ໃນໂອກາດເດີນທາງໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ, ໃນຕອນບ່າຍຂອງວັນທີ 9 ກໍລະກົດ ນີ້ ທີ່ ທຳນຽບປະທານາທິບໍດີ ອິສຕານາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ທາມັນ ຊາມູກາຣັດນຳ (Tharman Shanmurgaratnum) ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພະນະທ່ານ ທາມັນ ຊາມູກາຣັດນຳ, ພ້ອມນີ້ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວແລະ ຄຳເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ. ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມພ້ອມທີ່ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບ ລັດຖະບານສິງກະໂປ ໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ສອງປະເທດ ໃຫ້ໄດ້ຮັບການຮັດແໜ້ນ ແລະ ມີບາດກ້າວຂະຫຍາຍຕົວໃໝ່. ພ້ອມນັ້ນ, ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນສຳເລັດຂອງການພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຝ່າຍສິງກະໂປ ຊຶ່ງດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ໄດ້ຮັບໝາກຜົນສຳເລັດຕາມລະດັບຄາດໝາຍ, ໃນນັ້ນສອງຝ່າຍ ໄດ້ມີພິທີລົງນາມເອກະສານການຮ່ວມມື ຈຳນວນ 2 ສະບັບ: ໃນຂະແໜງການສຶກສາ ແລະ ການຮ່ວມມືດ້ານສິນເຊື່ອກາກບອນ (Carbon Credit) ໂດຍຈະກາຍເປັນພື້ນຖານສໍາຄັນໃນການສົ່ງເສີມການຮ່ວມມືໃຫ້ໄດ້ຮັບການພັດທະນາອີກລະດັບໜຶ່ງ. ໃນໂອກາດນີ້, ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງ ລັດຖະບານ ແລະ ປະຊາຊົນ ສິງກະໂປ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ພິເສດ ກໍ່ແມ່ນການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ແລະ ຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະຫນັບສະໜູນຕື່ມອີກໃນຕໍ່ໜ້າ.
ໃນຂະນະດຽວກັນ, ພະນະທ່ານ ທາມັນ ຊາມູກາຣັດນຳ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ການນຳເອົາຄວາມຢື້ຢາມຖາມຂ່າວຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະແດງຄວາມຍິນດີຈະໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ. ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົບປະສອງຝ່າຍ ຂອງຄະນະຜູ້ແທນຂັ້ນສູງ ສິງກະໂປ-ລາວ ໃນຄັ້ງນີ້, ພ້ອມທັງ ສະເໜີໃຫ້ສອງຝ່າຍ ສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາທີ່ໄດ້ລົງນາມກັນແລ້ວນັ້ນ ໃຫ້ເປັນຮູບປະທຳຍິ່ງຂຶ້ນ. ພະນະທ່ານຍັງໄດ້ສະແດງຄວາມຍິນດີຈະຊ່ວຍຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສິງກະໂປ ປະສານສົມທົບກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອຮ່ວມກັນຊອກຫາຊ່ອງທາງໃນການຂະຫຍາຍການຮ່ວມມືດ້ານອື່ນໆທີ່ມີທ່າແຮງຮ່ວມກັນ, ສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ທັງນີ້ ກໍເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສິງກະໂປ ແລະ ລາວ, ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຄົມອາຊຽນ, ອວຍພອນໃຫ້ສາຍພົວພັນສອງປະເທດ ສິງກະໂປ ແລະ ສປປ ລາວ ຈົ່ງໝັ້ນຄົງ ແລະ ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.
ໃນວັນດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ພົບປະກັບ ພະນະທ່ານ ລີ ຊຽນ ລຸງ (Lee Hsien Loong) ລັດຖະມົນຕີອາວຸໂສ ແຫ່ງ ສ ສິງກະໂປ ຊຶ່ງສອງຝ່າຍ ໄດ້ປຶກສາຫາລືກັນເຖິງການຂະຫຍາຍການຮ່ວມມືໃນຕໍ່ໜ້າ, ໃນນັ້ນ ຝ່າຍລາວ ໄດ້ສະເໜີໃຫ້ຝ່າຍ ສິງກະໂປ ຊ່ວຍຊຸກຍູ້ການຮ່ວມມື ດ້ານພະລັງງານສະອາດ, ການຊື້-ຂາຍ ສິນເຊື່ອກາກບອນ, ການຮ່ວມມືດ້ານການຂົນສົ່ງ, ການທ່ອງທ່ຽວ, ການຄ້າກະສິກຳ ແລະ ການພັດທະນາຊັບພະຍາກອນມະນຸດ, ທັງນີ້ ກໍເພື່ອຜົນປະໂຫຍດລວມຂອງທັງສອງປະເທດ ສປປ ລາວ ແລະ ສ ສິງກະໂປ.
ໃນໂອກາດການຢ້ຽມຢາມຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມສວນພຶກສາສາດ ສິງກະໂປ (National Orchid Garden, Singapore Botanic Garden) ແລະ ໄດ້ໃຫ້ກຽດຕັ້ງຊື່ດອກໄມ້ ຕາມປະເພນີທີ່ເຄີຍປະຕິບັດຂອງຝ່າຍ ສິງກະໂປເພື່ອເປັນສັນຍາລັກຂອງການຢ້ຽມຢາມ,ໂດຍໃສ່ຊື່ວ່າ “Dendrobium Sonexay Vandala Siphandone”.
                ຂ່າວ-ພາບ: ກະຊວງການຕ່າງປະເທດ