ລາຍການຂ່າວພາບ ແລະ ສຽງພາສາມື ຊຸດທຳອິດຂອງປະເທດລາວ ທີ່ໄດ້ຮັບທຶນຈາກບໍລິສັດ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຈະອອກອາກາດທາງໂທລະພາບແຫ່ງຊາດລາວ ໃນທ້າຍເດືອນນີ້. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທາງບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ​ໄດ້​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຕໍ່​ສັງຄົມ​ຢ່າງ​ຕັ້ງໜ້າ ​ແລະ ​ເພີ່ມ​ທະວີ​ການ​​​ຮ່ວມ​ມື ໃນດ້ານພະລັງງານໄຟຟ້າ​​ລະຫວ່າງ​ລາວ​ກັບ​ຈີນຢ່າງ​ບໍ່​ຢຸດ​ຢັ້ງ.
ໃນເດືອນມັງກອນປີນີ້, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໄດ້ເລີ່ມດໍາເນີນງານຢ່າງເປັນທາງການ. ໃນຖານະທີ່ເປັນຜູ້ຈັດຕັ້ງປະຕິບັດໂຄງການເຄືອຂ່າຍສາຍສົ່ງໄຟຟ້າແຫ່ງຊາດລາວ, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຮັບຜິດຊອບການລົງທຶນ, ກໍ່ສ້າງ ແລະ ດໍາເນີນໂຄງການສາຍສົ່ງໄຟຟ້າ 230 ກິໂລໂວນຂຶ້ນໄປ ແລະ ໂຄງການເຊື່ອມຕໍ່ຂ້າມຊາຍແດນກັບປະເທດເພື່ອນບ້ານ, ແນໃສ່ເຮັດໃຫ້ປະເທດລາວມີຄວາມປອດໄພ, ການ​ບໍ​ລິ​ການ​ສາຍ​ສົ່ງ​ພະ​ລັງ​ງານໄຟຟ້າ​ທີ່​ຫມັ້ນ​ຄົງ ​ແລະ ​ຍືນ​ຍົງ​. ບໍລິສັດດັ່ງກ່າວໄດ້ຮັບທຶນສົມທົບຈາກ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ  ແລະ  ລັດວິສາຫະກິດໄຟຟ້າລາວ.
​ເພື່ອ​ຊຸກຍູ້​ການ​ພັດທະນາ​ອຸດສາຫະກຳ​ພະລັງງານ​ໄຟຟ້າ​ແບບ​ຍືນ​ຍົງ, ລັດຖະບານ​ລາວ​ໄດ້​ຕົກລົງ​ສ້າງ​ຕັ້ງ​ບໍລິສັດ​ສາຍ​ສົ່ງໄຟຟ້າ​ແຫ່ງ​ຊາດ​ລາວ. ເປົ້າໝາຍທີ່ສຳຄັນຂອງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ແມ່ນເພື່ອສົ່ງເສີມການຈັດສັນແຫຼ່ງພະລັງງານ ແລະ ຜົນຜະລິດພະລັງງານສະອາດໃຫ້ດີທີ່ສຸດຂອງລາວ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານພະລັງງານຂອງລາວໃນລະດັບພາກພື້ນ ແລະ ຊຸກຍູ້ການພັດທະນາຂະແໜງອຸດສາຫະກຳອື່ນໆ ເພື່ອໃຊ້ປະໂຫຍດຈາກບົດບາດການສະໜັບສະໜູນຂອງພະລັງງານໄຟຟ້າ ໃນການພັດທະນາເສດຖະກິດແຫ່ງຊາດຂອງລາວ.
  
ໃນ​ຖາ​ນະ​ເປັນ​ອຸດ​ສາ​ຫະ​ກໍາ​ພື້ນ​ຖານ​, ອຸດ​ສາ​ຫະ​ກໍາ​ພະ​ລັງ​ງານ​ໄຟ​ຟ້າ​ແມ່ນ​ຂົງເຂດຫນຶ່ງ​​ທີ່​ສໍາ​ຄັນ​ໃນ​ການເສີມ​ສ້າງປະຊາຄົມຮ່ວມຊາຕາກໍາລະຫວ່າງ ລາວ-ຈີນ​. ​ໃນ​ເດືອນ​ທັນວາ​ປີ 2009, ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້​​ສົ່ງ​ໄຟຟ້າ 115 ກິໂລໂວນ ​ໄປ​ຍັງລາວ​ ໂດຍ​ຜ່ານດ່ານເມືອງຫຼ້າ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ ແຂວງຢຸນນານ. ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ປີ 2024, ສປປ ລາວ ​ແລະ​ ສປ ຈີນ​ໄດ້​ບັນ​ລຸ​ການ​ຊ່ວຍ​ເຫຼືອເຊິ່ງກັນແລະກັນ​ດ້ານ​ພະ​ລັງ​ງານໄຟຟ້າແບບ​ສອງ​ສົ້ນ​ເຖິງ 286ລ້ານ​ກິ​ໂລ​ວັດ​ໂມງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດຖະບານລາວ​ໄດ້​ຄົ້ນຄວ້າ​ຢ່າງ​ຕັ້ງໜ້າ​ໃນ​ການ​ຂະຫຍາຍປະເພດ​ໝວດ​ໄຟຟ້າ ​ແລະ​ ນຳ​ໃຊ້​ຄວາມ​ໄດ້​ປຽບ​ຈາກ​ພະລັງງານ​ສະອາດ. ສະຖານີໄຟຟ້ານ້ຳຕົກທີ່ລົງທຶນ ແລະ ກໍ່ສ້າງໂດຍ