ໃນລະຫວ່າງວັນທີ8-12 ກໍລະກົດຜ່ານມາ,ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ, ນໍາໂດຍ ສະຫາຍວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານທີ່ ສສ ຫວຽດນາມ ໂດຍໄດ້ເຂົ້າຮ່ວມກອງປະຊຸມສາກົນ ແລກປ່ຽນ ຖອດຖອນ ບົດຮຽນໃນຫົວຂໍ້: ບົດບາດຂອງສະຖາບັນກວດສອບສູງສຸດ (SAIs)ໃນການຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມໂປ່ງໃສ, ມີຄວາມຊື່ສັດບໍລິສຸດໃນພາກລັດ ແລະ ການບໍລິຫານລັດທີ່ດີ (International Conference on ‘‘Role of Supreme Audit Institution (SAIs) in Combatting Corruption for the Advancement of Transparency, Public Integrity, and Good Governance)ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ່ຍ ຊຶ່ງມີສະຖາບັນກວດສອບສູງສຸດຂອງ13ປະເທດເຂົ້າຮ່ວມ ຄື: ອາຟຣິກາໃຕ້, ບຣາຊິນ, ກໍາປູເຈຍ,ການາດາ, ຝຣັ່ງ, ອິນໂດເນເຊຍ, ສເກົາຫຼີ, ສປປ ລາວ, ມາເລເຊຍ, ມົງໂກເລຍ, ຊາອຸດິດ ອາຣັບບີ, ສິງກະໂປແລະ ຕາງໜ້າອົງການສະຫະປະຊາຊາດເພື່ອຕ້ານການສໍ້ລາດບັງຫຼວງ.
ກອງປະຊຸມແລກປ່ຽນຖອດຖອນບົດຮຽນ ໄດ້ຍົກໃຫ້ເຫັນບົດບາດ ຄວາມສຳຄັນ ຂອງສະຖາບັນກວດສອບສູງສຸດ (SAIs)ໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕ້ານສະກັດກັ້ນການສໍ້ລາດບັງຫຼວງ ແລະໄດ້ສ້າງເງື່ອນໄຂ, ເອື້ອອຳນວຍ ໃຫ້ອົງການກວດສອບຂອງບັນດາປະເທດແລະ ອົງການຈັດຕັ້ງສາກົນ ໄດ້ສ້າງມີການປະຍຸກສ້າງກົນໄກໃໝ່ໃນການຮັບມື ຕໍ່ກັບການຕ້ານສະກັດກັ້ນ, ການສໍ້ລາດບັງຫຼວງ ໃນຍຸກສະໄໝທີ່ເສດຖະກິດໂລກທົດຖອຍທາງດ້ານການເມືອງ, ເສດຖະກິດ, ການເງິນຂອງໂລກ ມີການຫັນປ່ຽນ. ກອງປະຊຸມໄດ້ພ້ອມກັນສຸມໃສ່ການວິເຄາະ, ວິໄຈ, ປຶກສາຫາລື ແນວທາງ ແລະ ວິທີການແກ້ໄຂບັນຫາຢ່າງມີຫົວຄິດປະດິດສ້າງຕໍ່ກັບກົນໄກການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ການຄຸ້ມຄອງທາງດ້ານການເງິນ-ງົບປະມານຢ່າງມີປະສິດທິພາບ ແລະ ສ້າງ​ໂອ​ກາດໃຫ້ມີການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ, ຍົກ​ສູງ​ບົດ​ບາດ​ຂອງອົງການກວດສອບແຫ່ງລັດໃນ​ການສະກັດກັ້ນ ແລະ ຕ້ານການສໍ້​ລາດ​ບັງ​ຫຼວງ, ສົ່ງ​ເສີມ​ຄວາມ​ໂປ່​ງ​ໃສ, ຄວາມ​ຮັບ​ຜິດ​ຊອບ ແລະ ຄວາມໝັ້ນຄົງ​ທາງ​​ການ​ເງິນ​ຂອງ​ຊາດ.
