສະໜັບສະໜູນໃຫ້ ສຄອຊ ເປັນແມ່ແຮງ ໃນການເປັນເຈົ້າພາບກອງປະຊຸມສຸດຍອດທຸລະກິດ-ລົງທຶນອາຊຽນ 2024 ຊຶ່ງໃນນັ້ນເຮົາຢາກສະເໜີ 3 ລິ້ງ ຫຼື 3 ກິດຈະກໍາ ຄື: ໂລຈີສຕິກລິ້ງ, ດີຈີຕອນລິ້ງ ແລະ ແຄັບປີຕອນລິ້ງ ຊຶ່ງຂ້າພະເຈົ້າພ້ອມທີ່ຈະເປັນຜູ້ໃຫ້ການສະໜັບສະໜູນໃນການຈັດທັງ 3 ກິດຈະກໍານີ້ ທ່ານ ຈັນທອນ ສິດທິໄຊກ່າວ.
ຂໍ້ມູນ-ພາບ: ເສດຖະກິດ-ການຄ້າ