ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ (ລມຕ) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕ້ອນຮັບທ່ານນາງ ອັນເນັດ ຄະໂນບຣັອກ(H.E. Ms. Annette KNOBLOCH) ເອກອັກຄະລັດຖະທູດແຫ່ງສາທາລະນະລັດສະຫະພັນເຢຍລະມັນ (ສ ເຢຍລະມັນ) ປະຈໍາລາວເຂົ້າຢ້ຽມອໍາລາໃນວັນທີ 12 ກໍລະກົດຜ່ານມາທີ່ກະຊວງດັ່ງກ່າວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ສປປ ລາວ.
ໃນໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຕະຫຼອດໄລຍະເວລາດຳລົງຕຳແໜ່ງຢູ່ສປປ ລາວໃນໄລຍະຜ່ານມາ ໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ສປປ ລາວ ແລະ ເຢຍລະມັນໂດຍສະເພາະການຮ່ວມມືໃນຂະແໜງໂຍທາທິການ ແລະ ຂົນສົ່ງ ຊຶ່ງລັດຖະບານເຢຍລະມັນໄດ້ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ ໂດຍຜ່ານທະນາຄານເພື່ອການພັດທະນາຂອງເຢຍລະມັນ (KfW)ເປັນຕົ້ນການຟື້ນຟູທາງຫຼວງແຫ່ງຊາດເລກ 6 ຢູ່ແຂວງພາກເໜືອຂອງລາວ; ກໍ່ສ້າງ ແລະ ສ້ອມແປງທາງຫຼວງຊົນນະບົດຢູ່ບັນດາຕົວເມືອງຂອງແຂວງໃນແຕ່ລະໄລຍະຄື: ແຂວງຊຽງຂວາງ, ຫົວພັນ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ອັດຕະປື, ສາລະວັນ, ຄຳມ່ວນແລະແຂວງສະຫວັນນະເຂດ ໂດຍຜ່ານໂຄງການພັດທະນາຊົນນະບົດ (Rural Development Programme-RDP) ຊຶ່ງໃນປັດຈຸບັນກຳລັງຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໄລຍະທີ 3(RDP3) ແລະ ໄລຍະທີ 4 (RDP4) ລວມມູນຄ່າ 24 ລ້ານເອີໂຣຢູ່ແຂວງຫົວພັນ ແລະແຂວງຜົ້ງສາລີ ຊຶ່ງມີການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ, ຫ້ອງການ, ສ້າງຂີດຄວາມສາມາດໃຫ້ພະນັກງານ ຍທຂ. ພ້ອມນັ້ນ, ຍັງສະເໜີໃຫ້ລັດຖະບານເຢຍລະມັນພິຈາລະນາໂຄງການພັດທະນາຊົນນະບົດໄລຍະທີ 5(RDP5).
ທ່ານນາງ ອັນເນັດ ຄະໂນບຣັອກໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງ ຍທຂ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ກໍຄືພາກສ່ວນກ່ຽວຂ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືໃນໄລຍະການປະຕິບັດໜ້າທີ່ການທູດຢູ່ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ. ພ້ອມດຽວກັນນັ້ນ, ລັດຖະບານເຢຍລະມັນຈະສືບຕໍ່ສະໜັບສະໜູນການຮ່ວມມືກັບກະຊວງ ຍທຂ ໃນຫຼາຍຂະແໜງການເປັນຕົ້ນທາງດ້ານໂຄງລ່າງພື້ນຖານເຂດຊົນນະບົດ ແລະ ວຽກງານອື່ນໆໃນຂະແໜງ ຍທຂ.
(ຂ່າວ-ພາບ: ຍທຂ)