ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ (ລມຕ) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານນາງ ອິນາ ມາຈູລໍນີແຕ (H.E.Ms. InaMarciulionyte) ເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ (ທູດເອີຣົບ) ປະຈໍາລາວໃນວັນທີ 12 ກໍລະກົດຜ່ານມາ ທີ່ກະຊວງດັ່ງກ່າວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຕະຫຼອດໄລຍະເວລາດຳລົງຕຳແໜ່ງຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງໃນຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນວຽກງານການຂົນສົ່ງ, ວຽກງານຂົວທາງ ແລະ ວຽກງານນໍ້າປະປາຜ່ານການຊ່ວຍເຫຼືອ ແລະ ກູ້ຢືມ ເປັນຕົ້ນໂຄງການນໍ້າປະປາຢູ່ບັນດາແຂວງພາກກາງ, ໂຄງການຂົນສົ່ງຕົວເມືອງແບບຍືນຍົງນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງເສັ້ນທາງຊົນນະບົດແບບຍືນຍົງຢູ່ບັນດາແຂວງ, ໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 13 ໃຕ້, ໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 2E ແລະ ການສ້າງຈິດສຳນຶກເພື່ອການຂັບຂີ່ທີ່ປອດໄພຕາມທາງຫຼວງ.​
ໃນໂອກາດດຽວກັນນີ້, ທ່ານນາງ ອິນາ ມາຈູລໍນີແຕ ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງ ຍທຂ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ກໍຄືພາກສ່ວນກ່ຽວຂ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືໃນໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຈະສືບຕໍ່ຮ່ວມມືໃນວຽກງານຂະແໜງການໂຍທາທິການ ແລະ ຂົນສົ່ງ.
(ຂ່າວ-ພາບ: ຍທຂ)