ໃນວັນທີ12ກໍລະກົດນີ້ ທີ່ ສໍານັກງານ ຫ້ອງວ່າການສູນກາງພັກ, ພະນະທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວປະທານປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ  ພະນະທ່ານນັດສຶໂອະ ຢາມາກູຈິ ປະທານພັກໂຄເມໂຕະ ສະມາຊິກສະພາສູງຍີ່ປຸ່ນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ກໍລະກົດ2024.
ໃນໂອກາດດັ່ງກ່າວ, ພະນະທ່ານທອງລຸນ ສີສຸລິດໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະ ໃນຄັ້ງນີ້ ຊຶ່ງຈະເປັນໂອກາດອັນດີໃຫ້ແກ່ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ພັກ ປປ ລາວ ແລະ ພັກໂຄເມໂຕະ, ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ໃນຕໍ່ໜ້າ ກໍຄື ໂອກາດຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ໃນປີ 2025 ທີ່ຈະມາເຖິງນີ້.
ພະນະທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຝ່າຍແຂກຊາບ ສະພາບພົ້ນເດັ່ນຂອງ ພັກ-ລັດ ລາວ ໂດຍສະເພາະ ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີXI  ໄລຍະທ້າຍສະໄໝ ຂອງ ພັກ ປປ ລາວ, ຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ການປະຕິບັດ 2 ວາລະແຫ່ງຊາດ, ການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024; ສະແດງຄວາມຂອບໃຈຕໍ່ ພັກໂຄເມໂຕະ ໃນນາມເປັນພັກຮ່ວມລັດຖະບານ ທີ່ໄດ້ຊ່ວຍຊຸກຍູ້ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫືຼອ ແລະ ສະໜັບສະໜູນທາງດ້ານການພັດທະນາ (ODA),ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ດ້ານສາທາລະນະສຸກ, ດ້ານກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ ໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ, ລວມທັງການສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
ໃນໂອກາດດັ່ງກ່າວ, ພະນະທ່ານນັດສຶໂອະ ຢາມາກູຈິ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນການມາຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ໃນຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍີ່ປຸ່ນ-ລາວ;ແຈ້ງໃຫ້ຊາບ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ພັກໂຄເມໂຕະ, ປະເທດຍີ່ປຸ່ນ, ໂດຍສະເພາະ ຜົນສຳເລັດໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຍີ່ປຸ່ນ, ການເຄື່ອນໄຫວຕ່າງປະເທດທີ່ພົ້ນເດັ່ນ ໃນໄລຍະຜ່ານມາ. ຍິນດີສືບຕໍ່ຊຸກຍູ້ລັດຖະບານຍີ່ປຸ່ນ ໃນການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆ, ໂດຍສະເພາະ ການພັດທະນາ (ODA), ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ.
ສອງຝ່າຍ ຕີລາຄາສູງ ຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ຍິນດີສືບຕໍ່ເພີ່ມທະວີຊຸກຍູ້ ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພັກ ປປ ລາວ ແລະ ພັກໂຄເມໂຕະ ກໍຄື ລະຫວ່າງ ປະຊາຊົນສອງຊາດ,ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສອງປະເທດ   ລາວ-ຍີ່ປຸ່ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໄລຍະຢ້ຽມຢາມລາວ, ຄະນະຜູ້ແທນ ຍັງໄດ້ພົບປະເຮັດວຽກສອງຝ່າຍ ກັບ ພະນະທ່ານ ຄໍາພັນ ພົມມະທັດກຳມະການກົມການເມືອງ ຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກ, ພົບປະກັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ, ເອກະພາບກັນ ກ່ຽວກັບ ທິດທາງການຮ່ວມມື ໃນຕໍ່ໜ້າ, ໂດຍສະເພາະການເພີ່ມທະວີການຮ່ວມມື ແລະ ແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ເພື່ອປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ກໍຄື ສາຍພົວພັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. 
 ຂ່າວ:ຄຕພ,ພາບ:ພູວຽງຄໍາ