ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ສາຍການບິນຫວຽດເຈັດ ຂອງ ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ ໂດຍພິທີປະກາດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ ນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນສັກຂີພິຍານຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມແຂກຜູ້ມີກຽດລະດັບສູງຂອງທັງສອງປະເທດເຂົ້າຮ່ວມ.
  ສາຍການບິນຫວຽດເຈັດ (Vietjet) ຈະຮ່ວມມືກັບກົມການບິນພົນລະເຮືອນຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການທີ່ກ່ຽວຂ້ອງກັບການບິນ ແລະ ຂະຫຍາຍການເຄື່ອນໄຫວການຂົນສົ່ງທາງອາກາດໃນລາວ ຊຶ່ງຄາດວ່າຈະສ້າງວຽກເຮັດງານທຳໃຫ້ບຸກຄະລາກອນໃນຂະແໜງການບິນໄດ້ເຖິງ 2.500 ຄົນ, ສາຍການບິນຍັງມີແຜນຈະສ້າງຕັ້ງສູນຝຶກອົບຮົມ ແລະ ພັດທະນາໃນປະເທດລາວ ຮ່ວມກັບ ສະຖາບັນຝຶກອົບຮົມການບິນຫວຽດເຈັດ (Vietjet) ເພື່ອຕິດຕາມກວດກາການຝຶກອົບຮົມພະນັກງານໃໝ່ໃນລະດັບສາກົນ. ຂະນະທີ່ ກົມການບິນພົນລະເຮືອນລາວຈະໃຫ້ການສະໜັບສະໜູນດ້ານບໍລິຫານ, ກົດໝາຍ ແລະ ສິ່ງອຳນວຍຄວາມສະດວກ ຕະຫຼອດຈົນເຖິງການປະສານງານກັບພາກສ່ວນຕ່າງໆ ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ.
ຄວາມມຸ່ງໝັ້ນຂອງສາຍການບິນຫວຽດເຈັດ (Vietjet) ໃນການຂະຫຍາຍການເຊື່ອມຕໍ່ທາງອາກາດ ຢູ່ປະເທດລາວຈະນຳສະເໜີທາງເລືອກຖ້ຽວບິນທີ່ມີລາຄາປະຢັດ ແລະ ການບໍລິການທີ່ມີຄຸນນະພາບໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມ. ການຂະຫຍາຍຕົວທຸລະກິດຂອງສາຍການບິນມາປະເທດລາວໃນຕົ້ນປີນີ້ ມີຖ້ຽວບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ມິນ ດ້ວຍສີ່ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາໃນການບິນພຽງ 1 ຊົ່ວໂມງ 45 ນາທີ. ບັນດາຂໍ້ຕົກລົງນີ້ແນໃສ່ການຊຸກຍູ້ເສດຖະກິດ ແລະ ພັດທະນາສັງຄົມ, ສົ່ງເສີມການຄ້າ, ການເຊື່ອມຕໍ່ການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ ລະຫວ່າງ  ປະເທດລາວກັບປະເທດຕ່າງໆໃນພາກພື້ນ. ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຊົມເຊີຍການສະໜັບສະໜູນ ແລະ ຄວາມສາມາດຂອງ ສາຍການບິນ ຫວຽດເຈັດ (Vietjet)  ຊຶ່ງ ເປັນສາຍການບິນສາກົນທີ່ມີການຂະຫຍາຍຕົວຂອງເຄືອຂ່າຍການບິນໄດ້ຢ່າງວ່ອງໄວ. ຂໍ້ຕົກລົງດັ່ງກ່າວຍັງສອດຄ່ອງກັບເປົ້າໝາຍ ແລະ ທິດທາງລວມຂອງລັດຖະບານທັງສອງປະເທດ ທີ່ລະບຸໄວ້ໃນບົດບັນທຶກວ່າດ້ວຍການຮ່ວມມືຍຸດທະສາດດ້ານຄົມມະນາຄົມ ໃນໄລຍະ 2016-2025.
  ໃນປີ 2023, ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດສູນຝຶກອົບຮົມເຮືອບິນລະດັບພາກພື້ນ ໂດຍມີການຮ່ວມມືກັບສາຍການບິນລາວແອລາຍ, ພ້ອມທັງໄດ້ເປີດເສັ້ນທາງບິນທຳອິດລະຫວ່າງລາວ ແລະ ຫວຽດນາມ ຊຶ່ງເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ ຊຶ່ງເປັນທາງເລືອກໃຫ້ນັກທ່ອງທ່ຽວໄດ້ເດີນທາງທີ່ສະດວກ. ປັດຈຸບັນ ປະເທດຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນ ແລະ ຄູ່ຮ່ວມມືການຄ້າອັນດັບຕົ້ນຂອງ ສປປ ລາວ ທີ່ມີ 255 ໂຄງການລົງທຶນ ລວມມູນຄ່າທັງໝົດ 5,5 ຕື້ໂດລາ. ໂຄງການດັ່ງກ່າວໄດ້ສຸມໃສ່ອຸດສາຫະກໍາການຂົນສົ່ງ, ການທ່ອງທ່ຽວ, ວິທະຍາສາດເຕັກໂນໂລຊີ ແລະ ອື່ນໆ ຊຶ່ງເປັນການສົ່ງເສີມການແລກປ່ຽນການຄ້າ ການພັດທະນາແບບຍືນຍົງ ແລະ ການແບ່ງປັນຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ, ສສ ຫວຽດນາມ ແລະ ພາກພື້ນ.
(ຂ່າວ: ຕຸໄລເພັດ)