(ສພຊ)ລະຫວ່າງວັນທີ 8-12 ກໍລະກົດ ຜ່ານມາ, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ຂັ້ນສູນກາງ ນໍາໂດຍທ່ານ ຄໍາໃບ ດຳລັດ ກຳມະການສູນກາງພັກຮອງປະທານສະ ພາແຫ່ງຊາດປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍ.
ການເຄື່ອນໄຫວໃນຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ໄດ້ພົບປະແລະ ເຮັດວຽກກັບຄະນະສະມາຄົມມິດຕະພາບ ກໍາປູເຈຍ-ລາວ ທີ່ນະຄອນຫຼວງພະນົມເປັນ ຊຶ່ງສອງຝ່າຍໄດ້ຕີລາຄາຄືນການຈັດຕັ້ງປະຕິບັດການພົວພັນຮ່ວມມືຂອງສອງສະມາຄົມ ໂດຍສະເພາະແມ່ນເນື້ອໃນບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນໃນປີ 2022 ແລະ ປຶກສາຫາລືແຜນການ, ກິດຈະກຳໃນຕໍ່ໜ້າ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງສະມາຄົມມິດຕະພາບ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ມີຫຼາຍສີສັນ, ຫຼາຍຮູບແບບ ທັງມີປະສິດທິພາບ-ປະສິດທິຜົນດີຂຶ້ນກວ່າເກົ່າ; ໃນໄລຍະຜ່ານມາ ການນໍາຂັ້ນສູງຂອງສອງປະເທດ ໄດ້ໄປມາຫາສູ່ກັນເປັນປົກກະຕິ, ການພົວພັນຮ່ວມມືຂອງບັນດາຂົງເຂດ, ຂະແໜງການຕ່າງໆ ນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການພັດທະນາຢ່າງມີປະສິດທິພາບ-ປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ທາງກວ້າງ ແລະ ລວງເລິກ, ນັບ​ມື້​ເກີດດອກ​ອອກ​ຜົນ​​ ທັງ​​ເປັນການປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ປົ​ກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ໃນ​ໄລ​ຍະ​ໃໝ່ຂອງສອງ​ປະ​ເທດ ກໍ​ຄື​​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນພາ​ລະ​ກິດ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມືເພື່ອການ​ພັດ​ທະ​ນາໃນ​ພາກ​ພື້ນ ແລະ ໃນ​ໂລກ.
ສໍາລັບ​ການພົວພັນຮ່ວມມືລະຫວ່າງສອງ​ສະມາຄົມ​ມິດຕະພາບ ລາວ-ກຳ​ປູ​ເຈຍ, ​ກຳ​ປູ​ເຈຍ-ລາວ ເຫັນວ່າມີ​ບາດກ້າວ​ຂະຫຍາຍຕົວ ​ແລະ ​ໄດ້​ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ມີການປະສານສົມທົບ, ພົວພັນຮ່ວມມືນໍາກັນຢ່າງປົກກະຕິ ແລະ ຕໍ່ເນື່ອງຕະຫຼອດມາ; ໄດ້ສືບຕໍ່ກົນໄກການແລກປ່ຽນຢ້ຽມຢາມ, ການໄປມາຫາສູ່ກັນເປັນປົກກະຕິ; ມີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້, ສົ່ງເສີມ, ສະໜັບສະໜູນການພົວພັນຮ່ວມມື ແລະ ໄປມາຫາສູ່ກັນລະຫວ່າງປະຊາຊົນຕາມເຂດຊາຍແດນ; ສະໜັບສະໜູນການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ສຶກສາ-ສາທາລະນະສຸກ ແລະ ອື່ນໆ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນສອງຊາດ.
ສຳ​ລັບ​ແຜນ​ໃນຕໍ່​ໜ້າ, ສອງຝ່າຍໄດ້ປຶກ​ສາ​ຫາ​ລື ແລະ ເອກະພາບນໍາກັນ ເປັນຕົ້ນ: 1. ສືບຕໍ່ກົນໄກການປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ກັນໃຫ້ເປັນປົົກກະຕິ ລະຫວ່າງສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ; 2. ຊຸກ​ຍູ້​ບັນດາສະມາຄົມຂັ້ນແຂວງ, ປະຊາຊົນຕາມເຂດຊາຍແດນ ໃຫ້ໄປມາຫາສູ່, ສ້າງກິດຈະກໍາຮ່ວມກັນ ເຊັ່ນ: ການ​ແລກ​ປ່ຽນ​ສິ​ລະ​ປະ, ວັດ​ທະ​ນະ​ທຳ, ກິລາມິດຕະພາບ, ການທ່ອງທ່ຽວ ແລະ ອື່ນໆ; 3. ປະສານງານ, ຊຸກຍູ້ ແລະ ເປັນຂົວຕໍ່ສ້າງກິດຈະກຳໃຫ້ແກ່ຂະ​ບວນ​ການຊາວໜຸ່ມ, ນັກສຶກສາ ໃນ​ການ​ທັດ​ສະ​ນະ​ສຶກ​ສາ ເພື່ອຄົ້ນຄວ້າ, ສຶກສາກ່ຽວກັບສາຍພົວພັນມິດຕະພາບຂອງສອງຊາດ ເພື່ອເປັນການປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່ ໄດ້ເຂົ້າໃຈແຈ້ງ, ເລິກເຊິ່ງ ແລະ ເປັນເຈົ້າການສືບທອດມູນເຊື້ອອັນດີງາມຂອງສອງຊາດ ລາວ ແລະ ​ກຳ​ປູ​ເຈຍ; 4.​ ຊຸກຍູ້ ແລະ ເປັນຂົວຕໍ່ ໃນການພົວພັນຮ່ວມມືໃຫ້ແກ່ຂະແໜງການຄ້າ, ການລົງທຶນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນບັນດານັກທຸລະກິດ ລາວ ແລະ ກຳປູເຈຍ ໃຫ້ມີການພົວພັນ ແລະ ຮ່ວມມືນໍາກັນ.
ນອກຈາກການພົບປະສອງຝ່າຍ, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ຍັງໄດ້ເຂົ້າພົບປະທ່ານຮອງປະທານແນວໂຮມມາຕຸພູມແຫ່ງຣາຊະອານາຈັກກຳປູເຈຍ, ພົບປະກັບເຈົ້າ ແຂວງພຣະສີຫະນຸ, ຢ້ຽມຊົມຫໍພິພິທະພັນແຫ່ງຊາດ ແລະ ອະນຸສາວະລີແຫ່ງຊາດ ເຕໂຈ ຮຸນເຊນ.