ໃນຕອນເຊົ້າວັນທີ 12 ກໍລະກົດນີ້, ທ່ານ ໂຕເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງຂອງການນໍາພັກ-ລັດຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູໄດ້ຮັບການຕ້ອນຮັບຢ່າງສົມກຽດ ຈາກ ທ່ານ ນາງ ສີວັນເຮືອງ ເພັງຄໍາໄມຜູ້ອໍານວຍການໂຮງຮຽນດັ່ງກ່າວ ພ້ອມດ້ວຍບັນດາຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມຄະນະຢ້ຽມຢາມຊຶ່ງການມາຢ້ຽມຢາມຄັ້ງນີ້ແມ່ນພາຍໃຕ້ວາລະການເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 11-12 ກໍລະກົດ 2024.
    ທ່ານ ນາງ ສີວັນເຮືອງ ເພັງຄໍາໄມ ລາຍງານວ່າ: ກ່ອນໜ້ານີ້ແມ່ນໂຮງຮຽນປະຖົມຫງວຽນຢູ 1 ແລະ ຫງວຽນຢູ 2. ປີ 2005, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ, ລັດຖະບານ ຫວຽດນາມ ໄດ້ມອບທຶນຈໍານວນ 500.000 ກວ່າໂດລາ ເພື່ອກໍ່ສ້າງໂຮງຮຽນ ໃນເນື້ອທີ່ 10.379 ຕາແມັດ ທີ່ລັດຖະບານລາວມອບໃຫ້. ປີ 2008 ໄດ້ສໍາເລັດການກໍ່ສ້າງແລະ ໄດ້ເປີດນໍາໃຊ້ມາຈົນເຖິງປັດຈຸບັນ. ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ ແມ່ນໂຮງຮຽນຂອງສະມາຄົມຊາວຫວຽດນາມ. ໂຮງຮຽນດໍາເນີນງານພາຍໃຕ້ການຄຸ້ມຄອງຂອງຄະນະບໍລິຫານງານສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ, ພາຍໃຕ້ການຊີ້ນຳໂດຍກົງຂອງສະຖານທູດຫວຽດນາມ ປະຈຳລາວ, ທິດທາງວິຊາການຂອງກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ. ໂຮງຮຽນໄດ້ບັນລຸຜົນສໍາເລັດທີ່ໜ້າພູມໃຈ ກໍຄືໄດ້ຮັບການຕີລາຄາສູງ,ເປັນໂຮງຮຽນຄຸນະພາບແຖວໜ້າຂອງເມືອງແລະໄດ້ຮັບຄວາມໄວ້ວາງໃຈຈາກຜູ້ປົກຄອງນັກຮຽນຈໍານວນຫຼາຍ. ເປັນເວລາຫຼາຍປີ, ໂຮງຮຽນໄດ້ຮັບນາມມະຍົດໂຮງຮຽນຂຽວ-ສະອາດ-ງາມ ແລະ ໂຮງຮຽນປອດຢາເສບຕິດ; ໃນແຕ່ລະປີ, ຈໍານວນນັກຮຽນສອບເສັງຈົບຊັ້ນບັນລຸເຖິງ 100%, ມີນັກຮຽນເກັ່ງລະດັບເມືອງ ແລະ ນະຄອນຫຼວງ ແລະ ນັກຮຽນຫຼາຍຄົນສາມາດສອບເສັງເຂົ້າໂຮງຮຽນພອນສະຫວັນຂອງນະຄອນຫຼວງ.ໃນສົກຮຽນ 2021-2022, ໂຮງຮຽນໄດ້ຮັບກຽດ ໄດ້ຮັບການຄັດເລືອກຈາກກະຊວງສຶກສາທິການຂອງສອງປະເທດເປັນໂຮງຮຽນທົດລອງສອນພາສາຫວຽດນາມ-ລາວແຕ່ຊັ້ນປ.1 ຫາ ມ.7 ເພື່ອເສີມຂະຫຍາຍຮູບແບບການສຶກສານີ້ໃນທົ່ວປະເທດລາວໃຫ້ລຸ້ນໜຸ່ມລາວມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມິດຕະພາບທີ່ເປັນມູນເຊື້ອອັນພິເສດລະຫວ່າງປະຊາຊົນສອງປະເທດ. ໂຮງຮຽນມີຕັ້ງແຕ່ຊັ້ນອະນຸບານຈົນເຖິງມັດທະຍົມສົມບູນ ແລະ ມີຈໍານວນນັກຮຽນ 1.073 ຄົນ ໂດຍມີນັກຮຽນຫວຽດນາມ ກວມປະມານ 30%ສ່ວນທີ່ເຫຼືອນັກຮຽນລາວ ແລະ ພະນັກງານຄູ-ອາຈານມີປະມານ 60 ຄົນ.
