ສະຫາຍ ພັນເອກ ຄຳສຸກ ຄຳເລືອງເທບ ຫົວໜ້າການທະຫານກອງພັນໃຫຍ່ 703 ກອງບັນຊາການທະຫານອາກາດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ເຫຼົ່າຮົບທະຫານອາກາດ ແມ່ນເຫຼົ່າຮົບໜຶ່ງທີ່ໄດ້ເຂົ້າຊ້ອມຮົບຮ່ວມລາວ-ຈີນ ໂລ້ກຳບັງມິດຕະພາບ 2024ຢູ່ວິທະຍາຄານນາຍທະຫານບົກກົມມະດຳພາຍຫຼັງໄດ້ຮັບການມອບໝາຍຈາກຂັ້ນເທິງໃຫ້ເອົາເຮືອບິນຈໍານວນໜຶ່ງເຂົ້າຮ່ວມຊຶ່ງຄະນະພັກ-ຄະນະບັນຊາໄດ້ກະກຽມພາຫະນະເຕັກນິກ ແລະ ຈັດຕັ້ງກຳລັງ, ໃນນັ້ນມີຈຸບິນ, ຈຸຮັບປະກັນເຕັກນິກເຮືອບິນ, ຈຸຮັບປະກັນລົດວິຊາສະເພາະ, ຈຸພະລາທິການ, ຈຸສື່ສານ, ຈຸບັນຊາ ລວມທັງໝົດມີກຳລັງເຂົ້າຮ່ວມ 54 ສະຫາຍຊຶ່ງໄດ້ກະກຽມຝຶກຊ້ອມຢູ່ພາຍໃນກົມກອງ ແມ່ນກະກຽມຢູ່ໜ້າດິນນັກບິນໄດ້ຝຶກຊ້ອມບິນໃນຫ້ອງຈຳລອງເພື່ອໃຫ້ມີຄວາມສໍານິຊຳນານໃນການປະຕິບັດໜ້າທີ່ຢູ່ເທິງພື້ນທີ່ຕົວຈິງ, ພາກສ່ວນເຕັກນິກເຮືອບິນ ໄດ້ກະກຽມຈຳນວນໜຶ່ງເພື່ອເປັນກຳລັງຕົ້ນຕໍ ແລະ ພາຫະນະສຳຮອງເຫັນວ່າປະຕິບັດໄດ້ 100%, ມາຮອດປັດຈຸບັນໄດ້ຝຶກຊ້ອມຢູ່ພາກສະໜາມ ໄດ້ນຳພາອ້າຍນ້ອງແຕ່ລະພາກສ່ວນເຂົ້າມາພາກສະໜາມທຸກໆມື້ ໂດຍປະຕິບັດຕາມການຈັດແບ່ງເວລາຂອງຜູ້ບັນຊາພາກສະໜາມ ແລະ ຈະຫັດແອບກັບກົມກອງເພື່ອປະຕິບັດໜ້າທີ່ຕາມຄຳສັ່ງຜູ້ບັນຊາສະໜາມຮົບ.
ສະຫາຍ ພັນເອກ ຄຳສຸກ ຄຳເລືອງເທບ ໃຫ້ຮູ້ຕື່ມອີກວ່າ: ສັງລວມແລ້ວ ການຝຶກຊ້ອມຮ່ວມລະຫວ່າງສອງກຳລັງລາວ-ຈີນ ຊຶ່ງການຝຶກຊ້ອມຮ່ວມແມ່ນເປັນການຝຶກຊ້ອມທີ່ມີມູນເຊື້ອຂອງສອງຊາດ ບໍ່ພຽງແຕ່ເປັນການຝຶກຊ້ອມຖອດຖອນບົດຮຽນທາງດ້ານການທະຫານເທົ່ານັ້ນ ຍັງເປັນການແລກປ່ຽນບົດຮຽນປະສົບການຊຶ່ງກັນ ແລະ ກັນ ເປັນຕົ້ນແມ່ນການຫຼິ້ນກິລາ, ສິລະປະ, ວັດທະນະທຳ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນລາວ-ຈີນໃຫ້ນັບມື້ນັບແຂງແກ່ນຂຶ້ນໄປເລື້ອຍໆ.
ຂ່າວ-ພາບ: ຄຳອ້າຍ ທອງວັນ