ໃນວັນທີ 15 ກໍລະກົດ ນີ້ ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານ ໄດ້ເປີດກອງປະຊຸມເປີດກວ້າງ ຄັ້ງທີ I ປີ 2024 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນໃນລະຫວ່າງວັນທີ 15-17 ກໍລະກົດ 2024 ຊຶ່ງເນື້ອໃນຂອງກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 6 ວາລະສຳຄັນ ດັ່ງນີ້:
1. ສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ຂອງລັດຖະບານ:
(1) ສະຫຼຸບການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 381/ນຍລົງວັນທີ 21 ທັນວາ 2023 ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ ສະເໜີທິດທາງແຜນວຽກຈຸດສຸມ ເດືອນທ້າຍປີ 2024 ຕິດພັນກັບການຜັນຂະຫຍາຍ ແລະ ປະຕິບັດ ມະຕິ 137/ສພຊ ແລະ 135/ສພຊ.
(2) ສະຫຼຸບການຈັດຕັ້ງປະຕິບັດ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2024 ຕິດພັນກັບການຜັນຂະຫຍາຍ ແລະ ປະຕິບັດ ມະຕິ 138/ສພຊ ແລະ 135/ສພຊ.
(3) ການຈັດຕັ້ງປະຕິບັດ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2024 ຕິດພັນກັບການຜັນຂະຫຍາຍ ແລະ ປະຕິບັດ ມະຕິ 138/ສພຊ.
(4) ສະຫຼຸບການຈັດຕັ້ງປະຕິບັດ ວຽກງານພັດທະນາແຮ່ທາດ ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2024 ຕິດພັນກັບການຜັນຂະຫຍາຍ ແລະ ປະຕິບັດ ມະຕິ 133/ສພຊ.
(5) ສະຫຼຸບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ ເດືອນທ້າຍປີ 2024 ຕິດພັນກັບການຜັນຂະຫຍາຍ ແລະ ປະຕິບັດ ມະຕິ 134/ສພຊ.
2. ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ແລະ ບັນຫາເຄັ່ງຮ້ອນດ້ານສັງຄົມ ໂດຍສະເພາະ ການຕີລາຄາຈັດຕັ້ງປະຕິບັດມະຕິ ສະບັບເລກທີ 17/ລບ, ລົງວັນທີ 12 ທັນວາ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິ 05/ຄບສພ, ລົງວັນທີ 05 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສຸ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ແລະ ການຜັນຂະຫຍາຍມະຕິ ເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່,​ ການຜັນຂະຫຍາຍທິດຊີ້ນໍາຂອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສປປ ລາວ
3. ລາຍງານຜົນກອງປະຊຸມວຽກງານການປົກຄອງທ້ອງຖິ່ນທົ່ວປະເທດ ໃນໄລຍະ ປີ 2021-2023 ແລະ ທິດທາງຈຸດສຸມ ປີ 2024-2025.
ພິເສດ, ກ່ອນຈະເຂົ້າສູ່ວາລະປຶກສາຫາລື ກອງປະຊຸມແມ່ນໄດ້ຮັບຟັງການໂອ້ລົມຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສປປ ລາວ ເຊິ່ງສະຫາຍ ໄດ້ໃຫ້ທິດຊີ້ນຳຕໍ່ວຽກງານເຄັ່ງຮ້ອນຈຳນວນໜຶ່ງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