    ຜູ້ອໍານວຍການໂຮງຮຽນ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງປະທານປະເທດວ່າ: ນີ້ເປັນການຢືນຢັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດທີ່ມີຕໍ່ປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ລູກຫຼານປະຊາຊົນຂອງສອງຊາດລາວ-ຫວຽດນາມ; ພ້ອມນີ້,ກໍໄດ້ສະເໜີວ່າ: ເພື່ອຕອບສະໜອງຄວາມຕ້ອງການດ້ານການສຶກສາ ໃນໄລຍະໃໝ່ ຈໍາເປັນຕ້ອງມີນະໂຍບາຍການລົງທຶນໃຫ້ກັບໂຮງຮຽນເພື່ອດຶງດູດຊາວຫວຽດນາມຢູ່ຕ່າງປະເທດ ແລະ ນັກຮຽນລາວໃຫ້ມາຮ່ຳຮຽນນັບມື້ນັບຫຼາຍຂຶ້ນ; ຍົກລະດັບສິ່ງອໍານວຍຄວາມສະດວກໃຫ້ແກ່ການຮຽນການສອນ, ມອບທຶນການສຶກສາຕໍ່ ທີ່ ສສ ຫວຽດນາມ, ພິເສດແມ່ນໃຫ້ທຶນການສຶກສານັກຮຽນທີ່ໄປຮຽນຕໍ່ຄະນະສຶກສາສາດ ເພື່ອກັບມາສິດສອນຢູ່ໂຮງຮຽນ; ສ້າງສາຍສໍາພັນກັບບັນດາໂຮງຮຽນຢູ່ຫວຽດນາມ ເພື່ອໃຫ້ບັນດາຄູ-ອາຈານ ແລະ ນັກຮຽນໄດ້ໄປທັດສະນະແລກປ່ຽນ ແລະ ຖອດຖອນບົດຮຽນການຮຽນ-ການສອນທີ່ປະເທດຫວຽດນາມໃນທຸກໆໄລຍະພັກຮຽນ.
    ໃນໂອກາດດັ່ງກ່າວ, ປະທານປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງໂຮງຮຽນໃນຕະຫຼອດໄລຍະຜ່ານຍມາ; ພ້ອມນີ້, ກໍໄດ້ເນັ້ນໃຫ້ຄະນະທີ່ຄຸ້ມຄອງ ແລະ ໂຮງຮຽນ ເອົາໃຈໃສ່ເພີ່ມຕື່ມໃນ 3 ວຽກງານທີ່ສຳຄັນຄື: ຕ້ອງການຍົກລະດັບຄຸນນະພາບການຮຽນ-ການສອນ ໃຫ້ສູງຂຶ້ນ ໂດຍສະເພາະຕ້ອງເສີມການສອນພາສາອັງກິດ ໃຫ້ຕື່ມອີກ, ການຮຽນ-ການສອດໃຫ້ມີຄວາມສອດຄ່ອງກັບຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາຂອງລາວ ກັບ ກະຊວງສຶກສາ ແລະ ກໍ່ສ້າງຂອງຫວຽດນາມ ເພື່ອເປັນປະໂຫຍດໃນການແລກປ່ຽນນັກຮຽນ ລາວ ແລະ ຫວຽດນາມ ຫຼື ການໄປຮຽນຕໍ່ທີ່ຫວຽດນາມຂອງນັກຮຽນລາວ; ຕ້ອງໄດ້ເປີດກວ້າງຮັບນັກຮຽນບັນດາແຂວງ ແລະ ທ້ອງຖິ່ນຂອງລາວ, ມີການແລກປ່ຽນພົວພັນຮ່ວມມືກັນກັບບັນດາໂຮງຮຽນ ລາວ-ຫວຽດ ໃນບັນດາແຂວງຕ່າງໆຂອງລາວ; ຕ້ອງເພີ່ມທະວີການຮ່ວມມືກັບບັນດາໂຮງຮຽນຢູ່ຫວຽດນາມ ເພື່ອໃຫ້ມີການແລກປ່ຽນນັກຮຽນໃຫ້ຫຼາຍຂຶ້ນ.
(ຂ່າວ-ພາບ: ສຸກສະຫວັນ)