ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ລໍເຣັນສ ວອງ (Lawrence Wong)ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການໃນວັນທີ 9 ກໍລະກົດ ນີ້ເພື່ອສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສິງກະໂປ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ການຢ້ຽມຢາມຄັ້ງນີ້ ມີຂຶ້ນໃນທ່າມກາງທີ່ ສປປ ລາວ ແລະ ສ ສິງກະໂປ ກຳລັງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ໃນປີ 2024.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າຂອງວັນທີ 9ກໍລະກົດ ນີ້ ທີ່ ສະພາແຫ່ງຊາດ ສິງກະໂປ. ພາຍຫຼັງສໍາເລັດພິທີ, ພະນະທ່ານ ສອນໄຊ ສີພັນດອນນາຍົກລັ ແລະ ພະນະທ່ານ ລໍເຣັນສ ວອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງປະເທດ ກໍໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ. ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ພະນະທ່ານ ລໍເຣັນສ ວອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ຄົນທີ 4 ຂອງ ສິງກະໂປ ໃນເດືອນພຶດສະພາ ທີ່ຜ່ານມາ, ພ້ອມທັງສະແດງຄວາມຍິນດີທີ່ຈະໄດ້ຮ່ວມເຮັດວຽກກັບ ຄະນະລັດຖະບານ ສິງກະໂປ ເພື່ອສົ່ງເສີມການຮ່ວມມືໃຫ້ກ້າວຂຶ້ນສູ່ຜົນສຳເລັດອັນໃໝ່ໃນຕໍ່ໜ້າໂດຍສະເພາະການຮ່ວມມືດ້ານການເມືອງໄປຄຽງຄູ່ກັບການພັດທະນາການຮ່ວມມືດ້ານເສດຖະກິດຂອງສອງປະເທດໃຫ້ເປັນຮູບປະທໍາຂຶ້ນກວ່າເກົ່າ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ ພ້ອມທັງໄດ້ຕີລາຄາ ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃນໄລຍະຜ່ານມາ ທີ່ເຕັມໄປດ້ວຍໝາກຜົນ ແລະ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການພົວພັນຮ່ວມມືຂອງບັນດາຫົວໜ່ວຍທຸລະກິດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບອາຊຽນ ແລະ ສປຊ. ພ້ອມນີ້, ສອງຝ່າຍ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເລີ່ມກົນໄກການປຶກສາຫາລືສອງຝ່າຍ ລາວ-ສິງກະໂປ (Bilateral Consultations) ໃນເດືອນຕຸລາ 2023 ຜ່ານມາ ເພື່ອຕິດຕາມຊຸກຍູ້ຂະແໜງການກ່ຽວຂ້ອງສອງຝ່າຍ ໃນການຈັດຕັ້ງປະຕິບັດການຕົກລົງເຫັນດີຂອງຜູ້ນໍາສອງປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ. ພິເສດ, ໃນປີ 2024 ນີ້ ສອງປະເທດ ກໍກຳລັງຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ຊຶ່ງກໍໄດ້ມີການຈັດຫຼາຍກິດຈະກຳຮ່ວມກັນ ຢ່າງມີຂະບວນຟົດຟື້ນ ແລະ ມີຄວາມໝາຍສຳຄັນ.
ສຳລັບທິດທາງໃນຕໍ່ໜ້າ, ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງຕົນເພື່ອຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ, ໂດຍສະເພາະ ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ການຄ້າ, ການລົງທຶນ ເປັນຕົ້ນ ການຊື້-ຂາຍ ພະລັງງານສະອາດກໍຄື ການຊື້ຂາຍໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ, ການຮ່ວມມືດ້ານພະລັງງານທົດແທນ, ດ້ານແຮ່ທາດທີ່ຫາຍາກ, ດ້ານກະສິກຳ, ການສະ                    ໜອງທັນຍາຫານ (ສິນຄ້າດ້ານກະສິກໍາ) ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະບຽບອາຫານຊຶ່ງກັນ ແລະ ກັນ,ການຮ່ວມມືດ້ານຊັບພະຍາກອນທຳມະຊາດ ກໍຄື ການຊື້-ຂາຍ ສິນເຊື່ອກາກບອນ (Carbon Credit) ໂດຍສະເພາະການຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງລາວ, ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ເປັນທ່າແຮງບົ່ມຊ້ອນ, ລວມທັງ ການຮ່ວມມືໃນການພັດທະນາຂົງເຂດພາກພື້ນ ແລະ ສາກົນໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນເພື່ອຜົນສໍາເລັດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ2024.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ສິງກະໂປຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ ແລະ ວິຊາການທີ່ກ່ຽວຂ້ອງໃຫ້ແກ່ບັນດາພະນັກງານ-ລັດຖະກອນ, ນັກການທູດ ແລະ ການນຳຂັ້ນສູງຂອງ ສປປ ລາວ, ການພັດທະນາສີມືແຮງງານ, ລວມທັງການສົ່ງອາສາສະໝັກ, ຄູ-ອາຈານ ແລະ ຜູ້ຊ່ຽວຊານ ມາປະຕິບັດໜ້າທີ່ຢູ່ລາວ ແລະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານໝູນວຽນອາຊຽນ ປີ 2024. ໃນຂະນະດຽວກັນ, ພະນະທ່ານ ລໍເຣັນສ ວອງ ກໍໄດ້ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພີ່ມຕື່ມໃນຕໍ່ໜ້າ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ພາຍຫຼັງສຳເລັດກອງປະຊຸມພົບປະ, ສອງຝ່າຍ ກໍໄດ້ເປັນສັກຂີພິຍານໃນການລົງນາມເອກະສານການຮ່ວມມື ລາວ-ສິງກະໂປ ຈຳນວນ 2 ສະບັບ ຄື: 1. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂະແໜງການສຶກສາ (MOU on Cooperation in the Field of Education) ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແຫ່ງ ສ ສິງກະໂປ ແລະ 2.) ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືພາຍໃຕ້ສົນທິສັນຍາ ປາຣີ ມາດຕາ 6 (MOU on Collaboration Under Article 6 of the Paris Agreement) ຊຶ່ງແມ່ນການຮ່ວມມືດ້ານສິນເຊື່ອກາກບອນ (Carbon Credit) ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແລະ ອຸດສາຫະກໍາ ແຫ່ງ ສສິງກະໂປ.
ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ລໍເຣັນສ ວອງ ຍັງໄດ້ເປັນກຽດຈັດງານລ້ຽງຕ້ອນຮັບ ໃຫ້ແກ່ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ, ສອງຝ່າຍ ຍັງໄດ້ຮ່ວມກັນເປີດໂລໂກ້ການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ຄົບຮອບ 50 ປີ.
ສປປ ລາວ ແລະ ສ.ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 2 ທັນວາ 1974 (ຄົບຮອບ 50 ປີ). ປັດຈຸບັນ, ການຄ້າສອງຝ່າຍ ມີມູນຄ່າປະມານ 182,5 ລ້ານ ໂດລາ (ສົ່ງອອກຫຼາຍກວ່າ 96,3 ລ້ານໂດລາ ແລະ ນຳເຂົ້າຫຼາຍກວ່າ 86,1 ລ້ານໂດລາ / ໄດ້ດູນການຄ້າຫຼາຍກວ່າ 10,2 ລ້ານໂດລາ), ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ມີມູນຄ່າ 362 ລ້ານໂດລາ ໃນ 83 ໂຄງການ.
ຂ່າວ-ພາບ:ກະຊວງການຕ່າງປະເທດ