ພິທີເຊັນໜັງສືຂໍ້ຕົກລົງ LOA ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ ກ່ຽວກັບ ການເຮັດໝັນເສືອໂຄ່ງ ຢູ່ບັນດາ ສວນສັດ ແລະ ຟາມສັດ ໃນ ສປປ ລາວ ລະຫວ່າງ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ມູນລະນິທິອະນຸລັກຊ້າງ ແລະ ສິ່ງແວດລ້ອມ (ປະເທດໄທ) ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ ຜ່ານມາທີ່ ກົມປ່າໄມ້. ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ເຊັນໂດຍ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ແລະ ຕາງໜ້າມູນລະນິທິອະນຸລັກຊ້າງ ແລະ ສິ່ງແວດລ້ອມ ເຊັນໂດຍ ທ່ານ ນາງ ແສງເດືອນ ໄຊເລີດ ປະທານມູນລະນິທິອະນຸລັກຊ້າງ ແລະ ສິ່ງແວດລ້ອມ ໂດຍມີຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຈຸດປະສົງຂອງພິທີເຊັນໃນຄັ້ງນີ້ແມ່ນເພື່ອຮ່ວມມືກັນທາງດ້ານວິຊາການ ກ່ຽວກັບ ການເຮັດໝັນເສືອໂຄ່ງ ຢູ່ບັນດາ ສວນສັດ ແລະ ຟາມສັດ ໃນ ສປປ ລາວ ເພື່ອຄວບຄຸມການເພາະພັນ, ການວິເຄາະ DNA, ການສ້າງຖານຂໍ້ມູນ ລວມທັງແລກປ່ຽນບົດຮຽນຂໍ້ມູນຂ່າວສານ, ວຽກງານວິຊາການ, ບຸກຄະລະກອນ ແລະ ອື່ນໆ ຕາມຄວາມເໝາະສົມ. ພ້ອມນີ້, ທາງມູນນິທິ ຈະໄດ້ຊ່ວຍເຫຼືອທາງດ້ານຊ່ຽວຊານ ແລະ ອຸປະກອນທັງໝົດ ໃນການເຮັດໝັນເສືອ ຢູ່ໃນບັນດາ ສວນສັດ ແລະ ຟາມສັດ ໃນຂອບເຂດທົ່ວປະເທດ ຊຶ່ງວຽກງານດັ່ງກ່າວນັ້ນ ຈະນໍາຜົນປະໂຫຍດໃຫ້ແກ່ການພັດທະນາທັງສອງຝ່າຍ ໃຫ້ມີຄວາມຮູ້ຄວາມສາມາດກ້າວໜ້າຢ່າງຕໍ່ເນື່ອງ ແລະ ຍືນຍົງໃນຕໍ່ໜ້າ.
ແຫຼ່ງຂ່າວ:ຂ່າວສານກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