ພາຍຫຼັງສຳເລັດກອງປະຊຸມສາກົນ, ຕາງໜ້າຄະນະຜູ້ແທນບັນດາອົງການກວດສອບ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍເຈິ່ນ​ແທັງ​ເໝິ​ນປະທານສະພາແຫງຊາດ ສສ ຫວຽດນາມ; ໂອກາດດັ່ງກ່າວ, ທ່ານໄດ້ຮຽກຮ້ອງໃຫ້ອົງການກວດສອບແຫ່ງລັດ ສສ ຫວຽດນາມສືບຕໍ່ເປັນເຈົ້າການ, ປະຕິບັດໜ້າຕາມພາລະບົດບາດທີ່​ສຳຄັນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ວຽກງານກວດສອບແຫ່ງລັດໃຫ້ເຂັ້ມແຂງໂດຍການຮ່ວມມືກັບສະຖາບັນກວດສອບສູງສຸດຂອງບັນດາປະເທດ ໃນລະດັບ​ພາກ​ພື້ນ ​ແລະ ​ໃນ​​ໂລກ. ພ້ອມ​ທັງ​ຮຽກຮ້ອງໃຫ້ບັນດາ​ສະຖາບັນກວດສອບສູງສຸດ​ ສະໜັບສະໜູນອົງການກວດສອບແຫ່ງລັດ ສສ ຫວຽດນາມໃນ​ການ​ປະຕິບັດ​ໜ້າ​ທີ່​ການເມືອງຂອງຕົນ ທີ່ພັກ,ລັດ ສສ ຫວຽດນາມ ໄດ້ມອບໝາຍ ແລະ ມີຫົວຄິດປະດິດ​ສ້າງເພື່ອ​ຮັບປະກັນ​ໃຫ້ສະຖາບັນກວດສອບສູງສຸດ, ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໄລຍະ​ໃໝ່​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດຢ່າງ​ຍືນ​ຍົງ​.
ຈາກນັ້ນ, ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ(11 ກໍລະກົດ 1994 ຫາ 11 ກໍລະກົດ 2024); ຕະຫຼອດໄລຍະ 30 ປີຜ່ານມາ, ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໄດ້ມີການພັດທະນາຢ່າງຮອບດ້ານ ​ທັງ​​ປະລິມານ ​ແລະ ຄຸນ​ນະພາ​ບ ຢ່າງຕໍ່ເນື່ອງ. ວຽກງານກວດສອບແຫ່ງລັດໄດ້ຖືກກຳນົດໄວ້ໃນລັດຖະທຳ​ມະນູນ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ, ອົງການກວດສອບແຫ່ງລັດໄດ້ຮັບການສ້າງຕັ້ງຂຶ້ນໂດຍ​ສະພາ​ແຫ່ງ​ຊາດ​, ດຳ​ເນີນ​ການກວດສອບຢ່າງມີ​ເປັນ​ເອກະລາດ, ປະຕິບັດໜ້າທີ່ຕາມກົດໝາຍ ໃນການດຳເນີນການກວດສອບການ​ຄຸ້ມຄອງ, ນຳ​ໃຊ້ງົບປະມານ ​ແລະ ຊັບ​ສິນ​ຂອງລັດ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມເປັນຢ່າງດີ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ຂອບໃຈມາຍັງອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ,ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຮ່ວມມືແບບພິເສດ ແລະ ຮອບດ້ານ ທີ່ເປັນມູນເຊື້ອ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດ ລາວ-ຫວຽດນາມ ແລະ ອວຍພອນແດ່ວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ພັດທະນາຢ່າງບໍ່ຢຸດຢັ່ງ ເຮັດໃຫ້ວຽກງານກວດສອບມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.
(ຂ່າວ-ພາບ: ອົງການກວດສອບແຫ່ງລັດ)